Friday, April 18, 2025

ລັດຖະມົນຕີ ຖວທ ຕ້ອນຮັບ ຜູ້ແທນສະຫະພັນນັກຂ່າວອາຊຽນ

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນນັກຂ່າວອາຊຽນ ໃນໂອກາດເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະຫະພັນນັກຂ່າວອາຊຽນ ແລະ ຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 27-30 ມີນານີ້. 

ໃນໂອກາດດັ່ງກ່າວ ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບອັນອົບອຸ່ນ ຕໍ່ຄະນະຜູ້ແທນສະຫະພັນນັກຂ່າວອາຊຽນ ທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ການເຊື່ອມຈອດລະຫວ່າງສະມາຄົມນັກຂ່າວ ແລະ ອົງການສື່ຕ່າງໆພາຍໃນປະຊາຄົມອາຊຽນ ເພື່ອແນ່ໃສ່ຍົກລະດັບບົດບາດຂອງສະຫະພັນນັກຂ່າວອາຊຽນໃຫ້ພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.

ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຄະນະຜູ້ແທນສະຫະພັນນັກຂ່າວອາຊຽນ ໄດ້ຮັບຊາບກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງສື່ມວນຊົນ ກໍ່ຄືສະມາຄົມນັກຂ່າວແຫ່ງປະເທດລາວ ເຊິ່ງໃນໄລຍະຜ່ານມາຂະແໜງສື່ມວນຊົນກໍ່ໄດ້ປະກອບສ່ວນສຳຄັນເຂົ້າໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ພ້ອມທັງໄດ້ເຜີຍແຜ່ຄວາມຮູ້ກ່ຽວກັບປະເທດສະມາຊິກອາຊຽນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ປະຊາຄົມອາຊຽນມີຄວາມເຂັ້ມແຂງໃນຕໍ່ໜ້າ. 

ພ້ອມນີ້, ທ່ານ ເທບພະໄຊ ຢອງ ປະທານສະຫະພັນນັກຂ່າວອາຊຽນ ໄດ້ຕາງໜ້າໃຫ້ຄະນະ ສະແດງຂອບໃຈຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມໃນຄັ້ງນີ້ ໃຫ້ທ່ານ ລັດຖະມົນຕີ ຮັບຊາບຕື່ມອີກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.