Friday, November 7, 2025
Kbank Laos โอน รับ จ่าย

ອະ​ລັງ​ການ​ງານ​ສ້າງ! ເຜີຍ​ໂສມໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງ ນະຄອນຫຼວງວຽງຈັນ

ປັດຈຸບັນ ການຈະລາຈອນ ໃນນະຄອນຫຼວງວຽງຈັນ ແອອັດຫຼາຍ ໂດຍສະເພາະ ແມ່ນເວລາຮີບດ່ວນ (ເຂົ້າການ-ເລີກການ) ເຊິ່ງບາງມື້ນັ້ນ ໄລຍະທາງບໍ່ຮອດ 10 ກິໂລແມັດ ຕ້ອງໃຊ້ເວລາເຖິງ 30 ນາທີ. ເພື່ອເປັນສ່ວນໜຶ່ງ ໃນການແກ້ໄຂບັນຫາດັ່ງກ່າວ ລັດຖະບານ ໄດ້ຈັດຕັ້ງປະຕິບັດ ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງ ນະຄອນຫຼວງວຽງຈັນ ຂຶ້ນມາ ເຊິ່ງກໍຄື ລະບົບຂົນສົ່ງມວນຊົນ ນັ້ນເອງ (BRT: Bus rapid transit).

ທ່ານ ຄຳພັນ ວັນທະນາ, ຫົວໜ້າໂຄງການ ຂົນສົ່ງແບບຍືນຍົງ ໃນຕົວເມືອງ ນະຄອນ ຫຼວງວຽງຈັນ ໃຫ້ຂໍ້ມູນວ່າ: ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງ ນະຄອນ ຫຼວງວຽງຈັນ ຖືກຈັດຕັ້ງປະຕິບັດ ໂດຍກະຊວງ ໂຍທາທິການ ແລະ ຂົນສົ່ງ. ໂຄງການດັ່ງກ່າວ ຈະປັບປຸງ ການບໍລິການ ແລະ ການຄຸ້ມຄອງ ການຂົນສົ່ງ ໃນຕົວເມືອງວຽງຈັນ ໂດຍການສ້າງ ໜ່ວຍງານຄຸ້ມຄອງ ການຂົນສົ່ງ, ໃຫ້ບໍລິການ ດ້ວຍ ລົດເມສາທາລະນະ ທີ່ມີຄຸນນະພາບສູງ ແລະ ລົດເມດ່ວນ ໂດຍການປັບປຸງການ ບໍລິຫານຈັດການ ການສັນຈອນ, ລະບົບການ ຄຸ້ມຄອງບ່ອນຈອດລົດ ແລະ ນຳໃຊ້ລະບົບການ ຂຶ້ນທະບຽນ ຍານພາຫະນະ; ລວມທັງການປັບ ປຸງທາງຄົນຍ່າງແລະ ການຂົນສົ່ງແບບບໍ່ໃຊ້ ເຄື່ອງຈັກ.

ປັດຈຸບັນ ທີ່ປຶກສາໂຄງການ ກຳລັງ ເກັບກຳຂໍ້ມູນ ທີ່ຈຳເປັນຈຳນວນໜຶ່ງຄືນໃໝ່ ເພື່ອ ໃຫ້ແທດເໝາະກັບສະພາບການສັນຈອນໃນປັດຈຸບັນ ເພື່ອຮັບປະກັນການວິໄຈ ແລະ ການວາງ ແຜນຄຸ້ມຄອງໃນອະນາຄົດ,” ທ່ານ ຄຳພັນ ກ່າວ.

ໂຄງການນີ້ ມີຊ່ຽວຊານດ້ານການຂົນສົ່ງໃນຕົວເມືອງ ເພື່ອຊ່ວຍສະໜັບສະໜູນ ການຈັດ ຕັ້ງປະຕິບັດໂຄງການ ໃຫ້ແກ່ພາກລັດ (ກົມຂົນສົ່ງ), ພິເສດ ກໍແມ່ນໄດ້ຮັບການຊ່ວຍ ເຫຼືອລ້າເພີ່ມທາງວິຊາການ ຈາກທະນາຄານ ພັດທະນາອາຊີ (ADB) ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນ ແລະ ຄົ້ນຄວ້າສ້າງ ລະບຽບການຄຸ້ມຄອງ ການຂົນສົ່ງ.

ທ່ານ ຄຳພັນ ກ່າວວ່າ: ໂຄງການຂົນສົ່ງ ແບບຍືນຍົງ ໃນຕົວເມືອງ ນະຄອນຫຼວງວຽງຈັນ ໄດ້ຮັບການສຶກສາຄວາມເປັນໄປໄດ້ ໃນປີ 2010, ຫຼັງຈາກນັ້ນ ກໍໄດ້ປະກອບເອກະສານ ຂໍທຶນສະໜັບສະໜູນ ແລະ ມາຮອດກາງປີ 2016 ໂຄງການ ຈຶ່ງໄດ້ຮັບອະນຸມັດ. ມາວັນທີ 4 ກໍລະກົດ 2018 ໂຄງການ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນປົກກະຕິຕາມແຜນການ. ໃນເບື້ອງຕົ້ນ ໂຄງການມີແຜນໃຫ້ສຳເລັດໃນປີ 2020, ແຕ່ວ່າ ຍ້ອນຄວາມຫຼ້າຊ້າໃນການຮັບ-ມອບ ຂໍ້ຕົກລົງ ດ້ານການເງິນ ຈາກຜູ້ໃຫ້ທຶນສາກົນ ຈຶ່ງເຮັດໃຫ້ແຜນການທີ່ຈະໃຫ້ສຳເລັດ ເລື່ອນ ໄປເປັນປີ 2022.

