Saturday, November 15, 2025
Kbank Laos โอน รับ จ่าย

ສະຖາບັນທຸລະກິດແສງສະຫວັນ ຈະຮັບນັກສຶກສາລະດັບປະລິນຍາຕີ ພຽງແຕ່ 275 ຄົນ

ສົກຮຽນ 2019-2020 ນີ້ ກະຊວງສຶກສາທິການ ແລະ ກິລາ ອະນຸມັດໃຫ້ ສະຖາບັນທຸລະກິດແສງສະຫວັນ ຮັບນັກສຶກສາລະດັບປະລິນຍາຕີ ພຽງແຕ່ 275 ຄົນ ໃນ 5 ສາຂາວິຊາຮຽນ ເພື່ອແນ່ໃສ່ຍົກສູງຄຸນນະພາບໃນການສ້າງບຸກຄະລາກ່ອນອອກມາຮັບໃຊ້ສັງຄົມ.

ຂະນະທີ່ ການສອບເສັງເຂົ້າຈະມີຂຶ້ນໃນວັນທີ 6 ກັນຍາ 2019 ນີ້! 
ເມື່ອວັນທີ 9 ສິງຫາ 2019 ຜ່ານມາ ທ່ານ ປອ ຄໍາແສນ ສີສະວົງ ປະທານກຸມການສຶກສາແສງສະຫວັນ ໄດ້ໃຫ້ສໍາພາດເຖິງການກະກຽມສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນສະຖາບັນທຸລະກິດແສງສະຫວັນໃນສົກຮຽນ 2019- 2020ນີ້ ວ່າ: ເປັນປີທໍາອິດ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸມັດໃຫ້ສະຖາບັນທຸລະກິດແສງສະຫວັນ ເປີດຫຼັກສູດການຮຽນການສອນໃນລະດັບປະລິນຍາຕີ ໃນ 5 ສາຂາວິຊາຮຽນ ຄື:

1. ປະລິນຍາຕີບໍລິຫານທຸລະກິດ, 2. ປະລິນຍາຕີຜູ້ປະກອບການ, 3. ປະລິນຍາຕີອັກສອນສາດພາສາອັງກິດ, 4. ປະລິນຍາຕີວິສະວະກໍາຊ໊ອບແວ ແລະ 5. ປະລິນຍາຕີ ບໍລິຫານຂໍ້ມູນຂ່າວສານ ໂດຍທາງກະຊວງສຶກສາທິການ ແລະ ກິລາ ອະນຸມັດໃຫ້ຮັບນັກສຶກສາພຽງແຕ່ 275 ຄົນ 

ປະທານກຸ່ມການສຶກສາແສງສະຫວັນ ຍັງກ່າວເນັ້ນໃຫ້ຮູ້ຕື່ມອີກວ່າ: ສາຊາວິຊາປະລິນຍາຕີບໍລິຫານທຸລະກິດ ຈະໄດ້ສຶກສາລົງເລິກທາງດ້ານການຕະຫຼາດ, ການບໍລິຫານ-ຄຸ້ມຄອງບຸກຄະລາກາອນ, ການເງິນ, ການບັນຊີ ແລະ ການທະນາຄານ. 

ສ່ວນປະລິນຍາຕີຜູ້ປະກອບການ, ເປັນຫຼັກສູດໃໝ່ທີ່ເເທດເໝາະກັບຄວາມຕ້ອງການຂອງສັງຄົມ ໃນປັດຈຸບັນ ເພາະທີ່ຜ່ານມາ ກໍ່ສັງເກດເຫັນໄດ້ວ່ານັກສຶກສາ ທີ່ຈົບໄປແລ້ວ ກໍ່ຊອກຫາວຽກເຮັດງານທຳກໍ່ຍາກ. ສະນັ້ນຫຼັກສູດນີ້ ເມື່ອຮຽນຈົບແລ້ວ ກໍ່ສາມາດເປັນຜູ້ປະກອບການ, ເປັນເຈົ້າຂອງທຸລະກິດຂະນ້ອຍ ຫຼື ຂະໜາດກາງ ກໍ່ແລ້ວແຕ່ຄວາມເປັນຈິງ ເນື່ອງຈາກຫຼັກສູດດັ່ງກ່າວ ເປັນການປະສົບປະສານລະຫວ່າງທິດສະດີກັບພາກປະຕິບັດຕົວຈິງ ໄປພ້ອມກັນ. 

ສໍາລັບຫຼັກສູດປະລິນຍາຕີອັກສອນສາດພາສາອັງກິດນັ້ນ ກໍ່ມີຄວາມສໍາຄັນຫຼາຍ ໂດຍໃນຍົກປັດຈຸບັນນີ້ ມັນມີການພົວພັນກັບຫຼາຍປະເທດໃນທົ່ວໂລກ ແລະການພົວພັນກໍ່ລ້ວນແລ້ວແຕ່ຕ້ອງໃຊ້ພາສາອັງກິດໃນສື່ສານ. ສະນັ້ນ ທາງສະຖາບັນທຸລະກິດແສງສະຫວັນ ຈຶ່ງໃຫ້ ຄູອາຈານ ຄົນຕ່າງປະເທດຜູ້ມີປະສົບການມາສິດສອນໃຫ້ເປັນຫຼັກ. ເພື່ອໃຫ້ນັກຮຽນ ນັກສຶກສາ ທີ່ຮຽນຈົບແລ້ວ ມີຄວາມສາມາດເວົ້າພາສາອັງກິດໄດ້ມາດຕະຖານ ສົມກັບຈົບປະລິນຍາຕີພາສາອັງກິດ. 

