Monday, April 21, 2025

ຊໍາຊຸງ ສະໜັບສະໜຸນງານແຂ່ງຂັນກິລາເທຄວັນໂດລາວ ເພື່ອສົ່ງເສີມໃຫ້ເມືອງປູຊານເປັນເຈົ້າພາບງານ World Expo 2030.

ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ໄດ້ມອບໂທລະສັບມືຖືຈຳນວນ 11​ ເຄື່ອງໃຫ້ກັບຜູ້ຊະນະການແຂ່ງຂັນເທຄວັນໂດ ຊິງຂັນເອກອັກຄະລັດຖະທູດ ສາທາລະນະລັດເກົາຫຼີ ຄັ້ງທີ 7, ໂດຍການແຂ່ງຂັນແມ່ນຈັດຂຶ້ນຊ່ວງວັນທີ 9-10 ກໍລະກົດ 2022 ທີ່ ສູນກິລາເທຄວັນໂດລາວ.

‘’ພວກເຮົາຮູ້ສຶກເປັນກຽດ ແລະ ຍິນດີທີ່ໄດ້ເປັນສ່ວນໜຶ່ງຂອງການແຂ່ງຂັນຄັ້ງນີ້ ແລະ ພວກເຮົາຮູ້ສຶກດີໃຈທີ່ວັດທະນະທຳເກົາຫລີທີ່ປະກອບດ້ວຍ ເພັງ, ຮູບເງົາ ແລະ ກິລາ ໄດ້ກາຍເປັນອີກໜຶ່ງກິດຈະກຳທີ່ສ້າງຄວາມສຸກ ແລະ ຄວາມບັນເທິງໃຫ້ກັບໄວໜຸ່ມລາວ ແລະ ພວກເຮົາຫວັງວ່າຈະມີໂອກາດນໍາສະເໜີກິດຈະກຳອື່ນໆສູ່ໄວໜຸ່ມລາວໃນອະນາຄົດ’’ ຕາງໜ້າບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ກ່າວ.

“ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ຈັດການແຂ່ງຂັນເທຄວັນໂດຊິງຂັນທ່ານເອກອັກຄະລັດຖະທູດ ສາທາລະນະລັດເກົາຫຼີ ຄັ້ງທີ 7 ຂຶ້ນ, ເທຄວັນໂດ ເປັນກິລາໜຶ່ງທີ່ເປັນທີ່ນິຍົມໃນລາວ ເຊິ່ງປັດຈຸບັນມີສະໂມສອນຝຶກຊ້ອມປະມານ 30 ສະໂມສອນທົ່ວປະເທດ ແລະ ມີນັກກິລາປະມານ 2.500 ຄົນ, ການແຂ່ງຂັນຄັ້ງນີ້ ກໍເພື່ອເປັນເວທີໃຫ້ກັບນັກກິລາລາວ ໃນຫານຝຶກຝົນທັກສະເພື່ອກ້າວສູ່ເວທີສາກົນ ແລະ ເພື່ອສົ່ງເສີມຄວາມຮ່ວມມືທາງດ້ານການກິລາລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ” ທ່ານ ອິມ ມູຮົງ, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ກ່າວ.

ການສະໜັບສະໜູນງານຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງການສະໜັບສະໜູນຂອງຊໍາຊຸງທົ່ວໂລກ ເພື່ອສະເໜີຊື່ໃຫ້ ເມືອງປູຊານ ເປັນເຈົ້າພາບໃນການຈັດງານ World Expo 2030. ປະເທດເກົາຫຼີ ໄດ້ຜ່ານການຈັດງານໃຫ່ຍລະດັບໂລກມາຫຼາຍງານເຊັ່ນ: ກິລາໂອລິມປິກລະດູໜາວ, ເຕະບານໂລກ, ກິລາອາຊຽນ ແລະ ອື່ນໆ.

ເມືອງປູຊານ ເປັນເມືອງທີ່ຮູ້ຈັກກັນດີ ໃນເລື່ອງຂອງການຈະເລີນເຕີບໂຕແບບວ່ອງໄວ ຈາກເມືອງນ້ອຍໆ ສູ່ຈຸດສູນກາງທາງດ້ານເສດຖະກິດ ແລະ ວັດທະນະທຳທີ່ສຳຄັນ. ປູຊານປະກອບມີເນື້ອທີ່ 770 km² ແລະ ປະຊາກອນທັງໝົດມີ 3,5 ລ້ານຄົນ ແລະ ນອກຈາກນີ້ ປູຊານ ຍັງຖືກສະເໜີຊື່ ໂດຍອົງການ BIE ໃຫ້ເປັນເຈົ້າພາບຈັດງານ World Expo 2030 ອີກດ້ວຍ.

ທ່າເຮືອເໜືອຂອງປູຊານປະກອບມີເນື້ອທີ່ 3,44 ລ້ານຕາລາງແມັດ ເຊິ່ງຕັ້ງຢູ່ເຂດຕົວ ເມືອງປູຊານ, ສະຖານທີ່ດັ່ງກ່າວແມ່ນມີແຜນທີ່ຈະຖືກນຳໃຊ້ເປັນສະຖານທີ່ຈັດງານ World Expo in 2030 ພາຍໃຕ້ຫົວຂໍ້ງານ “Transforming Our World, Navigating toward a Better Future”. ພາຍໃນງານຈະປະກອບມີສິ່ງອຳນວຍຄວາມສະດວກເຊັ່ນ: ລະບົບຂົນສົ່ງ ແລະ ສັນຍາອິນເຕີເນັດ 6G ເພື່ອຮັບໃຊ້ແຂກໃນງານ World Expo 2030 ຕະຫລອດໄລຍະເວລາ 184 ມື້ ເຊິ່ງເລີ່ມຕັ້ງແຕ່ເດືອນ ພຶດສະພາ ຫາ ຕຸລາ 2030.

ດ້ວຍປະສົບການອັນຫຼາກຫຼາຍຂອງ ເກົາຫຼີ ໃນການຈັດງານລະດັບໂລກມາກ່ອນ ລວມທັງ ພູມສັນຖານຂອງ ເມືອງປູຊານ ທີ່ເຊື່ອວ່າຈະສາມາດເປັນເຈົ້າພາບໃນການຈັດງານຄັ້ງນີ້ໄດ້ຢ່າງປະສົບຜົນສຳເລັດ. ໃນໂອກາດນີ້, ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ຍັງຂໍການສະໜັບສະໜູນຈາກ ປະຊາຊົນລາວ ໃຫ້ກັບ ເກົາຫຼີ ໃນການສະເໜີຊື່ເປັນເຈົ້າພາບຈັດງານ World Expo 2030 ທີ່ ປູຊານ.

ການສະໜັບສະໜູນຂອງ ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ ບໍ່ໄດ້ເປັນພຽງການສົ່ງເສີມໃຫ້ ປູຊານ ໄດ້ເປັນເຈົ້າພາບຈັດງານ World Expo 2030 ເທົ່ານັ້ນ ແຕ່ນີ້ຍັງເປັນອີກໜຶ່ງບາດກ້າວຂອງ ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ໃນການສະໜັບສະໜູນ ແລະ ສົ່ງເສີມທັກສະຂອງນັກກິລາເທຄວັນໂດລາວ ໃຫ້ກ້າວສູ່ລະດັບສາກົນ ແລະ ຫວັງວ່າ ໃນອະນາຄົດຈະສາມາດສືບຕໍ່ຊ່ວຍເຫຼືອກິດຈະກຳເຫຼົ່ານີ້ ເພື່ອເພີ່ມພູນສາຍສຳພັນຂອງສອງປະເທດ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.