ປັດຈຸບັນ ໂຄງການມີຄວາມຄືບໜ້າປະມານ 6,5 % ເຊິ່ງວຽກສ່ວນໃຫຍ່ແມ່ນ ແຜນງານການ, ການຮັບຮອງຕາໜ່າງເສັ້ນທາງລົດເມດ່ວນ, ການທົບທວນຄືນ ໂຄງສ້າງທຸລະກິດ ລວມທັງ ການຈອດລົດ ແລະ ການສຶກສາກ່ຽວກັບຮູບແບບລົດຖີບໄຟຟ້າ.

ສຳລັບເສັ້ນທາງແລ່ນລົດເມ BRT ຈະເລີ່ມ ແຕ່ ເສັ້ນທາງ ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ລ້ຽວ 4 ແຍກໄຟແດງ 450 ລົງມາຕາມ ຖະໜົນໄກສອນພົມວິຫານ ຕໍ່ໃສ່ຖະໜົນ ສຸພານຸວົງ ຜ່ານ ປະຕູໄຊ ໄປຫາ ຖະໜົນລ້ານຊ້າງ ຫາ ຫໍຄຳ ແລ້ວລ້ຽວຂວາຂຶ້ນໄປຕາມ ຖະໜົນ ເສດຖາທິຣາດ ຫາ ສວນເຈົ້າຟ້າງຸ່ມ ແລ້ວລ້ຽວກັບ ຄືນຕາມທິດທາງເກົ່າ.

ທາງຂອງລົດເມ BRT ຈະມີແລວທາງຂອງມັນເອງ ເພາະວ່າ ທາງໂຄງການຈະແຕ້ມເສັ້ນ ຈະລາຈອນສະເພາະໃຫ້ ແລະ ຫ້າມລົດທົ່ວໄປ ແລ່ນນຳບາງເສັ້ນທາງ ເຊັ່ນ: ເສັ້ນທາງເສດຖາທິຣາດ ທີ່ປັດຈຸບັນເປັນເສັ້ນລ່ອງ, ແຕ່ຈະ ເປັນເສັ້ນທາງຂຶ້ນ ຂອງລົດເມ BRT. ທາງໂຄງ ການ ຈະແຕ້ມເສັ້ນຈະລາຈອນ ແບ່ງເຂດສະ ເພາະ ຂອງລົດເມ BRT ແລະ ຕາມເສັ້ນທາງ ຂອງລົດເມ BRT ແລ່ນ ກໍຈະມີຄິວເປັນຈຸດໆ.

ລົດເມ BRT ຈະມີຄວາມທັນສະໄໝ, ສະດວກສະບາຍ ແລະ ວ່ອງໄວ ເນື່ອງຈາກວ່າ ບໍ່ໄດ້ຈອດລໍຖ້າໄຟແດງ, ຈະມີໜ່ວຍຄວບ ຄຸມລະບົບໄຟອຳນາດ ຕາມເສັ້ນທາງຂອງ ມັນເອງ. ໝາຍຄວາມວ່າ ເມື່ອລົດແລ່ນ ມາໃກ້ຈະຮອດທາງແຍກ ຫຼື ໄຟອຳນາດ ກໍຈະຂຽວ ໂດຍອັດຕະໂນມັດ (ສະເພາະຊ່ອງ ທາງຂອງມັນເທົ່ານັ້ນ).

ໂຄງການ ຂົນສົ່ງແບບຍືນຍົງ ໃນຕົວເມືອງ ນະຄອນຫຼວງວຽງຈັນ ໄດ້ຮັບທຶນສະໜັບສະໜູນ ທັງໝົດ 99,7 ລ້ານໂດລາສະຫະລັດ ເຊິ່ງໃນນີ້ ລັດຖະບານລາວ ໄດ້ສົມທົບທຶນ 14,55 ລ້ານ ໂດລາ, ການລົງທຶນຂອງພາກເອກະຊົນ 6,41 ລ້ານໂດລາ; ສ່ວນທີ່ເຫຼືອແມ່ນທຶນກູ້ຢືມ ແລະ ທຶນຊ່ວຍເຫຼືອລ້າ ເຊັ່ນ: 
– ທະນາຄານພັດທະນາອາຊີ (ADB) 35 ລ້ານ ໂດລາສະຫະລັດ.
– ທະນາຄານເອີຣົບ ເພື່ອການລົງທຶນ 20 ລ້ານ ໂດລາສະຫະລັດ.
– ກອງທຶນກຸ່ມປະເທດສົ່ງນຳ້ມັນອອກ ເປັນສິນຄ້າ (OFID) 15 ລ້ານ ໂດລາສະຫະລັດ.
– ສະຫະພາບເອີຣົບ-ກອງທຶນສະໜັບ ສະໜູນ ການລົງທຶນໃນອາຊີ 6,9 ລ້ານ ໂດລາ ສະຫະລັດ.
– ກອງທຶນສິ່ງແວດລ້ອມໂລກ 1,84 ລ້ານ ໂດລາສະຫະລັດ.

ທີ່​ມາ: facebook.com/1969525686429319

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.