ຊາວພຸດຕ້ອງມີ! ຄຸນສົມບັດທີ່ດີຂອງອຸບາສົກໃນພຸດທະສາສະໜາ

ສົມບັດຂອງອຸບາສົກ 5 ປະການ

1. ມີສັດທາ
2. ມີສິນບໍລິສຸດ (ສີລ 5)
3. ບໍ່ຖືມຸງຄຸນ ຕື່ນຂ່າວ ຄືໃຫ້ເຊື່ອເລື່ອງກັມຂອງຕົນ ບໍ່ເຊື່ອມຸງຄຸນພາຍນອກ
4. ບໍ່ສະເແຫວງຫາບຸນນອກພຸດທະສາສະນາ
5. ບຳເພັນບຸນແຕ່ໃນພຸດທະສາສະນາ

ອາຊີບທີ່ບໍ່ຄວນເຮັດ 5 ປະການ

1. ຄ້າຂາຍເຄື່ອງປະຫານ
2. ຄ້າຂາຍມະນຸດ
3. ຄ້າຂານສັດເປັນ ແລະ ຊີ້ນສັດ
4. ຄ້າຂາຍນ້ຳເມົາ
5. ຄ້າຂາຍຢາເສບຕິດ

ອານິສົງຂອງການໃຫ້ທານ 
1. ເປັນທີ່ຮັກຂອງຄົນສ່ວນຫຼາຍ
2. ສຸພາບຊົນຍ່ອມຄົບຫາ
3. ເປັນຄົນທີ່ມີຊື່ສຽງດີ
4. ເຂົ້າສູາສະມາຄົມໃດຍ່ອມອົງອາດ ກ້າຫານ
5. ຫຼັງຈາກຕາຍໄປຍ່ອມເຂົ້າເຖິງສຸຄະຕິ

ທຶດຖະທຳມິກັດຖະ ໝາຍເຖິງປະໂຫຍດໃນປັດຈຸບັນ,
ຄວາມສຸກໃນປັດຈຸບັນທີ່ເຫັນທັນຕາໃນຊາດນີ້ ມີ 4 ຢ່າງ

1. ອຸດຖານະສຳປະທາ ໝາຍເຖິງຄວາມເຸິງພ້ອມດ້ວຍຄວາມຂະຫຍັນໝັ່ນພຽນ ຕໍ່ສູ້ກັບບັນຫາ ບໍ່ທໍ້ແທ້ໃນການສຶກສາຮ່ຳຮຽນ, ການທຳມາຫາລ້ຽງຊີວິດ ແລະ ໝັ່ນເຝິກຝົນໃນໜ້າທີ່ຂອງຕົນໃຫ້ເກີດຊຳນິຊຳນານ.

2. ອາຣັກຂະສຳປະທາ ໝາຍເຖິງຄວາມເຖິງພ້ອມດ້ວຍການຮັກສາ ຮູ້ຄຸນຄ່າສິ່ງຂອງທີ່ຕົນເອງຫາມາໄດ້ ເພື່ອທີ່ຈະນຳມາໃຊ້ໃຫ້ເກີດປະໂຫຍດທັງແກ່ຕົນເອງແລະຄົນອື່ນໆ
3. ກັນລະຍານະມິດຕາ ໝາຍເຖິງການມີໝູ່ເພື່ອນທີ່ດີ ບໍ່ຄົບຫາກັບຄົນຊົ່ວ ຮູ້ຈົກເລືອກຄົບຄົນທີ່ບໍ່ຊັກຊວນກັນໄປໃນທາງທີ່ເສື່ອມເສຍຫຼືເສບສິ່ງທີ່ບໍ່ດີ.
4. ສະມາຊີວິຕາ ໝາຍເຖິງ ການລ້ຽງຊີວິດຕາມສົມຄວນແກ່ຊັບສົມບົດທີຫາມາໄດ້ ຮູ້ຈັກການໃຊ້ຊັບສົມບັດໃຫ້ພໍເໝາະພໍດີ ກີນຢູ່ຢ່າງພໍພຽງ
ຫຼັກທຳທີ່ກ່າວມາທັງໝົດນີ້ຖ້າຜູ້ໃດປະຕິບັດຕາມໄດ້ຍ່ອມແຕ່ຄວາມຈະເລີນ ເພາະວ່າເປັນຫຼັກທຳທີ່ສາມາດກໍ່ສ້າງຕົວຈົນມີຖານະທີ່ໝັ້ນຄົງໄດ້

ແຫຼ່ງຂໍ້ມູນ: https://www.facebook.com/nongbuathongtai/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...