Tag: ນາງແບບ

Miss Universe Laos ປີນີ້ ກຽມຈັດຂຶ້ນຢ່າງຫຍິ່ງໃຫຍ່

ທ່ານ ນາງ ຈັນໂສ ຈິດທິວົງ ປະທານກອງປະກວດໃນຄັ້ງນີ້ໄດ້ໃຫ້ຮູ້ວ່າ: ປີນີ້ຈະຈັດການປະກວດຢ່າງເຕັມທີ ເພື່ອໃຫ້ແຟນໆນາງງາມ ໄດ້ຕິດຕາມຮັບຊົມກັນຢ່າງໜຳໃຈ, ແທນປີກາຍທີ່ບໍ່ສາມາດຈັດໄດ້ເຕັມທີ່ ເພາະການແພ່ລະບາດຂອງພະຍາດ ໂຄວິດ-19, ປີນີ້ຈຶ່ງມີຄວາມຄາດຫວັງກ່ຽວກັບ ເພັດເມັດໃໝ່ ທີ່ມີຄວາມງາມພຽບພ້ອມ ບໍ່ວ່າຈະເປັນ ບຸກຄະລິກກະພາບ, ຄວາມພົ້ນເດັ່ນໄປສູ່ສາກົນ ແລະຄວາມພ້ອມທີຈະພັດທະນາຕົນເອງ ຢູ່ຕະຫຼອດເວລາ, ທ່ານ ນາງຈັນໂສ ຍັງໃຫ້ຮູ້ອີກວ່າ: ເງິນລາງວັນໃນຄັ້ງນີ້ ລວມໆແລ້ວປະມານ 300 ລ້ານກີບ.