ອຸຕຸເຕືອນ! ພາຍຸໄຕ້ຝຸ່ນ ໂນຣູ ຈະພັດເຂົ້າພາກກາງ ແລະ ພາກໃຕ້ ລະຫວ່າງວັນທີ 28-30 ກັນຍານີ້

ພາຍຸໄຕ້ຝຸ່ນ ໂນຣູ ຈະເຮັດໃຫ້ຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງ ຂໍໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາແຂວງດັ່ງກ່າວກຽມຮັບມືຝົນຕົກໜັກ, ນ້ຳຖ້ວມ ແລະ ລົມພັດແຮງ, ໃນຂະນະພາຍຸດັ່ງກ່າວພັດຂຶ້ນປະເທດຟິລິປິນແລ້ວ ໃນວັນທີ 26 ກັນຍານີ້ ໄດ້ສ້າງຄວາມເສຍຫາຍ ແລະ ເກີດນ້ຳຖ້ວມເປັນວົງກວ້າງ ແລະ ລາຍງານມີຜູ້ເສຍຊີວິດແລ້ວ 5 ຄົນ.

ໃນຕອນເຊົ້າຂອງວັນທີ 26-27 ກັນຍາ 2022, ພາຍຸໄຕ້ຝຸ່ນ ໂນຣູ (Noru) ຫົວທີ 16 ກຳລັງເຄື່ອນທີ່ ຢູ່ເຂດມະຫາສະມຸດປາຊີຟິກ ແລະ ຈະສືບຕໍ່ເຄື່ອນທີ່ຢູ່ເຂດພາຍເລຈີນໃຕ້ຕອນກາງ, ຄາດວ່າ ພາຍຸໄຕ້ຝຸ່ນຫົວນີ້ ຈະເຄື່ອນທີ່ຂື້ນຝັ່ງທາງພາກກາງຂອງປະເທດຫວຽດນາມໃນຕອນເຊົ້າ ຂອງວັນທີ 28 ກັນຍາ, ຈາກນັ້ນ ຈະສືບຕໍ່ເຄື່ອນທີ່ຜ່ານ ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ໃນຕອນບ່າຍ ວັນທີ 28-30 ກັນຍາ 2022, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນໃນເຂດພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ກົມອຸຕຸນິຍົມຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນ ບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈຶ່ງມີສະຕິລະມັດ ລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມ ອົງ ແລະ ນໍ້າຖ້ວມ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸດທົກກະສາດຢ່າງຕໍ່ເນື່ອງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...