ມາຮູ້ຈັກ “ພຣະເຈົ້າໝ່ານ” ກັບປະຫວັດຄວາມເປັນມາ.

ພຣະເຈົ້າໝ່ານ ທີ່ປະດິດສະຖານໄວ້ຢູ່ທີ່ວັດຊຽງທອງ ຣາຊະວໍຣະວິຫາຣ ນະຄອນ​ ຫຼວງພະບາງ, ສຳຫຼັບປະຫວັດຄວາມເປັນມາ ແມ່ນຍັງຊອກຫາຫຼັກຖານທີ່ມີຄວາມໜ້າເຊື່ອຖືໄດ້ນັ້ນຍັງບໍ່ມີເທື່ອ ວ່າສ້າງມາແຕ່ສະໄໝໃດ? ນັບແຕ່ມີພຣະເຈົ້າໝ່ານນີ້ມາ “ພຣະເຈົ້າໝ່ານ” ກໍປະດິດສະຖານຢູ່ວັດຊຽງທອງ ບໍ່ເຄີຍເຄື່ອນຍ້າຍໄປບ່ອນໃດນອກເຂດວັດເລີຍ ນ້ຳໜັກຂອງອົງພຣະເຈົ້າໝ່ານ ມີນ້ຳຫນັກ 75 ກິໂລ, ແທ່ນພຣະເຈົ້າໝ່ານ ແມ່ນມີນ້ຳຫນັກ 20,5 ກິໂລ ລວມອົງພຣະໝ່ານພ້ອມແທ່ນ ແມ່ນ 95,5 ກິໂລ (ຕາມທີ່ໄດ້ຮັບຮູ້ມາ) ພຣະເຈົ້າໝ່ານອົງນີ້ ແມ່ນເປັນເນື້ອທອງສຳຣິດ ແຕ່ສີອອກຮຸ່ງແຈ້ງຄື ທອງນາກ.

ເມື່ອກ່ອນຫຼັງປີ ຄສ 1930 ລົງໄປ ພຣະໝ່ານແມ່ນປະດິດສະຖານຢູ່ອຸບມຸງ (ຊາວບ້ານເອີ້ນອຸບມຸງນີ້ວ່າ: ອຸບໝ່ານ) ອຸບໝ່ານນີ້ ແມ່ນຕັ້ງຢູ່ບໍລິເວນຂອງສວນດອກໄມ້ຫຼັງອາຮາມ (ສິມ) ໃນປັດຈຸບັນ ຫຼັງຈາກອົບມຸງໝ່ານຫຼົ້ມລົງແລ້ວ ເພິ່ນກໍນຳເອົາພຣະຫມ່ານມາປະດິດສະຖານໄວ້ທີ່ຫໍພຣະໝ່ານ (ດັ່ງທີ່ເຮົາເຫັນໃນປັດຈຸບັນນີ້) ສ່ວນບັນດາພຣະພຸດທະຮູບອົງອື່ນໆ ກໍຄືພຣະເຈົ້າທີ່ຕັ້ງຢູ່ກາງສວນດອກໄມ້ກໍສ້າງຖານຂຶ້ນໂດຍນຳເອົາຫິນເປັນຖານພຣະ (ຫິນດັ່ງກ່າວກໍໄດ້ມາຈາກອຸບມຸງໃນເມືອກ່ອນຈາກຖານພຣະນັ້ນ) ຈົນຊາວບ້ານຊາວເມືອງຕັ້ງຊື່ພຣະອົງທີ່ປະດິດສະຖານທີ່ສວນດອກໄມ້ນັ້ນວ່າ: “ພຣະເຈົ້າຕາກແດດ” ເພາະສາທຸມ້າວ ມະນີວັງໂສ ເຈົ້າອາວາດ ໃນຂະນະນັ້ນ ຝັນວ່າ: ໃນສວນດອກໄມ້ເຫັນແດດອາທິດຮ້ອນແຮງ ແລະ ຕາມຮີດຂອງເມືອງຫຼວງພຣະບາງແລ້ວ ພຣະພຸດຕ້ອງມີສິ່ງປຸກສ້າງ ເພື່ອບໍ່ໃຫ້ຕາກແດດ, ຕາກຝົນ; ຕົກມາຮອດໃນປີ ຄສ 1987 ເພິ່ນຈິ່ງນຳພາສາທຸອ້າຍຈົວປຸກຫໍເພື່ອມຸງໃຫ້ພຣະເຈົ້າຕາກແດດນັ້ນ, ສ່ວນພຣະເຈົ້າໝ່ານ ຫຼັງຈາກອົບມຸງຫລົ້ມແລ້ວ ເພິ່ນກໍ່ນຳໄປປະດິດສະຖານຢູ່ຫໍພຣະເຈົ້າໝ່ານດັ່ງທີ່ເຫັນທຸກມື້ນີ້.

