ແຈ້ງການ! ການເສຍອາກອນທີ່ດິນ ປະຈຳປີ 2024.

ເພື່ອໃຫ້ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ປະຈຳປີ 2024 ຖືກຈັດຕັ້ງປະຕິບັດ ໃຫ້ທັນຕາມກຳນົດ ເວລາ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ເລີ່ມແຕ່ວັນທີ 01 ມັງກອນ 2024 ເປັນຕົ້ນໄປ ການເສຍອາກອນທີ່ດິນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍອາກອນທີ່ດິນ ສະບັບເລກທີ 35/ສພຊ, ລົງວັນທີ 17 ກໍລະກົດ 2023 ທີ່ໄດ້ປະກາດນໍາໃຊ້ຢ່າງເປັນທາງການ, ຊຶ່ງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນ ເຈົ້າຂອງສິດນຳໃຊ້, ຜູ້ນໍາໃຊ້ ຫຼື ຄອບຄອງ ທີ່ດິນ ໃນຂອບເຂດທົ່ວ ປະເທດ ມີພັນທະເສຍອາກອນທີ່ດິນ ປະຈຳປີ, ໃນປີ 2024 ເຊິ່ງການເສຍອາກອນທີ່ດິນ ຈະສິ້ນສຸດໃນວັນທີ 31 ທັນວາ 2024.

ຖ້າບໍ່ເສຍຄ່າອາກອນທີ່ດິນ ຕາມໄລຍະເວລາດັ່ງກ່າວ ຈະຖືກປັບໃໝ ຕາມແຕ່ລະກໍລະນີ ທີ່ໄດ້ ກຳນົດໄວ້ໃນ ມາດຕາ 33 ແລະ 34 ຂອງກົດໝາຍວ່າດ້ວຍອາກອນທີ່ດິນ ທີ່ໄດ້ກຳນົດໄວ້;

ການເສຍອາກອນທີ່ດິນປະຈຳປີ 2024 ແມ່ນເອົາພື້ນຖານການຄິດໄລ່ອາກອນທີ່ດິນ ຄູນກັບອັດຕາອາກອນທີ່ດິນ ຕາມມາດຕາ 14 ຂອງກົດໝາຍວ່າດ້ວຍອາກອນທີ່ດິນ ສະບັບເລກທີ 35/ສພຊ, ລົງວັນທີ 17 ກໍລະກົດ 2023. ສຳລັບ ພື້ນຖານການຄິດໄລ່ອາກອນທີ່ດິນ ແມ່ນ ໃຫ້ເອົາເນື້ອທີ່ຂອງຕອນດິນເປັນຕາແມັດ ຄຸນກັບ ລາຄາ ຕາມການປະເມີນລາຄາທີ່ດິນໃນແຕ່ລະເຂດທີ່ກຳນົດໃນຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕາມການ ຮັບຮອງຂອງສະພາປະຊາຊົນຂັ້ນ ແຂວງ, ນະຄອນຫຼວງວຽງຈັນ ໃນແຕ່ລະໄລຍະ;

ເຈົ້າຂອງສິດນຳໃຊ້ທີ່ດິນ ສາມາດແຈ້ງເສຍ ອາກອນທີ່ດິນ ຄືດັ່ງນີ້: ແຈ້ງຜ່ານປ່ອງບໍລິການຂອງສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງວຽງຈັນ, ເມືອງ, ເທດສະບານ, ນະຄອນ ແລະ ຫ້ອງການປົກຄອງ ບ້ານ ບ່ອນຕອນດິນຕັ້ງຢູ່.

ຊຳລະດ້ວຍ 03 ຮູບແບບຄື ຊຳລະຜ່ານລະບົບທະນາຄານ ໂດຍນຳໃຊ້ ແອັບພິເຄຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໃນໂຄງການ, ຊຳລະຜ່ານປ່ອງບໍລິການຂອງຄັງເງິນແຫ່ງຊາດປະຈຳ ແຂວງ, ນະຄອນຫຼວງວຽງຈັນ, ເມືອງ, ນະຄອນ, ເທດສະບານ ແລະ ຫ້ອງການປົກຄອງບ້ານ ບ່ອນຕອນ ດິນຕັ້ງຢູ່.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...