ຄະນະຄຸ້ມຄອງໄພພິບັດຂັ້ນເມືອງຊ່ອນ ລົງຕິດຕາມຄວາມຄືບໜ້າ ການກໍ່ສ້າງສ້ອມແປງຊົນລະປະທານ 7 ໂຄງການ

ທີ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ສົບທົບກັບຄະນະຄຸ້ມຄອງໂຄງການໄພພິບັດຂັ້ນເມືອງ ລົງກວດກາຕິດຕາມຄວາມຄືບໜ້າ ຂອງການກໍ່ສ້າງ-ສ້ອມແປງຊົນລະປະທານຈຳນວນ 7 ໂຄງການ.

ເຊິ່ງນຳໂດຍທ່ານ ຄຳພຽນ ໄຊສົມພັນ ຮອງເຈົ້າເມືອງໆຊ່ອນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດມີຄະນະຄຸ້ມຄອງໂຄງການໄພພິບັດຂັ້ນເມືອງເຂົ້າຮ່ວມນຳ.

7 ໂຄງການ ທີ່ຄະນະຄຸ້ມຄອງໂຄງການໄພພິບັດຂັ້ນເມືອງ ລົງກວດກາໃນຄັ້ງນີ້ມີ:

ໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານນ້ຳແອດ ບ້ານແລ້ງ ເຊິ່ງແມ່ນ ບໍລິສັດວຽງທອງ ກໍ່ສ້າງຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ. ໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານນ້ຳຫ້ວຍເຢັນ ບ້ານວັດ, ຊົນລະປະທານນ້ຳມູ້ ບ້ານບົງ ແລະ ຊົນລະປະທານນ້ຳເປີ້ ບ້ານນາກຽນ ທັງ 3 ໂຄງການນີ້ແມ່ນ ບໍລິສັດສີມະນີກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ.

ໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານນ້ຳຈັກ ບ້ານນາຈັກ, ຊົນລະປະທານນ້ຳງາວ ບ້ານຊ່ອນເໝືອ, ຊົນລະ ປະທານນ້ຳກົ້ວ ບ້ານມັ້ນ ທັງ 3 ໂຄງການນີ້ແມ່ນ ບໍລິສັດທີເຮົ້າກໍ່ສ້າງເປັນຜູ້ຮັບເໝົາກໍ່ສ້າງ.

ທັງ 7 ໂຄງການດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນເດືອນ ພຶດສະພາ 2019 ທີຜ່ານມາປັດຈຸບັນເຫັນວ່າສຳເລັດແລ້ວ 100% ແຕ່ຕ້ອງໄດ້ກວດກາທາງດ້ານເຕັກນິກຕື່ມອີກ.

ແຫຼ່ງຂໍ້ມູນ: Media laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...