ຫໍພຸທມາຣາວິໄຊ ພຣະເຈົ້າໝ່ານ ທີ່ຕັ້ງຢູ່ດ້ານຫລັງອາຮາມ ( ສີມ ) ຂອງວັດຊຽງທອງ ນີ້ສ້າງຂຶ້ນມາຫລາຍຮ້ອຍປີແລ້ວ ແລະມີການບູລະນະປະຕິສັງຂອນ ວິຈິດຣິຈະນາ ປະດັບປະດາ ຫໍພຸທມາຣາວິໄຊ ໃຫ້ງົດງາມ ມີການຕິດແກ້ວສີໃສ່ ສຳເລັດເມື່ອປີ ຄໍສໍ 1974 ໃນສະໄໜເຈົ້າມະຫາຊີວິດ ສີສະຫວ່າງວັດທະນາ ເຊິ່ງແມ່ນນາຍຊ່າງປະຈຳຣາຊສຳນັກພຣະຣາຊວັງ ເພຍຕັນ ເປັນຫົວຫນ້າໃນການປະຕິສັງຂອນໃຫຍ່ໃນຄັ້ງນີ້

ພຣະເຈົ້າໝ່ານ ເປັນພຣະພຸທທະຮູບຢືນ ເຊິ່ງມີຄວາມເຊື່ອວ່າ ມີລິດເດດທາງດ້ານຟ້າຝົນ ແລະໃຫ້ບຸດ ເຊິ່ງເລື່ອງນີ້ຄົນຫລວງພຣະບາງຮູ້ກັນດີ ຖ້າປີໃດ ອະຣາດທະນາພຣະເຈົ້າໝ່ານລົງຫົດສົງ ຟ້າຝົນກໍ່ຈະຕົກໃຫ້ແຜ່ນດິນຊຸ່ມເຢັນ ແລະໃຜທີ່ມີລູກຢາກ ກໍ່ຈະມີການມາບະ ມາບົນບານ ເພື່ອຂໍລູກ ສຶບຕະກຸນຈາກພຣະເຈົ້າໝ່າອົງນີ້ .

ການນຳເອົາພຣະເຈົ້າໝ່ານລົງຫົດສົງນີ້ແມ່ນເກີດຂຶ້ນຄັ້ງທຳອິດປະມານປີ ຄໍສໍ 1979 ໂດຍປີນັ້ນເມືອງຫລວງພຣະບາງ ເກີດແຫ້ງແລ້ງມາຫລາຍເດືອນແລະ ອາກາດກໍ່ຮ້ອນອົບເອົ້າ ໜອກຄວັນຈາກການຈູດໄຮ່ ກໍ່ປົກຄຸມທົ່ວເມືອງ ເຖົ້າແກ່ແນວໂຮມ ສາລະວັດບ້ານຄີລີ ຊຽງທອງ ໂພນເຮືອງ ບ້ານກາງ ກໍ່ໄດ້ມາປືກສາ ກັບສາທຸໃຫຍ່ ມ້າວ ມະນີວັງໂສ ເຈົ້າອະທິການວັດໃນສະໄຫມ (ເກີດ ວັນທີ່ 06/06/1921 ມໍຣະນະພາບ ວັນທີ່ 19/01/2001 ) ຈາກນັ້ນ ສາທຸໃຫຍ່ ມ້າວ ມະນີວັງໂສ ກໍ່ໄດ້ໄປປືກສາກັບ ສາທຸໃຫຍ່ ຄຳຈັນ ວິຣະຈິດຕະ ເຈົ້າອະທິການ ວັດແສນ ສຸຂາຣາມ ( ເກີດ ວັນທີ່ 23/09/1920 ມໍຣະນະພາບ ວັນທີ່ 09/07/2007 ) ໃນສະໄຫມນັ້ນ ທັງສອງອົງ ກໍ່ໄດ້ຫາທາງຊ່ວຍຊາວບ້ານຊາວເມືອງໃນຄວາມເດືອດຮ້ອນໃນຄັ້ງນັ້ນ ຈຶ່ງໄດ້ປືກສາແລະເຫັນສົມຄວນ ເອົາພຣະເຈົ້າໝ່ານ ລົງຫົດສົງ.

