Saturday, November 15, 2025
Kbank Laos โอน รับ จ่าย

ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊີ້ແຈງບັນຫາການອອກໃບຕາດິນຊໍ້າຊ້ອນ!

ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ກອງປະຊຸມ ສະພາແຫ່ງຊາດ ທີ່ພວມດໍາເນີນຢູ່ໃນປັດຈຸບັນ ເຖິງສາເຫດການອອກໃບຕາດິນຊໍ້າຊ້ອນ ທີ່ເປັນສະພາບແກ່ຍາວ ແລະ ແກ້ໄຂໄດ້ຍາກ.

ເຊິ່ງມີຫຼາຍບັນຫາ ເປັນຕົ້ນແມ່ນເກີດຈາກ ການແຈ້ງຕົວະວ່າໃບຕາດິນເສຍ:

ໃນກໍລະນີເຈົ້າຂອງສິດນໍາໃຊ້ທີ່ດິນ ໄດ້ເອົາໃບຕາດິນໄປຄໍ້າປະກັນ ເພື່ອກູ້ຢືມເງິນນໍາບຸກຄົນ, ໂດຍບໍ່ຜ່ານການຈົດລະບຽບທີ່ດິນ, ຜູ້ກ່ຽວໄດ້ສົມຮູ້ຮ່ວມຄິດກັບເຈົ້າໜ້້າທີ່ ທີ່ດິນ ໄປແຈ້ງຕົວະວ່າໃບຕາດິນເສຍຫາຍ ແລ້ວສະເໜີຫາພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂໍສໍາເນົາໃບຕາດິນ ຈາກນັ້ນພະແນກດັ່ງກ່າວ ໄດ້ສະເໜີໃຫ້ສານຕັດສິນຫຼັງຈາກສານຕັດສິນແລ້ວກໍໄດ້ອອກໃບຕາດິນໃໝ່, ແຕ່ຄວາມຈິງແລ້ວໃບຕາດິນສະບັບເດີມຍັງຢູ່ນໍາເຈົ້າໜີ້, ຈາກນັ້ນກໍໄດ້ເອົາໃບຕາດິນໃໝ່ນີ້ໄປຄໍ້າປະກັນນໍາທະນາຄານອື່ນອີກ.

ສ່ວນເກີດຈາກໃບແຈ້ງເສຍພາສີທີ່ດິນ ແລະ ໃບຕາດິນ ຊໍ້າຊ້ອນກັນ ແລະ ຈາກໃບແຜນທີ່ດິນ ແລະ ໃບຕາດິນ ຊໍ້າຊ້ອນກັນ ເຊັ່ນ:

ເອົາໃບແຈ້ງເສຍພາສີທີ່ດິນ ແລະ ໃບແຜນທີ່ດິນ ໄປຄໍ້າກູ້ຢືມເງິນນໍາທະນາຄານໜຶ່ງ ແຕ່ພາຍຫຼັງທີ່ ທີ່ດິນຕອນດັ່ງກ່າວໄດ້ມີການອອກໃບຕາດິນແລ້ວ ພັດເອົາໄປກູ້ຢືມເງິນນໍາທະນາຄານອື່ນອີກ, ຈາກໃບແຜນທີ່ດິນຊໍ້າຊ້ອນກັນ ເປັນສາເຫດທີ່ນໍາໄປສູ່ການເຮັດໃຫ້ເກີດໃບຕາດິນຊໍ້າຊ້ອນ ເນື່ອງຈາກວ່າເຈົ້າຂອງດິນເອົາໃບແຜນທີ່ດິນ ຂາຍໃຫ້ບຸກຄົນອື່ນ ຫຼືຄໍ້າປະກັນນໍາທະນາຄານ, ເກີດຈາກໃບແຈ້ງເສຍພາສີທີ່ດິນ ຊໍ້າຊ້ອນກັນ ເຊັ່ນ:

ດິນຕອນດຽວ ຂາຍໃຫ້ຫຼາຍຄົນ ແຕ່ຮັກສາເປັນໃບແຈ້ງເສຍພາສີທີ່ດິນ, ເກີດຈາກໃບຕາດິນລັດ ແລະ ໃບຕາດິນບຸກຄົນ ຊໍ້າຊ້ອນກັນ ເຊັ່ນ: ຜູ້ທີ່ມີສິດໃຊ້ທີ່ດິນລັດໄດ້ນໍາເອົາໃບຕາດິນລັດໄປຄໍ້າປະກັນນໍາທະນາຄານ,​ ຫຼັງຈາກຫັນເປັນໃບຕາດິນບຸກຄົນແລ້ວ ໄດ້ນໍາໄປຄໍ້າປະກັນກັບທະນາຄານ.

ນອກນີ້ຍັງມີເກີດຈາກ ລູກຫຼານລັກເອົາໃບຕາດິນອອກຊື່ຂອງພໍ່-ແມ່ ປ່ຽນເປັນຊື່ຕົນເອງ ແລະ ເກີດຈາກ ກໍລະນີທີ່ມີການຂັດແຍ່ງທີ່ດິນ ພາຍຫຼັງສານຕັດສິນໃຫ້ລົບລ້າງໃບຕາດິນ.

ຕໍ່ກັບບັນຫາດັ່ງກ່າວ, ພາກສ່ວນກ່ຽວຂ້ອງ ຈະມີການກວດກາຄືນ ການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານທີ່ຮັບຜິດຊອບໃນການອອກໃບຕາດິນແຕ່ລະຂັ້ນຢ່າງເປັນລະບົບ, ເພີ່ມທະວີການຊີ້ນໍາ-ນໍາພາວຽກງານແນວຄິດ, ພ້ອມທັງຕິດຕາມກວດກາຢ່າງເປັນປົກກະຕິ ໃນການຄຸ້ມຄອງໃບຕາດິນ ແລະ ສໍານວນຕອນດິນ, ປະສານພາກ ສ່ວນກ່ຽວຂ້ອງ ຕິດຕາມກວດກາ ແລະ ແກ້ໄຂການອອກໃບຕາດິນຊໍ້າຊ້ອນ.

ພ້ອມທັງດໍາເນີນມາດຕະການເດັດຂາດຕາມກົດໝາຍຕໍ່ຜູ້ລະເມີດ ຫຼືມີເຈດຕະນາ ໃນການອອກໃບຕາດິນຊໍ້າຊ້ອນ, ຮີບຮ້ອນອອກໃບຕາດິນໃຫ້ສໍາເລັດຕາມແຜນການໃນຂອບເຂດທົ່ວປະເທດ ໃນປີ 2025, ພັດທະນາລະບົບການຄຸ້ມຄອງ-ບໍລິຫານທີ່ດິນ ໃຫ້ເປັນທັນສະໄໝໃນທົ່ວປະເທດໂດຍໄວ, ພ້ອມທັງປັບປຸງຂັ້ນຕອນການບໍລິການ ແລະ ສິ່ງອຸດຕັນຕ່າງໆທີ່ເປັນອຸປະສັກໃຫ້ແກ່ປະຊາຊົນ ແລະ ເພີ່ມມາດຕະການ, ວິທີການ ໃນການເຂົ້າເຖິງຂອງປະຊາຊົນ ໃຫ້ສະດວກ ແລະ ໄວຂຶ້ນ ໂດຍສະເພາະສ້າງສູນບໍລິການທີ່ດິນຂຶ້ນເພື່ອໃຫ້ສາມາດໂອນທີ່ດິນ ຫຼືເຮັດທຸລະກໍາທາງດ້ານທີ່ດິນໃຫ້ສໍາເລັດໄວຂຶ້ນ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.