Saturday, April 26, 2025
Kbank Laos โอน รับ จ่าย

ໄປທ່ຽວຈີນໄດ້ງ່າຍໆ ກັບ Vietjet: ບິນໄປ Chengdu, Shanghai ກັບ Vietjet ຜ່ານນະຄອນໂຮ່ຈີມິນ, ຄ່າໂດຍສານຖືກທີ່ສຸດພຽງ 0 USD ສໍາລັບເສັ້ນທາງ ໂຮ່ຈີມິນ-ເສີງຕູ່ ສາມາດຈອງໄດ້ແລ້ວ.

(ນະຄອນຫຼວງວຽງຈັນ, 31 ມັງກອນ 2024) – ເພື່ອເປັນການຕ້ອນຮັບເທດສະການກຸດຈີນ ແລະ ມອບທາງເລືອກໃຫ້ລູກຄ້າໃນລາວ ທີ່ມີແຜນຈະມາຢ້ຽມຢາມ ສປ ຈີນ ໃນໂອກາດພິເສດນີ້, Vietjet ສືບຕໍ່ຂະຫຍາຍຕາໜ່າງການບິນລະຫວ່າງ ຫວຽດນາມ ແລະ ຈີນ ດ້ວຍການເປີດຖ້ຽວບິນ ໂຮຈີ່ມິນ – ເສີງຕູ່, ຕາມດ້ວຍຖ້ຽວບິນ ໂຮຈີມິນ-ຊຽງໄຮ້ ໃນເວລາພຽງ 2 ເດືອນ.

ເສັ້ນທາງ ໂຮ່ຈີມິນ-ເສີງຕູ່ ຈະເປີດນຳໃຊ້ໃນວັນທີ 10 ກຸມພາ 2024, ບິນໄປກັບທຸກມື້. ນີ້ແມ່ນມື້ທຳອິດຂອງ ກຸດຈີນ, ເທດສະການທີ່ໃຫຍ່ທີ່ສຸດຂອງສອງປະເທດ, ຮ່ວມອວຍພອນໃຫ້ລູກຄ້າຈົ່ງມີແຕ່ຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນໝົດປີ.

ຄ່າໂດຍສານພຽງແຕ່ 0 USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບເສັ້ນທາງໃໝ່ນີ້ ແມ່ນໃຫ້ຈັບຈອງໄດ້ແລ້ວທີ່ www.vietjetair.com ຫຼື ແອັບມືຖື Vietjet Air ເດີນທາງແຕ່ວັນທີ 10 ກຸມພາ 2024 ຫາ 30 ມີນາ 2024. ຜູ້ໂດຍສານຂອງ Vietjet ຈະໄດ້ຮັບປະກັນໄພການເດີນທາງ SkyCare ຟຣີເພື່ອການເດີນທາງທີ່ປອດໄພ.

ຖືວ່າເປັນໂອກາດດີສຳລັບນັກທ່ອງທ່ຽວຈາກລາວ ໃນການໄປທ່ຽວຈີນ ເພາະຄ່າປີ້ຍົນທີ່ມີລາຄາຖືກຂອງ Vietjet ທ່ານສາມາດຢຸດພັກທີ່ນະຄອນໂຮ່ຈິມິນ ແລະ ໄປຕໍ່ເມືອງ Chengdu ແລະ Shanghai ໄດ້ຢ່າງງ່າຍດາຍ.

Vietjet ຈະເປີດຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນໃນວັນທີ 25 ກຸມພານີ້ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ພຸດ, ສຸກ ແລະ ວັນອາທິດ ດ້ວຍເວລາພຽງ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ.

Vietjet ກຳລັງຂະຫຍາຍຕົວຢູ່ຈີນ ຢ່າງເຂັ້ມແຂງທາງດ້ານຍຸດທະສາດ ໃນການເຮັດໃຫ້ອາຊີຕາເວັນອອກສຽງໃຕ້ໃຫ້ເຂົ້າໃກ້ກັບຈີນ. ເມື່ອບໍ່ດົນມານີ້, ບໍລິສັດ Vietjet ໄທໄດ້ເລີ່ມໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຊຽງໄຮ້, ຫາງໂຈ່ວ ແລະ ກວາງໂຈ່ວ ໄປຍັງນະຄອນຫຼວງບາງກອກຂອງໄທ ແລະ ມີແຜນການເຊື່ອມຕົວເມືອງໃຫຍ່ຂອງຈີນຕື່ມອີກໃນໄລຍະທີ່ຈະມາຮອດນີ້. ຖ້ຽວບິນກົງເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງ ແລະ ລາຄາທີ່ຈັບຕ້ອງໄດ້ເທົ່ານັ້ນ, ແຕ່ຍັງຊ່ວຍກະຕຸ້ນເສດຖະກິດການທ່ອງທ່ຽວລະຫວ່າງປະເທດ ແລະ ພາກພື້ນນຳອີກ.

ດ້ວຍເຮືອບິນທີ່ທັນສະໄໝ, ພ້ອມຄວາມມຸ່ງໝັ້ນໃນການໃຫ້ຄວາມປອດໄພ ແລະ ການບໍລິການລູກຄ້າທີ່ພິເສດ, Vietjet ກຽມພ້ອມທີ່ຈະໃຫ້ຜູ້ໂດຍສານມີຄວາມສະດວກສະບາຍ ແລະ ມ່ວນຊື່ນໃນການເດີນທາງຕະຫຼອດປີໃໝ່. ບໍ່ວ່າຈະເປັນການເດີນທາງມາທຸລະກິດ ຫຼື ມາພັກຜ່ອນ, ຜູ້ໂດຍສານຍັງຈະໄດ້ຮັບປະສົບການທີ່ດີ ແລະ ໜ້າຈົດຈຳ ຈາກພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ.

ຂໍ້ມູນເພີ່ມເຕີມ: www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.