ເມືອງໂພນໂຮງ ເພີ່ມກຳລັງ ປກສ ເວນຍາມ 24 ຊົ່ວໂມງ ເພື່ອປ້ອງກັນບໍ່ໃຫ້ມີຂີ້ລັກ.

ຫົວໜ້າຫ້ອງວ່າການເມືອງໂພນໂຮງ ໄດ້ໃຫ້ຮູ້ວ່າ: ປະຈຸບັນນີ້ບັນຫາປະກົດການຫຍໍ້ທໍ້, ເຫດການຄວາມບໍ່ສະຫງົບຍັງເກີດຂື້ນໃນແຕ່ລະວັນ ໂດຍສະເພາະບັນຫາຂີ້ລັກງັດແງະ, ປຸ້ນຊັບ, ຊິງຊັບ, ບັນຫາຢາເສບຕິດ, ຄາດຕະກໍາ ແລະ ບັນຫາອື່ນໆ ເພື່ອເປັນການປ້ອງກັນບໍ່ໃຫ້ເກີດມີບັນຫາສະພາບຄວາມບໍ່ສະຫງົບເກີດຂື້ນໃນສັງຄົມ ທາງຫ້ອງວ່າການເມືອງໆໂພນໂຮງ ເພິ່ນຈຶ່ງໄດ້ແຈ້ງໃຫ້ແຕ່ງຕັ້ງພະນັກງານປ້ອງກັນຕະຫຼອດ 24 ຊົ່ວໂມງ (ທັງກາງເວນ ແລະ ກາງຄືນ) ຄື:

  • ຈຸດທີ 1 ຢູ່ຕຶກອາຄານຫ້ອງວ່າການເມືອງ
  • ຈຸດທີ 2 ຢູ່ຫ້ອງການສາທາລະນະສຸກເມືອງ ແລະ ໂຮງໝໍເມືອງ
  • ຈຸດທີ 3 ຢູ່ຫ້ອງການ ສຶກສາທິການ ແລະ ກິລາເມືອງ
  • ຈຸດທີ 4 ຫ້ອງການກະສິກຳ-ປ່າໄມ້ເມືອງ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ
  • ຈຸດທີ 5 ຢູ່ຫ້ອງການອຸດສາຫະກຳ-ການຄ້າເມືອງ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ
  • ຈຸດທີ 6 ຢູ່ກອງບັນຊາການ ປກຊ ເມືອງ
  • ຈຸດທີ 7 ຢູ່ກອງບັນຊາການ ປກສ ເມືອງ

ສຳລັບຢູ່ຂັ້ນບ້ານໃຫ້ນາຍບ້ານແຕ່ລະບ້ານແຕ່ງຕັ້ງກຳລັງ ປກຊ-ປກສ ບ້ານຈັດຕັ້ງການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ (ທັງກາງເວນ ແລະ ກາງຄືນ) ໃນຂອບເຂດບ້ານຂອງຕົນຮັບຜິດຊອບ ແລະ ສຳລັບພະນັກງານຮັບຜິດຊອບບ້ານຂໍໃຫ້ເປັນເຈົ້າການໃນການຕິດຕາມ,ກວດກາແຕ່ລະບ້ານທີ່ຕົນຮັບຜິດຊອບເພື່ອ ແນະນໍາໃຫ້ບ້ານຈັດຕັ້ງການປ້ອງກັນ.

ກໍລະນີທີ່ມີເຫດການຄວາມບໍ່ສະຫງົບເກີດຂື້ນຢູ່ຈຸດໃດໃຫ້ຮີບຮ້ອນພ້ອມກັນແກ້ໄຂ ແລະ ລາຍງານຕໍ່ຂັ້ນເທິງຊາບ ຖ້າຫາກມີເຫດການຄວາມບໍ່ສະຫງົບທີ່ເປັນບັນຫາໃຫຍ່ ໃຫ້ຮີບຮ້ອນລາຍງານຕໍ່ຫ້ອງວ່າການເມືອງ ເບີໂທ 020 99814504 ຫຼື ລາຍງານຕໍ່ກອງບັນຊາການ ປກສ ເມືອງ ເພື່ອເປັນໃຈກາງລາຍງານຂໍທິດຊີ້ນຳຈາກຂັ້ນເທີງມີທິດແກ້ໄຂ ໃຫ້ທ່ວງທັນກັບເຫດການ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...