ຕຳນານຖ້ຳເກົາເລົາ ກັບເລື່ອງລາວສອງອ້າຍນ້ອງ ທ້າວເກົາ-ທ້າວເລົາ.

ຖ້ຳເກົາເລົາ ເປັນແຫຼ່ງທ່ອງທ່ຽວທີ່ສວຍງາມຂອງລາວ ອີກສະຖານທີ່ໜຶ່ງ ຕັ້ງຢູ່ບ້ານ ນ້ຳແອ່ງ, ເມືອງ ວຽງພູຄາ, ແຂວງ ຫຼວງນ້ຳທາ ໄປຕາມເສັ້ນທາງ R3A ຫ່າງຈາກເສັ້ນທາງທິດຕາເວັນອອກ 200 ແມັດ, ໄກຈາກເທດສະບານເມືອງ ວຽງພູຄາ ໄປທາງທິດເໜືອ 12 ກິໂລແມັດ ແລະ ໄກຈາກເທດສະບານແຂວງ ໄປທາງທິດຕາເວັນຕົກສ່ຽງໃຕ້ 48 ກິໂລແມັດ.

ຕາມຕຳນານກ່າວຂານກັນວ່າ ເປັນເວລາເຫິງນານມາແລ້ວມີ 2 ອ້າຍນ້ອງ ຜູ້ອ້າຍຊື່ວ່າທ້າວເກົາ ຜູ້ນ້ອງຊື່ວ່າທ້າວ ເລົາ ໄດ້ພາກັນໄປລ່າສັດເລີຍໄປພົບເຫັນປາກຖ້ຳ ແລ້ວພາກັນເຂົ້າໄປໃນຖ້ຳ ບໍ່ເຫັນທາງອອກ ຄ້າງຢູ່ໃນຖ້ຳເປັນເວລາ 4 ມື້ 4 ຄືນ ຄິດວ່າເຮັດຜິດເຈົ້າດິນເຈົ້າດອນ (ຜີຖ້ຳ) ຕາມຄວາມເຊື່ອ, ຈົນໝົດປັນຍາຫາທາງອອກ ເລີຍນັ່ງຈີ້ມແຂ້ວ ພໍດີ ເຂົ້າຕິດໄມ້ຈີ້ມແຂ້ວອອກມາ 4 ເມັດ ຈຶ່ງເອົາໄປຂໍຂະມາເຈົ້າຖ້ຳ ຈາກນັ້ນຕາຈຶ່ງແຈ້ງສະຫວ່າງ ເຫັນທາງອອກຈາກຖ້ຳ ເວລາອອກຈາກຖ້ຳກໍເຫັນສັດປ່າປະເພດຊ້າງ, ມ້າ, ກະທິງ, ກວາງ, ຟານ ແລະສັດປີກຫຼາຍສາຍພັນຢູ່ໃນປ່າທີ່ດົກໜາ.

ດັ່ງນັ້ນ, ຖ້ຳແຫ່ງນີ້ຈຶ່ງມີຊື່ວ່າ ຖ້ຳເກົາເລົາ ເປັນຊື່ຂອງສອງອ້າຍນ້ອງ ທີ່ໄດ້ພົບເຫັນເປັນຄັ້ງທຳອິດ ຖ້ຳເກົາເລົາ ຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດ ອຸທິຍານມໍລະດົກອາຊຽນ, ປີ 2003 ຄະນະວິຊາການດ້ານອຸມົງຂອງເຢຍລະມັນໄດ້ທຳການສຳລວດ ດ້ວຍການເກັບກຳຂໍ້ມູນໂດຍການໃຊ້ສາຍວັດແທັກ, ຕໍ່ມາປີ 2005 ຄະນະວິຊາການດັ່ງກ່າວໄດ້ສຳຫຼວດຮອບທີ 2 ໂດຍໃຊ້ລະບົບຈຸດທີ່ຕັ້ງພື້ນທີ່ໂລກ Global Positioning System ( GPS)  ສອງຖ້ຳຄື: ຖ້ຳທີ່ໜຶ່ງແມ່ນຖ້ຳເກົາເລົາ ເປັນຖ້ຳລຸ່ມທີ່ມີຄວາມຍາວ 3.120 ແມັດ ບ່ອນສູງທີ່ສຸດ 80 ແມັດ ທັງສອງຖ້ຳເປັນທາດຫີນໂຟຊິວ ( Fossil ) ທີ່ຖືກສ້າງຄວາມງາມໂດຍທຳມະຊາດ ປະກອບມີໜໍ່ຫີນ, ຝາພະໜັງຫີນ ທີ່ມີລວດລາຍວິຈິດສິນແບບພິດສະດານ.

ປີ 2010 ອົງການທ່ອງທ່ຽວແຫ່ງຊາດ ສົມທົບກັບພະແນກທ່ອງທ່ຽວແຂວງ ໄດ້ເຮັດການສຳຫຼວດເຂດການພັດທະນາ ໂດຍແບ່ງອອກເປັນສອງເຂດຄື: ເຂດພັດທະນາໄລຍະໜຶ່ງມີເນື້ອທີ 13 ເຮັກຕາ ແລະ ເຂດພັດທະນາໄລຍະສອງ ມີເນື້ອທີ 16 ເຮັກຕາ.

ປີ 2011 ລັດທະບານໄດ້ຮັບທຶນຊ່ວຍເຫຼືອ ຈາກທະນາຄານພັດທະນາອາຊີ  158.550 ໂດລາສະຫະລັດ ນຳໃຊ້ເຂົ້າໃນການກໍ່ສ້າງສີ່ງອຳນວຍຄວາມສະດວກໃນ ຖ້ຳເກົາເລົາ ຄື: ສ້າງອາຄານຕະຫຼາດຊຸມຊົນ 2 ຫຼັງ, ລານຈອດລົດ, ຫ້ອງນ້ຳ 1 ຫຼັງ, ຂົວໜຶ່ງແຫ່ງ ເສັ້ນທາງຢາງນອກຖ້ຳຍາວ 200 ແມັດ, ກໍ່ສ້າງ ແລະ ປັບປຸງທາງຍ່າງຈຳນວນໜຶ່ງ ພາຍຫຼັງສຳເລັດການກໍ່ສ້າງສີ່ງອຳນວຍຄວາມສະດວກແລ້ວ ກໍໄດ້ມອບໃຫ້ອຳນາດການປົກຄອງບ້ານ ນ້ຳແອ່ງ ໄດ້ຄຸ້ມຄອງບໍລິຫານຈັດການ.

ປີ 2018 ໄດ້ເລີ່ມພັດທະນາເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ໂດຍທຶນຊ່ວຍເຫຼືອຂອງທະນາຄານພັດທະນາອາຊີ (ADB) ພາຍໃຕ້ໂຄງການພັດທະນາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມເພື່ອຄວາມຍືນຍົງ 123 ລ້ານກີບ ສົມທົບກັບແຮງງານປະຊາຊົນ ຕິດຕັ້ງຕະຂ່າຍໄຟຟ້າເຂົ້າໃນຖ້ຳມີຄວາມຍາວ 700 ແມັດ.

ໃນແຜນພັດທະນາ ເສດຖະກິດ – ສັງຄົມ ຄັ້ງທີ່ 8 (2016-2020) ແຂວງໄດ້ກໍານົດພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ມາດຕະຖານ, ໃຫ້ສາມາດຕອບສະໜອງກັບການທ່ອງທ່ຽວ R3A ທີ່ເຊື່ອມຕໍ່ກັບບັນດາແຂວງພາກເໜືອຂອງລາວ ແລະ ປະເທດໃກ້ຄຽງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...