Wednesday, May 13, 2026
Kbank Laos โอน รับ จ่าย
-->

ທ່ານນາຍົກ ທອງລຸນ ບອກ! ພາກລັດຕ້ອງຍອມຮັບຄວາມຈິງຜ່ານມາ ເຮົາຈຶ່ງກ້າວເດີນໜ້າຕໍ່ໄປໄດ້

ຄວາມພູມໃຈຂອງປະຊາຊົນ ໃນການບໍລິຫານປະເທດ ຂອງຄະນະລັດຖະບານຊຸດປັດຈຸບັນ ແມ່ນມີຫຼາຍແນວ ແຕ່ໜຶ່ງໃນນັ້ນ ເພິ່ນໄດ້ຮັບຟັງບັນຫາ, ຍອມຮັບຂໍ້ຜິດພາດໃນອາດີດ ເພື່ອປັບປຸງ ແລ້ວມຸ່ງສູ່ຫົນທາງທີ່ດີກວ່າເກົ່າ ໂດຍສະເພາະ ເລື່ອງທີ່ກ່ຽວຂ້ອງກັບ ຊັບພະຍາກອນທຳມະຊາດ ເຊັ່ນ ທີ່ດິນ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວ ໃນກອງປະຊຸມສະພາ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ເມື່ອວັນທີ 7 ມິຖຸນາຜ່ານມານີ້ ວ່າ “ພາຍໃຕ້ກົດໝາຍ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ມີໜ້າທີ່ໃນການຄຸ້ມຄອງທີ່ດິນ ແຕ່ໃນປັດຈຸບັນ ກະຊວງດັ່ງກ່າວພັດ ບໍ່ໄດ້ໄປມີສ່ວນຮ່ວມ ໃນການ ສຳປະທານທີ່ດິນຢ່າງເຕັມສ່ວນ ເມື່ອເປັນແນວນັ້ນ ຈຶ່ງບໍ່ສາມາດສະໜອງຂໍ້ມູນຢ່າງພຽງພໍແກ່ ກະຊວງການເງິນ ເພື່ອເກັບກຳພາສີດັ່ງກ່າວຢ່າງຄົບຖ້ວມ”.

ທ່ານາຍົກລັດຖະມົນຕີ ຍັງກ່າວຕຶ່ມວ່າ “ປະເທດລາວໄດ້ໃຫ້ເຊົ່າ ແລະສຳປະທານທີ່ດິນ ຫຼາຍໂຄງການໃນທົດສະວັດທີ່ຜ່ານມາ ແຕ່ບໍ່ໄດ້ເຮັດບົດລາຍງານ ເປັນທາງການ ກ່ຽວກັບຈຳນວນລາຍຮັບ ທີ່ລັດຖະບານໄດ້ຮັບ ຈາກການຂຸດຄົ້ນ ຊັບພະຍາກອນທຳມະຊາດ”.

ສິ່ງດັ່ງກ່າວ ມັນໄດ້ກາຍເປັນເລື່ອງຈິງທີ່ໜ້າເສົ້າ ແລະໄດ້ບົ່ງບອກ ເຖິງເຫດຜົນວ່າ ເປັນຫຍັງ ພວກເຮົາມີ ໂຄງການລົງທຶນຢ່າງຫຼວງຫຼາຍ ແຕ່ບໍ່ສາມາດ ເກັບກູ້ລາຍຮັບຕາມແຜນການ, ປະຊາຊົນກໍຍັງບໍ່ສາມາດ ຫຼຸດພົ້ນຈາກ ຄວາມທຸກຍາກ ຕາມທີ່ພວກເຮົາໄດ້ວາດໄວ້ເທື່ອ.

ບັນຫາດັ່ງກ່າວ ຍິ່ງເລິກເຊິ່ງ ແລະຈະແຈ້ງຂຶ້ນ ເມື່ອພວກເຮົາໄດ້ຮັບຟັງການເຈາະຈິ້ມບັນຫາ ຂອງສະມາຊິກສະພາແຫ່ງຊາດ ໃນວາລະການດຳເນີນກອງປະຊຸມສະພາດັ່ງກ່າວ, ທ່ານ ວົງສະຫວັນ ໄຊຍະວົງ ສະມາຊິກສະພາແຫ່ງ ຊາດ ເຂດ 4 ແຂວງອຸດົມໄຊ ກ່າວວ່າ “ໃຫ້ລັດຖະບານປະເມີນຄືນ ໂຄງການທີ່ ພາກເອກະຊົນ ຈັດຕັ້ງປະຕິບັດ ໃນຂັ້ນທ້ອງຖິ່ນ ແຕ່ຂຶ້ນກັບຄວາມຮັບຜິດຊອບຂອງສູນກາງ ໃນກໍລະນີເກີດ ມີບັນຫາ ໂດຍສະເພາະ ໂຄງການຂຸດຄົ້ນບໍ່ແຮ່ ເພື່ອສົ່ງອອກ ແຕ່ປະຊາຊົນໃນພື້ນທີ່ນັ້ນບໍ່ໄດ້ຮັບ ຜົນປະໂຫຍດຫຍັງ”.

