Tag: ລາວຊ່ວຍລາວ

Meta ສືບຕໍ່ແຄມເປນ “ລາວຊ່ວຍລາວ” ປີທີ 2 ຢາ່ງເປັນທາງການ

ເພື່ອເປັນການສົ່ງເສີມໃຫ້ຜູ້ປະກອບການຊາວລາວ ໃນການເຂົ້າເຖິງ ແລະ ໄດ້ຮຽນຮູ້ທັກສະດ້ານດິຈິຕອນໄດ້ຫຼາຍຂຶ້ນ ທາງ Meta ຈຶ່ງໄດ້ສືບຕໍ່ແຄມເປນ #ລາວຊ່ວຍລາວໂດຍMeta ຂຶ້ນເປັນປີທີ 2 ແລະ ໄດ້ເປີດໂຕແຄມເປນດັ່ງກ່າວຢ່າງເປັນທາງການ ໃນວັນທີ 12 ກໍລະກົດ 2022 ນີ້ ເພື່ອເລັ່ງການເຕີບໃຫຍ່ທາງດ້ານດິຈິຕອນຂອງພວກເຂົາ, ພາຍຫຼັງທີ່ ສປປ ລາວ ກັບມາເປີດປະເທດອີກຄັ້ງ ຄຽງຄູ່ກັບການເປີດທຸລະກິດຕ່າງໆ ແລະ ການທ່ອງທ່ຽວກໍໄດ້ກັບມາຄຶກຄື້ນອີກຄັ້ງ.