
ທ່ານ ນາງ ຈັນໂສ ຈິດທິວົງ ປະທານກອງປະກວດ Miss Universe Laos 2022 ໃຫ້ຮູ້ວ່າ: ປີນີ້ຈະຈັດການປະກວດຢ່າງເຕັມທີ່ ເພື່ອໃຫ້ແຟນໆນາງງາມ ໄດ້ຕິດຕາມຮັບຊົມກັນຢ່າງຈຸໃຈ, ແທນປີຜ່ານມາ ທີ່ບໍ່ສາມາດຈັດໄດ້ເຕັມທີ່ ເພາະການແຜ່ລະບາດຂອງພະຍາດ ໂຄວິດ-19, ປີນີ້ ຈຶ່ງມີຄວາມຄາດຫວັງກ່ຽວກັບ ເພັດເມັດໃໝ່ ທີ່ມີຄວາມງາມພຽບພ້ອມ ບໍ່ວ່າຈະເປັນ ບຸກຄະລິກກະພາບ, ຄວາມພົ້ນເດັ່ນໄປສູ່ສາກົນ ແລະ ຄວາມພ້ອມທີຈະພັດທະນາຕົນເອງ ຢູ່ຕະຫຼອດເວລາ, ໂດຍເງິນລາງວັນໃນປີນີ້ ລວມໆ ແລ້ວປະມານ 300 ລ້ານກີບ.

ດ້ານທ່ານ ນາງ ມີນາ ສີວິໄລ, ຫົວໜ້າກົມຂະບວນການຊາວໜຸ່ມ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ບອກວ່າ: ການປະກວດໃນຄັ້ງນີ້ ເປັນການເຕົ້າໂຮມຄວາມສາມັກຄີ ຂອງເອື້ອຍນ້ອງຊາວໜຸ່ມແມ່ຍິງ ທີ່ມັກຮັກໃນການປະກວດ, ກ້າສະແດງອອກເຖິງຄວາມງາມສະເພາະຕົວ ບໍ່ວ່າຈະເປັນ ດ້ານວັດທະນະທຳອັນດີງາມ, ການເວົ້າຈາ, ການນຸ່ງຖື ທີ່ສື່ເຖິງຄວາມເປັນແມ່ຍິງລາວທີ່ ບົ່ງບອກເຖິງຄວາມ “ອ່ອນໂຍນ ແຕ່ບໍ່ອ່ອນແອ, ເຂັ້ມແຂງ ແຕ່ບໍ່ແຂງກະດ້າງ”.

ສຳລັບ ທ່ານ ຈີລະສັກ ສາຍສະນິດ (ໂຈໂຈ້ ມີລາໂຄ້) ຜູ້ດູແລຈັດງານໃນຄັ້ງນີ້ໄດ້ເວົ້າວ່າ: ການຈັດງານໃນຄັ້ງນີ້ຈະແຕກຕ່າງຈາກປີກ່ອນ ບໍ່ວ່າຈະເປັນການສ້າງໃຫ້ມີຄວາມອາລັງການຫຼາຍຂຶ້ນ ລວມໄປເຖິງລາຍການທີ່ຈະໂຊ, ການຖ່າຍພາບ ໃຫ້ທັນກັບສາກົນ ປີນີ້ຈະເຮັດໃນສິ່ງທີ່ແຕກຕ່າງອອກໄປ ໃຫ້ທັນສະໄໝຫຼາຍຂຶ້ນ.
ໂຈໂຈ້ ຍັງເວົ້າອີກວ່າ: ເກນຂອງການເລືອກນາງງາມໃນຄັ້ງນີ້ ຈະຍືດຖືຄວາມງາມເປັນຫຼັກ ບໍ່ວ່າຈະເປັນຄວາມງາມທັງແນວຄິດ, ຈິດໃຈ, ຄວາມພ້ອມທຸກຢ່າງຂອງນາງງາມ, ນາງງາມທີ່ພ້ອມຈະສູ້, ບໍ່ມີຄວາມທໍ້ແທ້ກັບອຸປະສັກທີ່ຈະປະເຊີນ, ຈະຖືເອົາອົງປະກອບຫຼາຍໆຢ່າງມາຕັດສິນ ແລະ ເກັບຄະແນນໃນແຕ່ລະຮອບ.
ສຳລັບສະໂລແກນໃນຄັ້ງນີ້ແມ່ນ “ນຳຄວາມເປັນລາວ ສູ່ເວທີຈັກກະວານ” ສະນັ້ນ, ສໍາລັບຊຸດຂອງເຮົາກໍຈະອອກມາ ເປັນການປະສົມປະສານຄວາມເປັນລາວ ເພື່ອໃຫ້ພົ້ນເດັ່ນໃນຈັກກະວານ ຈະສ້າງໃຫ້ອອກມາໃນແບບຄວາມເປັນລາວ ທີ່ຄຽງຄູ່ໄປກັບຈັກກະວານ.

ທ່ານ ນາງ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ Miss Universe Laos 2021 ຄົນລ້າສຸດ ຍັງຝາກເຖິງນ້ອງໆ ທີ່ເຂົ້າປະກວດໃນຄັ້ງນີ້ ໃຫ້ມີຄວາມອົດທົນພະຍາຍາມ, ເປີດປະຕູປະເທດລາວ ສູ່ເວທີລະດັບໂລກ ແລະ ຢາກໃຫ້ແຟນໆ ນາງງາມໝົດທຸກຄົນ ຊ່ວຍກັນເປັນກຳລັງໃຈ ໃຫ້ນາງງາມນຳ ເພາະກຳລັງໃຈເປັນສິ່ງສຳຄັນ ທີ່ຈະເຮັດໃຫ້ນາງງາມມີແຮງສູ້ຕໍ່ໄປ.