Wednesday, April 23, 2025

ສ​ປ​ປ.ລາວ ເຂົ້າ​ຮ່ວມກອງປະຊຸມໂປອາວ​ເພື່ອມຸ່ງເນັ້ນການພັດທະນາແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືໂປອາວເພື່ອອາຊີປະຈໍາປີ 2019 ໄຂຂຶ້ນຢ່າງເປັນທາງການ, ຜູ້ນໍາສອງຝ່າຍລະຫວ່າງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ເຄີ້ ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ໄດ້ເຂົ້າຢ້ຽມພົບປະ ແລະ ປຶກສາຫາລືແລກປ່ຽນບັນຫາທີ່ຫນ້າສົນໃຈຮ່ວມກັນໃນວັນທີ 27 ມີນາ 2019 ທີ່ ສປ ຈີນ. 

ກອງປະຊຸມດັ່ງກ່າວພາຍໃຕ້ຫົວຂໍ້ “ຮ່ວມອະນາຄົດ,ຮ່ວມແຮງຮ່ວມໃຈກັນ ແລະ ຮ່ວມກັນພັດທະນາ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ພ້ອມບັນດາປະມຸກລັດ, ລັດຖະມົນ, ຄູ່ຮ່ວມມື,ອົງການຈັດຕັ້ງຈາກພາກລັດ-ສາກົນ, ຜູ້ປະກອບການ,ສື່ມວນຊົນ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງຈາກ 60 ກວ່າປະເທດກັບ 2.000 ກວ່າຄົນເຂົ້າຮ່ວມ.

ເຊິ່ງຕາງຄະນະຜູ້ແທນໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນບັນຫາສໍາຄັນພາຍໃນພາກພື້ນ ລວມທັງບັນຫາສາກົນປິ່ນອອ້ມໂດຍສະເພາະການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ,ການຄ້າ, ການລົງທຶນ, ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາໃຫມ່, ການເຊື່ອມໂຢງ, ນະໂຍບາຍເປີດກວ້າງ ແລະ ອື່ນໆ.

ທ່ານ ຫລີ ເຄີ້ ສຽງ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ໄດ້ກ່າວວ່າ: ຈີນໄດ້ສືບຕໍ່ປັບປຸງກົດຫມາຍ ແລະ ສ້າງກົດລະບຽບຕ່າງໆເພື່ອສະຫນັບສະຫນູນການຈັດຕັ້ງປະຕິບັດການລົງທຶນຕ່າງປະເທດບົນພື້ນຖານຄວາມສະເຫນີພາບລະຫວ່າງນັກລົງທຶນພາຍໃນ-ຕ່າງປະເທດ,ເປີດໂອກາດໃຫ້ມີການເຂົ້າເຖິງຕະຫລາດຫລາຍຂຶ້ນກວ່າເກົ່າ, ເພີ່ມທະວີການຮ່ວມມື, ສ້າງຄວາມອົກເຂົ້າໃຈ; ເພີ່ມໂອກາດການພັດທະນາດ້ານເສດຖະກິດ-ສັງຄົມ, ການຄ້າ,ການລົງທຶນ, ການເງິນ, ການໄປມາຫາສູ່ກັນ ແລະ ອື່ນໆ.

ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ​ກ່າວ​ວ່າ: ປັດຈຸບັນພວກເຮົາໄດ້ດໍາລົງຊີວິດໃນທ່າມກາງສະພາບການຂອງໂລກຜັນແປຢ່າງວອ່ງໄວ ເຊິ່ງໄດ້ຄວາມກາງວົນຕໍ່ປະຊາຄົມໂລກໂດຍສະເພາະຄວາມຫມັ້ນຄົງດ້ານການເມືອງ, ສັນຕິພາບ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ-ກັນ ແລະ ອື່ນໆໄດ້ກາຍເປັນບັນຫາອອ່ນໄຫວຄວນລະມັດລະວັງ ແລະ ຄວນມຸ່ງຫມັ້ນເພີ່ມການຮ່ວມມື ຄວາມເຂົ້າໃຈ ແລະ ເພື່ອນມິດສະຫາຍເພື່ອການພັດທະນາຍືນຍົງ. ເສັ້ນທາງແຫ່ງການເປີດກວ້າງເຊິ່ງກັນ-ກັນຈະເປັນນະໂຍບາຍທິ່ດີ ແລະ ເປັນເງື່ອນໄຂໃຫ້ປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາ ແລະ ພັດທະນາແລ້ວໄດ້ມີໂອກາດເຂົ້າເຖິງນະໂຍບາຍເປີດກວ້າງເພື່ອການພັດທະນາ, ການເຂົ້າເຖິງແຫລ່ງທຶນ, ການພັດທະນາເຕັກໂນໂລຊີໃຫມ່ ພວກເຮົາມຸ່ງຫນ້າສູ່ການເຊື່ອມໂຍງ ແລະ ການເຊື່ອມຈອດກັນຖືກເປັນຫົວໃຈສໍາຄັນໃນການຮ່ວມແຮງຮ່ວມໃຈ ແລະ ຮ່ວມການພັດທະນາເພື່ອກ້າວໄປສູ່ການຮ່ວມອະນາຄົດທີ່ຈະເລີນກ້າວຫນ້າ, ຮຸ່ງເຮືອງ ແລະ ວັດທະນາຖາວອນຮ່ວມກັນຂອງບັນດາປະຊາຊາດຂອງພວກເຮົາຢ່າງເປັນຮູບປະທໍາ. 

ອ່ານ​ຂ່າວ​ຕົ້ນ​ສະ​ບັບ​ໄດ້​ທີ່: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.