ເປີດແລ້ວ! ໂຮງງານຜະລິດລິບລາວ ທີ່ບ້ານໂນນແສງຈັນ ໃຊ້ເຄື່ອງຈັກທັນສະໄໝຈາກສະຫະພາບເອີຣົບ

ມື້ວານນີ້, ໄດ້ຈັດພິທິເປີດໂຮງງານຜະລິດລິບລາວ ເຊິ່ງເປັນໂຮງງານແຫ່ງທໍາອິດ ໃນ ສປປ ລາວ ,ໂຮງງານດັ່ງກ່າວນໍາໃຊ້ເຄື່ອຈັກທັນສະໄຫມຈາກສະຫະພາບເອີຣົບ, ເປັນການລົງທຶນຂອງນັກທຸລະກິດລາວ 100%, ເຂົ້າ ຮ່ວມເປີດງານມີພັນລະຍານາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

+ທ່ານ ສີສະຫຼຽວ ສະແຫວງສຶກສາ ອໍານວຍການໂຮງງານກ່າວວ່າ:

ບໍລິສັດ ມີປະສົບການດ້ານນີ້ຢູ່ປະເທດຝຣັ່ງຫຼາຍກວ່າ 30 ປີ, ໃນໄລຍະຜ່ານມາທາງໂຮງງານໄດ້ຜະລິດລີບຕອບສະນອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ໄດ້ຕິດຕັ້ງອາຄານຫຼາຍແຫ່ງຢູ່ ນະຄອນຫຼວງວຽງຈັນ ແລະ ວັງວຽງມາແລ້ວ.

+ໂຮງງານດັ່ງກ່າວ, ຕັ້ງຢູ່ບ້ານໂນນແສງຈັນ ເມືອງໄຊທານີ ນະຄອນວງວຽງຈັນ ສາມດຜະລິດຕົວລິບ ແລະ ສິ້ນສ່ວນຕ່າງໆຂຶ້ນເອງ, ສ່ວນເຄື່ອງຈັກແມ່ນນໍາເຂົ້າຈາກຕ່າງປະເທດ, ສາມາດຜະລິດລິບຕາມຄໍາສັ່ງຂອງລູກຄ້າ, ທາງໂຮງງານມີຄວາມຊໍານວນງານ, ໃນການອອກແບບ, ຕິດຕັ້ງ ແລະ ບໍລິການຫຼັງການຂາຍ.

+ຄາດໝາຍສູ້ຊົນ, ທາງໂຮງງານຈະຜະລິດ ປີ 1 ໃຫ້ໄດ້ 10 ໜ່ວຍ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: