Tag: ມົນລະຜິດທາງອາກາດ

ການຈູດຂີ້ເຫຍື້ອເປັນອີກໜຶ່ງສາເຫດທີ່ເຮັດໃຫ້ເກີດມົນລະຜິດທາງອາກາດ

ການຈູດຂີ້ເຫຍື້ອເປັນອັນຕະລາຍແກ່ບຸກຄົນອື່ນ ບໍ່ພຽງແຕ່ກໍ່ໃຫ້ເກີດ ກິ່ນ, ລັງສີຄວາມຮ້ອນ, ມົນລະຜິດ ຈົນເປັນເຫດເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາບ ແກ່ຜູ້ທີ່ຢູ່ອາໄສໃນບໍລິເວນເຂດໃກ້ຄຽງ ແລະ ເປັນຕົ້ນເຫດເຮັດໃຫ້ເກີດມົນລະຜິດທາງອາກາດນຳ. ນອກຈາກເປັນມົນລະຜິດທາງອາກາດແລ້ວ ຍັງສ້າງຄວາມເດືອດຮ້ອນໃຫ້ກັບປະຊາຊົນທີ່ຢູ່ເຂດໃກ້ຄຽງ ຈາກການສອບຖາມ ທ້າວ ຈັນ ອາຍຸ 43 ປີ ຢູ່ບ້ານສີວິໄລ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເວົ້າວ່າ: ບັນຫານີ້ຂ້ອຍເຈີມາຕະຫຼອດ ທັງທີ່ຂື້ເຫຍື້ອເຂົາເຈົ້າກໍມາເກັບທຸກທິດ ເປັນຫຍັງຈຶ່ງມີຂື້ເຫຍື້ອມາຈູດທຸກທິດ ຂ້ອຍກໍບໍ່ເຂົ້າໃຈ ເຊິ່ງມັນໄດ້ເຮັດໃຫ້ເຮົາຫາຍໃຈບໍ່ສະດວກ, ສົ່ງກິ່ນຂີວເຮັດໃຫ້ເຈັບຫົວ ແລະ ກິນເຂົ້າບໍ່ແຊບ. ເຊິ່ງຜົນກະທົບຂອງການຖີ້ມຂີ້ເຫຍື້ອ ບໍ່ພຽງແຕ່ເຮັດໃຫ້ເບິ່ງບໍ່ສະອາດງາມຕາແລ້ວ ຍັງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສຸຂະພາບຂອງມະນຸດຫຼາຍປະການດັ່ງຕໍ່ໄປນີ້: