Tag: ການຕ່ຳຜ້າ

ແມ່ຍິງຊົນເຜົ່າຍວນໃນເມື່ອກ່ອນຈະສ້າງຄອບຄົວໄດ້ຕ້ອງຕ່ຳສິ້ນຕີນຈົກເປັນ

ໃນອະດີດແມ່ຍິງຊົນເຜົ່າຍວນ ຕ້ອງຮຽນຕ່ຳສິ້ນໃຊ້ເອງ ລວມທັງຜ້າທີ່ໃຊ້ໃນການດຳລົງຊີວິດ, ແມ່ຍິງທຸກຄົນ ຈະຕ້ອງຕ່ຳສິ້ນຕີນຈົກໃຫ້ເປັນ ເພາະຖືກັນວ່າ ແມ່ຍິງຜູ້ໃດ ຕ່ຳສິ້ນຕີນຈົກເປັນ ແມ່ນມີຄຸນສົມບັດ, ເປັນແມ່ຍິງທີ່ເໝາະສົມຈະອອກເຮືອນ ສ້າງຄອບຄົວ, ໄປເປັນແມ່ບ້ານແມ່ເຮືອນໄດ້ແລ້ວ ສະນັ້ນ ຜ້າທີ່ຕ່ຳຈຶ່ງຖືໄດ້ວ່າມີຄວາມສຳຄັນຫຼາຍ ຕໍ່ກັບຊົນເຜົ່າຍວນ.