ຫຼັກສູດປະລິນຍາຕີວິສະວະກໍາຊ໊ອບແວ ຈະເນັ້ນໜັກເລື່ອງການຂຽນຊ໊ອບແວ ໂດຍມີການຮວມມືກັບມະຫາວິທະຍາໄລ FPT ສສ ຫວຽດນາມ ທີ່ມີຊື່ສຽງດ້ານການສ້າງນັກຂຽນ ຊ໊ອບແວ ຫຼັກສູດນີ້ກໍ່ຈະສອນເປັນພາສາອັງກິດ. ຂະນະທີ່ ຫຼັກສູດປະລິນຍາຕີບໍລິຫານຂໍ້ມູນຂ່າວສານ ກໍ່ເປັນການຮ່ວມມືກັບ ມະຫາວິທະຍາໄລ FPT ຄືກັນ ເພື່ອເນັ້ນຄຸນນະພາບໃຫ້ທຽບເທົ່າສາກົນ ຮຽນຈົບແລ້ວກໍ່ສາມາດ ໄປເຮັດວຽກກັບບັນດາປະເທດໃນພາກພື້ນ ແລະ ໃກ້ຄຽງໄດ້ສະບາຍ. 

ປະທານກຸມການສຶກສາແສງສະຫວັນ ຍັງກ່າວອີກວ່າ: ສະຖາບັນທຸລະກິດແສງສະຫວັນ ໄດ້ມີການພົວພັນຮ່ວມມືກັບຫຼາຍມະຫາວິທະຍາໄລ ແລະ ສະຖາບັນການສຶກສາ ໃນພາກພື້ນ ແລະ ປະເທດໃກ້ຄຽງ ເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ ແລະ ຫຼັກສູດການຮຽນການສອນ ສາມາດສົ່ງນັກຮຽນໄປເຝິກງານ ຫຼື ສຶກສາຕໍ່ຢູ່ຕ່າງປະເທດ ເພາະໄດ້ມີການເຊັນສັນຍາຮ່ວມມື້ກັນກັບບັນດາມະຫາວິທະຍາໄລເຫຼົ່າໆນັ້ນ. 

ສະຖາບັນທຸລະກິດແສງສະຫວັນ ຈະຈັດສອບເສັງໃນວັນທີ 6 ກັນຍາ 2019ນີ້ ເປັນສະຖານການສຶກສາແຫ່ງສຸດທ້າຍໃນ ສປປ ລາວ ທີ່ຈະສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນລະດັບປະລິນຍາຕີ ຖັດຈາກມະຫາວິທະຍາໄລແຫ່ງຊາດ, ສະຖາບັນລັດຕະນະບໍລິຫານທຸລະກິດ ເພື່ອໃຫ້ນັກຮຽນທີ່ຮຽນຈົບ ມ7 ຫຼື ຜູ້ທີ່ຕ້ອງການສຶກສາຕໍ່ປະລິນຍາຕີ. ແນວໃດກໍ່ຕາມ ໃນ 5 ສາຂາວິຊາຮຽນ ມີຜູ້ມາສະໝັກສອບເສັງເຂົ້າແລ້ວ 400 ກວ່າຄົນ ແຕ່ຈະຮັບພຽງແຕ່ 275 ຄົນ ສາຂາວິຊາລະ 50 ຄົນ ຫາ 60 ຄົນ ຕາມໂຄຕ້າທີ່ກະຊວງສຶກສາທິການ ແລະ ກິລາກໍານົດໃຫ້. 

ສໍາລັບວິຊາທີ່ຈະສອບເສັງເຂົ້າປະກອບມີ 3 ວິຊາຫຼັກ ຄື: ຄວາມຮູ້ທົ່ວໄປ, ຄະນະນິດສາດ ແລະ ພາສາອັງກິດ. ຜູ້ທີ່ສົນໃຈສາມາດຊື້ຄໍາຮ້ອງເຂົ້າສອບເສັງຄັດເລືອກນັບແຕ່ມື້ນີ້ເປັນຕົ້ນໄປ ທີ່ສະຖາບັນທຸລະກິດແສງສະຫວັນ ບ້ານສີສະຫວາດ ເມືອງຈັນທະບູລີ ແລະ ສະຖາບັນທຸລະກິດແສງສະຫວັນ (ຫຼັກ 21) ເມືອງໄຊທານີ ນະຄອນຫຼວງວຽງຈັນ 

ແຫຼ່ງຂໍ້ມູນ: ປາກກາໃຕ້ Midia Laos
ໂທ 021 22 38 22.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.