Tag: ລາວຊໍາຊຸງ

ຊໍາຊຸງ ສະໜັບສະໜຸນງານແຂ່ງຂັນກິລາເທຄວັນໂດລາວ ເພື່ອສົ່ງເສີມໃຫ້ເມືອງປູຊານເປັນເຈົ້າພາບງານ World Expo 2030.

ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ໄດ້ມອບໂທລະສັບມືຖືຈຳນວນ 11​ ເຄື່ອງໃຫ້ກັບຜູ້ຊະນະການແຂ່ງຂັນເທຄວັນໂດ ຊິງຂັນເອກອັກຄະລັດຖະທູດ ສາທາລະນະລັດເກົາຫຼີ ຄັ້ງທີ 7, ໂດຍການແຂ່ງຂັນແມ່ນຈັດຂຶ້ນຊ່ວງວັນທີ 9-10 ກໍລະກົດ 2022 ທີ່ ສູນກິລາເທຄວັນໂດລາວ.

ລາວຊໍາຊຸງ ຈັດກິດຈະກຳ Samsung Love & Care ໂຄງການປັບປຸງອາຄານ ແລະ ມອບອຸປະກອນການຮຽນໃຫ້ນ້ອງ

ຊໍາຊຸງ ຂໍເປັນສ່ວນໜຶ່ງໃນການສ້າງສັນສັງຄົມແຫ່ງເຕັກໂນໂລຊີ ເພື່ອການຮຽນຮູ້ ແລະ ເປັນສ່ວນໜຶ່ງໃນຊີວິດປະຈໍາວັນດ້ວຍໂຄງການ Samsung Love & Care ເຊິ່ງຈັດຂຶ້ນໃນວັນທີ 23 ມິຖຸນາ 2022 ທີ່ໂຮງຮຽນປະຖົມສົມບູນຫົວນາທົ່ງ, ບ້ານຫົວນາທົ່ງ, ເມືອງປາກງື່ມ, ແຂວງນະຄອນຫຼວງວຽງຈັນ