ເຊິ່ງໃນໄລຍະທຳອິດ ປີ ຄໍສໍ 1979 ເປັນປີທີ່ເອົາພຣະເຈົ້າໝ່ານລົງຫົດສົງນັ້ນ ແມ່ນບໍ່ໄດ້ເຮັດເປັນພິທີໃຫຍ່ ແມ່ນເອົາລົງຫົດສົງໃນອາຮາມ(ສີມ) ໃນວັດຊຽງທອງ ຜູ້ມາຫົດສົງກໍ່ມີແຕ່ຊາວບ້ານແຖວໆອ້ອມວັດເທົ່ານັ້ນ ຫລັງຈາກນັ້ນເມືອງຊາວເມືອງຮູ້ແລະຊ່າລືວ່າ ມີການນຳເອົາພຣະເຈົ້າໝ່ານລົງຫົດສົງແລ້ວ ຕ່າງກໍ່ພາກັນມາຫລາຍຂຶ້ນ ທາງວັດ ກໍ່ໄດ້ປືກສາຫາລືກັນ ຍ້ອນມີພໍ່ແມ່ພີ່ນ້ອງມາຫົດສົງຫລາຍ ຈະເຮັດຢູ່ໃນອາຮາມນັ້ນກໍ່ຄັບແຄບ ຈຶ່ງເຫັນສົມຄວນໃຫ້ມີການຕັ້ງຜາມ ຢູ່ທາງຫນ້າອາຮາມ(ສີມ) ຂອງວັດຊຽງທອງ ຈາກນັ້ນທຸກໆປີ ກໍ່ມີການອະຣາດທະນາພຣະເຈົ້າໝ່ານລົງຫົດສົງຫລັງຈາກແລ້ວບຸນປີໃຫມ່ລາວທຸກໆປີ ມາຕະຫລອດ.

ການນຳເອົາພຣະເຈົ້າໝ່ານລົງຫົດສົງນັບແຕ່ປີ ຄສ 2000 ເປັນຕົ້ນມາ ທາງບ້ານ-ເມືອງ ກໍໄດ້ຕົກລົງກັນເອົາພຣະເຈົ້າໝ່ານລົງຫົດສົງ ບາງປີ ກໍວັນທີ 22, ບາງປີກໍວັນທີ 23 ຂອງເດືອນເມສາ ຂອງທຸກໆປີ .

ໝາຍເຫດ:

1. ການຮີບໂຮມປະຫວັດທີ່ມາຂອງພຣະເຈົ້າໝ່ານໃນຄັ້ງນີ້ ຍັງຄົງບໍ່ທັນສົມບູນແທ້ເທື່ອ ເພາະວ່າ

