Tag: ກະວີລາວ

“ການແຕ່ງກາບ” ຫຼື “ກະວີ” ທີ່ໃຊ້ໃນບຸນປະເພນີຕ່າງໆຂອງລາວ.

"ກາບ" ຄໍານີ້ໃນພາສາສັນສະກິດ ແປວ່າຄໍາຂອງ "ກະວີ" ໃນພາສາລາວເຮົາ ແມ່ນໝາຍເຖິງຂອງ ທີ່ເປັນກີບບາງໆ ແລະ ຊ້ອນເລື່ອມກັນເປັນຊັ້ນໆເຊັ່ນ: ກາບດອກໄມ້, ກາບລາງ, ກາບໝາກ ເປັນຕົ້ນ. ສ່ວນຄວາມໝາຍທາງໄວຍາກອນນັ້ນ ຄໍາ "ກາບ” ກໍຈະໝາຍເຖິງຄໍາທີ່ມີການສຳຜັດ ສັບຊ້ອນກັນຢ່າງ ເປັນລະບຽບ, ສະນັ້ນ, ກາບ” ຈຶ່ງແມ່ນກອນປະເພດໜຶ່ງທີ່ມີກຳນົດລັກສະນະເຈັດຄໍາ ແລະ ໃຊ້ສຳຜັດ ຄໍາທີ່ເຈັດກັບຄໍາທີ່ສາມໃນວັກຕໍ່ໄປ. ເພິ່ນມັກໃຊ້ກາບສໍາລັບອ່ານ, ເຊິ່ງໃນບຸນປະເພນີຕ່າງໆເຊັ່ນ: ບຸນຊ່ວງເຮືອ, ບຸນບັ້ງໄຟ, ບຸນ ໂຮງຮຽນ, ຂຶ້ນເຮືອນໃໝ່ ຫຼື ເຊິ່ງໃນງານພິທີອື່ນໆ.

“ເສດແກ້ວກາງໃຈ” ຄວາມຮູ້ສຶກທີ່ສົ່ງຜ່ານບົດກະວີ

ປຶ້ມ ໂຮມກະວີນິພົນ “ເສດແກ້ວກາງໃຈ” ຖືວ່າເປັນຜົນງານການຂຽນບົດກະວີເຫຼັ້ມທໍາອິດຂອງ ນາງ ສຸກສະດາ ສຸດທິໄຊ, ໄວ 28 ປີ ທີ່ມີນາມປາກກາ “ສາວເມີ້ຍ”  ເຊິ່ງໄດ້ສະແດງເຖິງຄວາມຮູ້ສຶກຂອງເຂົາອອກມາ ເປັນບົດກະວີ ໂດຍມີເນື້ອໃນທີ່ປຽບເປີຍຄ້າຍຄືກັບວ່າມີເສດແກ້ວສຽບແທງພາຍໃນເອິກ ໂດຍບໍ່ມີມື້ຫຼົງລືມໄດ້.