Tag: ພຸດທະສາສະໜາ

“ບຸນໄຫຼເຮືອໄຟ” ກິດຈະກໍາສຳຄັນ ທາງພຸດທະສາສະໜາ

ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ເປັນມື້ບຸນອອກພັນສາ ກໍຈະມີຫຼາກຫຼາຍກິດຈະກໍາ ທາງພຸດທະສາສະໜາ ເຊິ່ງໜຶ່ງໃນນັ້ນແມ່ນ ບຸນໄຫຼເຮືອໄຟ ໂດຍປີນີ້ແມ່ນກົງກັບວັນທີ 29 ຕຸລາ 2023 ເພື່ອເປັນການສະແດງອອກເຊິ່ງຄວາມກະຕັນຍູຕໍ່ຜູ້ມີພຣະຄຸນ ເຊັ່ນ ຕຳນານແມ່ກາເຜືອກ ເພື່ອລະນຶກເຖິງບຸນຄຸນແມ່ທີ່ໃຫ້ກຳເນີດເກີດມາ ເຮົາຈິ່ງນິຍົມຝັ້ນຝ້າຍຕີນກາ ຈູດບູຊາແມ່ກາເຜືອກ ແລະ ຮອຍພຣະບາດ.​

ຊາວພຸດຕ້ອງມີ! ຄຸນສົມບັດທີ່ດີຂອງອຸບາສົກໃນພຸດທະສາສະໜາ

ສົມບັດຂອງອຸບາສົກ 5 ປະການ 1. ມີສັດທາ2. ມີສິນບໍລິສຸດ (ສີລ 5)3. ບໍ່ຖືມຸງຄຸນ ຕື່ນຂ່າວ ຄືໃຫ້ເຊື່ອເລື່ອງກັມຂອງຕົນ ບໍ່ເຊື່ອມຸງຄຸນພາຍນອກ4. ບໍ່ສະເແຫວງຫາບຸນນອກພຸດທະສາສະນາ5. ບຳເພັນບຸນແຕ່ໃນພຸດທະສາສະນາ ອາຊີບທີ່ບໍ່ຄວນເຮັດ 5 ປະການ 1. ຄ້າຂາຍເຄື່ອງປະຫານ2. ຄ້າຂາຍມະນຸດ3....