ຍັງມີຫລາຍໆເຫດຜົນ ທີຍັງໃຫ້ຄົ້ນຄວ້າຕື່ມອີກຫລາຍຈຸດ ເຊັ່ນ : ອູບມຸງພຣະເຈົ້າໝ່ານ ເມື່ອກ່ອນຊາວບ້ານເອິ້ນວ່າ ອູບໝ່ານ ຫລາຍຄົນເວົ້າວ່າແມ່ນອູບທີ່ພະມ້າສ້າງ ເພາະເມື່ອກ່ອນພະມ້າເຄີຍເຂົ້າມາຕີແລະຍຶດຄອງລ້ານຊ້າງໃນໄລຍະຫນຶ່ງ ແລະບາງຄົນຄິດວ່າສ້າງອູບມຸງພຣະໝ່ານນີ້ຂຶ້ນ ສຳນຽງຄົນຫລວງພຣະບາງ ເຄີຍເອິ້ນລູກສິດ ກໍ່ຍັງອອກສຽງວ່າ ລູກສິ້ດ ອູບຂອງພະມ້າທີ່ຄິດວ່າສ້າງຂຶ້ນ ກໍ່ອາດພ້ຽນຈາກ ອູບມານ (ພວກມານທີ່ໝາຍເຖິງ ພະມ້າ ໃນເວລານັ້ນມາຕີ ລາວລ້ານຊ້າງ ) ຜ້ຽນເປັນອູບໝ່ານ.

2. ຫລັງຈາກອູບມຸງພຣະເຈົ້າໝ່ານເພພັງລົງ ເມື່ອປະມານປີ ຄໍສໍ 1930 ອູບແຫ່ງນີ້ມີພຣະພຸທທະຮູບສຳຄັນທີ່ເປັນອົງໃຫຍ່ໆ 3 ອົງ ຄື : ອົງທີ່ຫນຶ່ງພຣະທີ່ເປັນປະທານທີ່ຢູ່ຫໍພຣະໝ່ານປະຈຸບັນນີ້ , ອົງທີ່ສອງ ແມ່ນເພິ່ນນຳມາຕັ້ງໄວ້ທີ່ສວນດອກໄມ້ໃນປະຈຸບັນ ( ເມື່ອກ່ອນເອິ້ນວ່າພຣະເຈົ້າຕາກແດດ) ອົງທີ່ສາມແມ່ນພຣະເຈົ້າໝ່ານ ນອກນັ້ນຍັງມີພຣະພຸທທະຮູບນ້ອຍໆຫລາຍອົງ ແຕ່ເພິ່ນໄດ້ເອົງໄປໄວ້ໃນພຣະຣາຊວັງແລ້ວຫລັງອູບມຸງໝ່ານເພພັງລົງ(ຕາມຄຳບອກເລົ່າຂອງຜູ້ເຖົ້າ).

3. ຫໍພຣະໝ່ານໃນປະຈຸບັນນີ້ ຜູ້ອະວຸດໂສເພິ່ນບອກວ່າ ເມື່ອກ່ອນເພິ່ນບໍ່ໄດ້ນຳເອົາພຣະໝ່ານມາໄວ້ຫໍນີ້ ຫໍນີ້ມີແຕ່ພຣະປະທານຂອງຫໍນີ້ເທົ່ານັ້ນ ຈຶ່ງເປັນຂໍໃຫ້ຄິດວ່າແຜ່ນຈາລຶກຫິນອ່ອນທີ່ເຈົ້າມະຫາຊິວິດສຼີສະຫວ່າງວັດທະນາ ວິຈິດຣິຈະນາ ປະດັບປະດາ ຫໍພຸທມາຣາວິໄຊ ໃຫ້ງົດງາມແລ້ວປີ ຄໍສໍ 1974 ທີ່ເວົ້າສ່ວນຫນຶ່ງວ່າພຣະພຸທມາຣາວິໄຊ ສ້າງໂດຍ ພຣະຄູມະຫາສົມເດັດສຸວັນນະປັນຍາ ເມື່ອປີ ພໍສໍ 1989 ຫລື ຄໍສໍ 1446 ນັ້ນ ອາດຈະໝາຍເຖິງແມ່ນພຣະປະທານ ທີ່ຢູ່ໃນຫໍພຣະໝ່ານໃນປະຈຸບັນ ກໍ່ເປັນໄປໄດ້ ເພາະໃນຊ່ວງເວລາຫນຶ່ງພຣະເຈົ້າໝ່ານເພິ່ນກໍ່ບໍ່ໄດ້ເອົາໄວ້ທີ່ຫໍພຣະໝ່ານຫລັງນີ

ຂອບໃຈຂໍ້ມູນຈາກ: ເຟສບຸກ ດາວສາຍເໜືອ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...