ອຸທິຍານຫິນຕັ້ງ ແຂວງ ຫົວພັນ ປິດສະໜາ 1.500 ປີ ທີ່ຍັງລໍຖ້າຄຳຕອບ

ອຸທິຍານຫີນຕັ້ງ ບ້ານ ນາຕອກ, ເມືອງ ຫົວເມືອງ ແຂວງ ຫົວພັນ ເປັນແຫຼ່ງທ່ອງທ່ຽວທາງປະຫວັດທີ່ເກົ່າແກ່ ແລະ ສຳຄັນອີກແຫ່ງໜຶ່ງຂອງແຂວງ ຫົວພັນ ເພາະເປັນຫຼັກຖານຍັງຢືນເຖິງ ການມີມະນຸດອາໃສຢູ່ໃນເຂດນີ້ມາແລ້ວຫຼາຍກວ່າ 1.500 ປີ ເຊິ່ງສະຖານທີ່ດັ່ງກ່າວ ຫ່າງຈາກເທດສະບານແຂວງ ຫົວພັນ ໄປປະມານ 64 ກິໂລແມັດ.

ໃນປີ ຄສ 1931 ນັກຄົ້ນຄວ້າຊາວຝຣັ່ງ ທ່ານນາງ ມາເດີແລນ ໂກລານີ ຈາກສະຖານບັນຝຣັ່ງເສດ ແຫ່ງພາກຕາເວັນອອກ ໄດ້ເດີນທາງມາສຳຫຼວດ ແລະ ຂຸດຄົ້ນ ບໍລິເວນຫີນຕັ້ງແຫ່ງນີ້ ມີການຄົ້ນພົບວັດຖຸຫຼັກຖານ ທາງບູຮານນະຄະດີຈຳນວນໜື່ງເຊັ່ນ: ໂຖໃສ່ກະດູກ ເຮັດດ້ວຍດິນເຜົາແບບເນື້ອຫຍາບ ເຊິິ່ງດ້ານໃນມີເຄື່ອງຫິນຈຳນວນໜື່ງ ທີ່ກ່ຽວພັນກັບພິທີການຝັງສົບ, ເຄື່ອງປະດັບເຮັດດ້ວຍດີນເຜົາ ແລະ ປະລັກແຂນທອງເຊິ່ງສັນນິຖານວ່າ ກຸ່ມອະລິຍະທຳຫິນຕັ້ງແມ່ນ ພິທີກຳກ່ຽວກັບການຝັງສົບ ແລະ ອາດເປັນອະລິຍະທຳຮ່ວມສະໄໝກັບ ມໍລະດົກໂລກທົ່ງໄຫຫີນ ທີ່ແຂວງ ຊຽງຂວາງ.

ແຕ່ຢ່າງໃດກໍຕາມ ຈາກການຄົ້ນຄວ້າ ຂອງທ່ານນາງ ມາເດີແລນ ໂກລານີ ໃນປິ ຄສ 1931 ຫິນຕັ້ງ ແຫ່ງນີ້ ກໍຍັງຄົງເຊື່ອງຊ້ອນຄວາມລີ້ລັບ ແລະ ປິດສະໜາຫຼາຍຢ່າງທີ່ຕ້ອງສຶກສາຄົ້ນຄວ້າຕໍ່ໄປ ແລະ ການຄົ້ນຄວ້າຄັ້ງດັ່ງກ່າວຍັງໃຫ້ຮູ້ອີກວ່າ: ຫິນຕັ້ງແຫ່ງນີ້ສ້າງດ້ວຍ ຫິນມິກາຊິດ ຕັດແຕ່ງເປັນແຜ່ນບາງ ແລະ ຍາວ ນຳມາຝັງລຽງລາຍກັນເປັນກຸ່ມ, ຫີນຕັ້ງ ທີ່ມີຂະໜາດສູງກວ່າໝູ່ມັກຈະຖືກຝັງຢູ່ໃຈກາງຂອງກຸ່ມ ໂດຍທິດທາງຂອງການຝັງບໍ່ມີຫຼັກການກຳນົດຕາຍຕົວ, ຢູ່ໃຕ້ພື້ນດີນລົງໄປພົບຫຼຸມອຸມົງຂະໜາດໃຫຍ່ ແລະ ເລິກ, ປາກຂຸມເລິກເຫຼົ່ານີ້ ຖືກປິດໂດຍແຜ່ນຫິນກົມຂະໜາດໃຫຍ່ ບາງແຜ່ນມີເສັ້ນຜ່າສູນກາງກວ້າງຫຼາຍກວ່າ 2 ແມັດ, ມີປ່ອງແປວຂຸດເປັນຮູບທໍ່ໃນລວງດິ່ງ, ມີປ່ຽງຫິນນ້ອຍທີ່ຝັງຕິດກັບພະໜັງຫຼຸມເພື່ອໃຊ້ເປັນລູກຂັ້ນໄດ ປິນລົງໄປຍັງຫ້ອງໃຕ້ດີນ, ຢູ່ພາຍໃນຫຼຸມເປັນຜົ້ງກວ້າງສາມາດຝັງສົບໄດ້ຫຼາຍສົບ ພ້ອມທັງມີບ່ຽງຫິນຂັ້ນແບ່ງອອກເປັນຫ້ອງນ້ອຍໆອີກ.

ເຖິງຢ່າງໃດກໍຕາມທີມສຳຫຼວດ ຍັງບໍ່ສາມາດຄົ້ນພົບຫຼັກຖຸານ ທີ່ຈະຢືນຢັນໄດ້ຊັດເຈນວ່າ ອະລິຍະທຳຫິນຕັ້ງ ທີ່ມີອາຍຸຫຼາຍກວ່າ 1.500 ປີແຫ່ງນີ້ ສ້າງຂື້ນເພື່ອວັດຖຸປະສົງອັນໃດ ແລະ ກຸ່ມຄົນໃດເປັນຜູ້ສ້າງຂຶ້ນ.

ທີ່ມາ: ທ່ອງທ່ຽວຫົວພັນ Tourism Houaphanh

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...