Thursday, January 23, 2025

ກະຊວງປກສ ສຸມໃສ່ສະກັດກັ້ນອຸບັດຕິເຫດທ້ອງຖະໜົນໃຫ້​ໜ້ອຍ​ລົງ

ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ໃນກອງປະຊຸມສະຫຼຸບປີວ່າ:

ໃນປີ 2018 ອຸບັດຕິເຫດທີ່ີເກີດຂຶ້ນຕາມທ້ອງຖະໜົນແມ່ນມາຈາກ ການເພີ່ມຂຶ້ນຂອງພາຫະນະຢ່າງວ່ອງໄວ ມີ 2.100.000 ກວ່າຄັນ. ໃນນີ້ ລົດຈັກຫຼາຍກວ່າໝູ່ ກວມ 76,15%, ສະເລ່ຍ 1 ກິໂລແມັດມີພາຫະນະ 600 ກວ່າຄັນ, ສະເພາະ ນະຄອນຫຼວງວຽງຈັນ ມີພາຫະນະທັງໝົດ 900.000 ກວ່າຄັນ ໃນນີ້ ລົດຈັກກວມເອົາ 68,71% ສະເລ່ຍ 1 ກິໂລແມັດ ມີພາຫະນະ 800 ກວ່າຄັນ ຈາກບັນຫາທີ່ເກີດຂຶ້ນ ເຮັດໃຫ້ເສັ້ນທາງການສັນຈອນບໍ່ສາມາຮອງຮັບການເພີ່ມຂຶ້ນຂອງພາຫະນະໄດ້ ເຮັດໃຫ້ເສັ້ນທາງມີຄວາມແອອັດ, ສັບສົນ ແລະ ອີກບັນຫາໜຶ່ງຜູ້ຂັບຂີ່ຍັງຂາດສະຕິບໍ່ເຄົາລົບລະບຽບກົດໝາຍ ແລະ ລະເມີດກົດລະບຽບການຈະລາຈອນເປັນຕົ້ນ: ດື່ມສິ່ງມືນເມົາຂັບຂີ່ລົດກວມ 26,6%, ໃຊ້ຄວາມໄວເກີນກໍານົດ 19,6%, ປ່ຽນທິດກະທັນຫັນ 12,8%, ແຊງບໍ່ຮັບປະກັນ 12,7%, ບໍ່ປ່ອຍສິດ 12,4%, ເຕັກນິກບໍ່ຮັບປະກັນ 2,4%, ລ່ວງປ້າຍຫ້າມ 1,5%. ນອກນີ້, ມີຂີດເສັ້ນແບ່ງຈະລາຈອນບໍ່ຈະແຈ້ງ, ປ້າຍສັນຍານ ແລະອື່ນໆ ກວມ 11,7%.


ໃນໄລຍະຜ່ານມາ, ການເກີດອຸບັດຕິເຫດຕາມທ້ອງຖະໜົນ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຢູ່ໃນສ່ວນສູງ ເຮັດໃຫ້ຄົນໄດ້ຮັບບາດເຈັບ ແລະ ເສຍຊີງວິດເປັນຈໍານວນຫຼວງຫຼາຍ, ໃນການສະກັດກັ້ນ ແລະ ຫຼຸດຜ່ອນບັນຫາດັ່ງກ່າວລັດຖະບານໄດ້ອອກກົດໝາຍ, ລະບຽບການ, ດໍາລັດ, ນິຕິກໍາເປັນຕົ້ນ: ກົດລະບຽບການສັນຈອນຕາມເສັ້ໜທາງຫຼວງສະບັກເລກທີ 107/ປສລ, ດໍາລັດ 188/ນຍວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດກ່ຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ; ໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ແລະ ວຽກງານອື່ນໆ, ເຊິ່ງແຜນການດັ່ງກ່າວ ກະຊວງ ປກສ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າແຕ່ບັນຫາອຸບັດຕິເຫດກໍຍັງເກີດຂຶ້ນ 5.800 ກວ່າຄັ້ງ, ພາຫະນະເປ່ເພ 10.500 ກວ່າຄັນ, ຄົນໄດ້ຮັບບາດເຈັບ 9.300 ກວ່າຄົນ ແລະ ເສຍຊີວິດ 995 ຄົນ ທຽບໃສ່ປີຜ່ານມາ ຈໍານວນອຸບັດຕິເຫດເພີ່ມຂຶ້ນ, ແຕ່ຄົນເສຍຊີວິດຫຼຸດລົງ 58 ຄົນ, ສະເພາະນະຄອນຫຼວງວຽງຈັນ ເສຍຊີວິດ 240 ຄົນ ຫຼຸດລົງ 11 ຄົນ.

ໃນຕໍ່ໜ້າ, ກະຊວງ ປກສ ສຸມໃສ່ຈັດຕັ້ງປະຕິບັດ, ໂດຍໂຄສະນາດໍາລັດ188/ນຍ ວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆຕໍ່ຜູ້ທີ່ລ່ວງລະເມີດກົດໝາຍກ່ຽວກັບຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ.

ພ້ອມທັງໂຄສະນາລະບຽບການສັນຈອນ, ສະພາບການສັນຈອນ ແລະ ສະພາບເກີດອຸບັດຕິເຫດຜ່ານສື່ມວນຊົນ,ໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ, ປົດສະເຕິ, ປ້າຍແຄມທາງ, ປ້າຍໂຄສະນາໃຫຍ່, ທາງອິນເຕິເນັດ…..

ນອກນີ້ ສຸມໃສ່ແກ້ໄຂ ໂຄງການຫຼຸດຜ່ອນອຸບັດຕິເຫດຢ່າງແຂງແຮງ ເຮັດໃຫ້ອຸບັດຕິເຫດຫຼຸດລົງເທືື່ອລະກ້າວ ທັງສຸມໃສ່ກວດກາ, ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ, ລົດບໍ່ມີປ້າຍ, ປ້າຍບໍ່ຖືກຕ້ອງ, ທະບຽນບໍ່ຖືກຕ້ອງ ແລະ ລົດບໍ່ຮັບປະກັນທາງດ້ານເຕັກນິກ, ປັບປຸງກໍາລັງຕໍາຫຼວດຈະລາຈອນ ແລະ ເຄື່ອງມືຮັບໃຊ້ແກ່ວຽກງານດັ່ງກ່າວໃຫ້ເໝາະສົມກັບຕົວຈິງ ເປັນຕົ້ນແມ່ນລະບົບກ້ອງວົງຈອນປິດ, ລະບົບໄຟອໍານາດ, ເຄື່ອງກວດທາດເຫຼົ້າ, ເຄື່ອງຈັບຄວາມໄວ ແລະອື່ນໆ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