ມັນເປັນເລື່ອງເຈັບປວດພໍສົມຄວນ ທີ່ເທື່ອໃດເຫັນປະຊາຊົນ ຜູ້ທີ່ອີງອາໄສຊັບພະຍາກອນ ທຳມະຊາດ ເປັນຕົ້ນດິນດອນຕ່ອນຫຍ້າ ເພື່ອປູກຝັງ-ລ້ຽງສັດ ໃນການລ້ຽງຊີບເຂົາເຈົ້າຢ່າງພໍພຽງ ແຕ່ຢູ່ບໍ່ຢູ່ ພັດວ່າ ຖືກໂຄງການ ພັດທະນາໃດໜຶ່ງ ໂດຍພື້ນທີ່ທີ່ປະຊາຊົນ ອີງອາໄສມາແຕ່ປູ່ຍ່າຕາຍາຍນັ້ນ ຕົກຢູ່ໃນກຳມືຂອງພາກເອກະຊົນ ແລ້ວປະຊາຊົນ ພັດບໍ່ໄດ້ຮັບສິ່ງທົດແທນຢ່າງສົມເຫດສົມຜົນ, ແທນທີ່ຈະເຮັດໃຫ້ ເຂົາເຈົ້າພົ້ນທຸກ ແຕ່ກັບທຸກຊໍ້າຕຶ່ມລົງອີກ ອັນນີ້ກໍມີຫຼາຍກໍລະນີ.

ແຕ່ເຖິງຢ່າງໃດກໍຕາມ, ມາຮອດດຽວນີ້ ລັດຖະບານເຮົາ ເພິ່ນຮັບຮູ້ບັນຫາ ແລະຍອມຮັບໃນຂໍ້ຜິດພາດ ໃນໄລ ຍະຜ່ານມາ, ບໍ່ມີຫຍັງຈະດີກວ່າ ເມື່ອພວກເຮົາຮັບຮູ້ ສິ່ງທີ່ຜິດພາດ ນຳມາເຊິ່ງການສູນເສຍຂອງ ຜົນປະໂຫຍດສ່ວນລວມ ແລ້ວ ນຳມາເຊິ່ງການແກ້ໄຂຢ່າງເດັດດ່ຽວ.

ຄວາມພະຍາຍາມ ຂອງລັດຖະບານໃນການແກ້ໄຂບັນຫາດັ່ງກ່າວ (ແລະ ບັນຫາອື່ນໆ) ແມ່ນມີຄວາມຈະແຈ້ງຂຶ້ນ ນັບມື້ໂດຍສະເພາະ ການເປີດເຜີຍສະຖິຕິການສໍ້ລາດບັງຫຼວງ ທີ່ເປັນພະຍາດຊໍ້າເຮື້ອອັນຮ້າຍແຮງ ແລະແກ່ຍາວ ເຊິ່ງເປັນການຖ່ວງດຶງໃນການແກ້ໄຂບັນຫາອື່ນໆຂອງລັດຖະບານ ໃນນັ້ນກໍລວມມີການລົງທຶນໃສ່ຊັບພະ ຍາກອນ ທີ່ດິນນີ້ລະທີ່ເປັນບັນຫາທີ່ແກ້ບໍ່ຕົກມາຫຼາຍປີ.

ມາຮອດມື້ນີ້ ເຊື່ອແນ່ວ່າ ລັດຖະບານເຮົາຈິງຈັງໃນການແກ້ໄຂບັນຫາດັ່ງກ່າວ ທີ່ຖ່ວງດຶງການພັດທະນາປະເທດ ມາດົນ ໃຫ້ລຸລ່ວງໄປໄດ້ດ້ວຍດີ ເພື່ອນຳເອົາຄວາມຮັ່ງມີມາສູ່ປະຊາຊົນຢ່າງແທ້ຈິງ. 

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