Tag: ລັດຖະມົນຕີ

ລັດຖະມົນຕີ ກະຊວງສຶກສາ! ຢາກໃຫ້ຄູອາຈານພັດທະນາ 3 ຢ່າງ ເພື່ອໃຫ້ກ້າວທັນການປ່ຽນແປງ.

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ໄດ້ສົ່ງສານອວຍພອນ ເນື່ອງໃນວັນຄູແຫ່ງຊາດຄົບຮອບ 28 ປີ (07 ຕຸລາ 1994-07 ຕຸລາ 2022) ພ້ອມໄດ້ໃຫ້ອາຈານທຸກຄົນພັດທະນາ 3 ຢ່າງເພື່ອການສຶກສາທີ່ປ່ຽນແປງຄື: ຕ້ອງຄົ້ນຄວ້າລົງເລິກວິຊາທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ, ຕ້ອງເປັນຜູ້ນຳພາເຮັດຕົວຈິງໃນທຸກພາລະກິດທີ່ພັກ-ລັດ ມອບໝາຍໃຫ້ສຳເລັດ ແລະ ຈະຕ້ອງເປັນຜູ້ທີ່ມີຈັນຍາບັນອັນໜັກແໜ້ນ ແລະ ມີຈິດວິນຍານຂອງຄວາມເປັນຄູຢ່າງເລິກເຊິ່ງ.

ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊີ້ແຈງບັນຫາການອອກໃບຕາດິນຊໍ້າຊ້ອນ!

ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ກອງປະຊຸມ ສະພາແຫ່ງຊາດ ທີ່ພວມດໍາເນີນຢູ່ໃນປັດຈຸບັນ ເຖິງສາເຫດການອອກໃບຕາດິນຊໍ້າຊ້ອນ ທີ່ເປັນສະພາບແກ່ຍາວ ແລະ ແກ້ໄຂໄດ້ຍາກ. ເຊິ່ງມີຫຼາຍບັນຫາ ເປັນຕົ້ນແມ່ນເກີດຈາກ ການແຈ້ງຕົວະວ່າໃບຕາດິນເສຍ: ໃນກໍລະນີເຈົ້າຂອງສິດນໍາໃຊ້ທີ່ດິນ...

ລັດຖະມົນຕີ ຖວທ ຕ້ອນຮັບ ຜູ້ແທນສະຫະພັນນັກຂ່າວອາຊຽນ

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນສະຫະພັນນັກຂ່າວອາຊຽນ

ລັດຖະມົນຕີ ຖວທ ເນັ້ນໃຫ້ຊາວໜຸ່ມ ເອົາໃຈໃສ່ ບັນຫາການເມືອງແນວຄິດເປັນສຳຄັນ

ກອງປະຊຸມສະຫລຸບວຽກງານຊາວໜຸ່ມທົ່ວກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ປະຈຳປີ 2018 ແລະ ຜ່ານແຜນການປີ 2019 ຈັດຂຶ້ນໃນວັນທີ 1 ມີນາ 2019 ພາຍໃຕ້ການເປັນປະທານຂອງ ສະຫາຍ ບົວໄລ...