ແຂວງເຊກອງ ເປີດອະນຸສາວະລີອົງແກ້ວ ວິລະບຸລຸດຂອງຊາດລາວ

ອະນຸສາວະລີອົງແກ້ວ ວິລະບຸລຸດຂອງຊາດລາວ ທີ່ປະດິດສະຖານຢູ່ຫລັກສອງບ້ານ ໃໝ່ຫົວເມືອງ ເມືອງລະມາມ ແຂວງເຊກອງ ໄດ້ເປີດນຳໃຊ້ຢ່າງເປັນທາງການ. ໂດຍທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການ, ຫົວໜ້າຫ້ອງວ່າ ການສູນກາງພັກ ພ້ອມດ້ວຍເຈົ້າແຂວງເຊກອງ,ການນຳ 3 ແຂວງພາກໃຕ້, ພາກສ່ວນກ່ຽວຂ້ອງ ແລະ ມວນຊົນແຂວງດັ່ງກ່າວເຂົ້າຮ່ວມ.

ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງ ເຊກອງ ກ່າວວ່າ: ທ່ານ ອົງແກ້ວ ແມ່ນຜູ້ນຳທີ່ ໂດດເດັ່ນ ແລະ ສຳ ຄັນ ໃນສະໄໝຕໍ່ສູ້ຕ້ານຝຣັ່ງ ແລະ ຈາກການເປັນຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດ ຍອມເສຍສະລະຊີວິດເພື່ອຊາດ ເພື່ອປະຊາຊົນຢ່າງແທ້ຈິງ.

ທ່ານໄດ້ເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າ ຢູ່ເຂດພາກໃຕ້ລາວ ລຸກຮື້ຂຶ້ນຕໍ່ສູ້ປົດປ່ອຍ ປະເທດ ຊາດ ໃຫ້ຫລຸດພົ້ນຈາກການກົດຂີ່ຂູດຮີດຂອງ ພວກສັກດິນນາໃນປະເທດ ແລະ ພວກຈັກກະພັດຮຸກຮານ ໂດຍສະເພາະ ພວກລ່າເມືອງຂຶ້ນຝຣັ່ງ ເພື່ອຄວາມເປັນເອກະລາດ ປົກປັກຮັກສາຜືນແຜ່ນຂອງຕົນໄວ້ໃຫ້ຍືນຍົງ ເຊິ່ງການກໍ່ສ້າງສວນອະນຸສາວະລີ ອົງແກ້ວ ເພື່ອຈາລຶກວິລະກໍາອັນລໍ້າເລີດ ແລະ ເພື່ອເຮັດໃຫ້ຄົນຮຸ່ນຫລັງ ໄດ້ຮຽນເອົາຄຸນງາມຄວາມດີ ແລະ ບົດຮຽນອັນລໍ້າຄ່າ ທັງເປັນການເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອສາມັກຄີ ປອງດອງ ຕໍ່ສູ້ບໍ່ຍອມຈຳນົນຂອງເພິ່ນ ຈົນໄດ້ຮັບນາມມະຍົດເປັນ:

“ວິລະບູລຸດ ຂອງຊາດລາວ”.ຂະນະດຽວກັນ ກໍເປັນສັນຍະລັກແຫ່ງດິນແດນ ຖິ່ນກຳເນີດວິລະຊົນຄົນກ້າ ແລະ ເປັນສະຖານທີ່ສັກກາລະບູຊາ ທັງເປັນສູນລວມຈິດໃຈ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນ ບັນດາເຜົ່າຄຽງຄູ່ ກັບຫລັກເມືອງ, ເປັນບ່ອນອົບຮົມບົ່ມສອນ ຄົນຮຸ່ນຫລັງໃຫ້ຮູ້ຮັກເຊື້ອແພງຊາດ, ຮູ້ຄຽດແຄ້ນສັດຕູຂອງຊາດທັງເປັນການເສີມຂະຫຍາຍລັດທິວິລະຊົນ.

ທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງເຊກອງ ກ່າວວ່າ:

ຍ້ອນເຫັນໄດ້ວິລະກຳອັນລ້ຳເລີດ, ຄຸນງາມຄວາມດີຂອງເພິ່ນ ທີ່ມີຕໍ່ປະເທດຊາດ, ກົມການເມືອງສູນກາງພັກ ໄດ້ຕົກລົງໃຫ້ແຂວງເຊກອງ ສ້າງອະນຸສາວະລີ ແລະ ຫລໍ່ຮູບທ່ານ ອົງແກ້ວ ໃນເເນື້ອທີ່ 4 ເຮັກຕາ ແລະ ດໍາເນີນ ການກໍ່ສ້າງອາຄານ, ນ້ຳພຸ, ສວນສາທາລະນະ ແລະ ເດີ່ນອະເນກປະສົງຕາຂ່າຍໄຟຟ້າ ແລະ ຖານຕັ້ງຮູບ ຫລໍ່ອົງແກ້ວ ໂດຍມີມູນຄ່າ 23 ຕື້ກວ່າກີບ. ສ່ວນຮູບຫລໍ່ອົງແກ້ວ ຫລໍ່ດ້ວຍທອງ ປະສົມສູງ 4,90 ແມັດ ໜັກ 6 ໂຕນ ມູນຄ່າ 1,8 ຕື້ກວ່າກີບ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...