Tag: ຊົນເຜົ່າໃນລາວ

“ຊົນເຜົ່າກະຕູ” ເອກະລັກທາງວັດທະນະທຳທີ່ບໍ່ຄືໃຜ

"ຊົນເຜົ່າກະຕູ" ເປັນຊົນເຜົ່າທີ່ຍ້າຍມາຈາກພາສກຕາເວັນອອກສ່ຽງໃຕ້ຂອງປະເທດອິນເດຍ ແລະ ບໍລິເວນຕອນໃຕ້ຂອງຈີນ ໂດຍມາວອາໄສຢູ່ລາວຍເປັນເວລາຫຼາຍປີແລ້ວ, ປັດຈຸບັນ ໄດ້ຕັ້ງຖິ່ນຖານຢູ່ແຂວງເຊກອງ, ສາລະວັນ ແລະ ຈຳປາສັກ.

ຊົນເຜົ່າ ຮ່າຍີ່ ນຳຮູບຊົງຂອງຫຼັງຄາເຮືອນ ມາອອກແບບເປັນໝວກ ເພື່ອເປັນການເຄົາລົບຕໍ່ຕົ້ນຕະກຸນ

.ຊຸດແຕ່ງກາຍຂອງແມ່ຍິງ ຮ່າຍີ່ ມີຄວາມເປັນມາ, ຜູກພັນກັບຕຳນານຂອງຊົນເຜົ່າ ໃນສະໄໝບູຮານນະການ, ຊົນເຜົ່າ ຮ່າຍີ່ ບໍ່ຢາກໃຫ້ຄົນໃນຄອບຄົວ ອາໄສຢູ່ກະແຈກກະຈາຍ ຈຶ່ງມາຢູ່ຮ່ວມເຮືອນຫຼັງຄາດຽວກັນ ແຕ່ເມື່ອສະມະຊິກໃນຄອບຄົວເພີ່ມຂຶ້ນ ລູກຫຼານກໍຕ້ອງແຍກອອກໄປຢູ່ເຮືອນອີກຫຼັງໜຶ່ງຕ່າງຫາກ  ເພື່ອເປັນການສະແດງຄວາມເຄົາລົບນັບຖື ຕໍ່ຮາກເຫງົ້າ ຫຼື ພໍ່ແມ່ ແລະ ຕົ້ນຕະກຸນ ຈຶ່ງໄດ້ນຳຮູບຊົງຂອງຫຼັງຄາເຮືອນ ມາອອກແບບເປັນຮູບຊົງຂອງໝວກປະຈຳຊົນເຜົ່າ ໂດຍຊົນເຜົ່າຮ່າຍີ່ ເອີ້ນໝວກໃບນີ້ວ່າ: "ຂຸ່ນຕັ່ງ"