Monday, May 19, 2025
Kbank Laos โอน รับ จ่าย

ວິທີຮັບມື! ຕອນເກີດແຜ່ນດິນໄຫວ ຮູ້ເອົາໄວ້! ກັນດີກວ່າແກ້!!!

ເນື່ອງຈາກວ່າປະເທດລາວເຮົານັ້ນ, ບໍ່ຄ່ອຍມີເຫດການແຜ່ນດິນໄຫວເທົ່າໃດ? ດົນໆເກີດເທື່ອໜຶ່ງ ຊຶ່ງມັກເກີດຈຸດຮອຍຕໍ່ກັນຂອງແຜ່ນດິນໄຫວ ຢູ່ທາງເຂດເມືອງຊຽງຮ່ອນ ແຂວງໄຊຍະບູລີ ແລະທາງຝັ່ງໄທ.

ປະເທດທີ່ນັບວ່າມີແຜ່ນດິນໄຫວເລື້ອຍໆນັ້ນ ກໍຄືປະເທດຍີ່ປຸ່ນ ເຊິ່ງປະຊາຊົນເຂົາເຈົ້າ ຮັບຮູ້ວິທີຮັບມືກັບແຜ່ນ ດິນໄຫວ ແລະຮູ້ວິທີປ້ອງກັນ.

ທາງອິນໄຊລາວ ໄດ້ຮວບຮວມວິທີປ້ອງກັນ ເມື່ອມີແຜ່ນດິນໄຫວເກີດຂຶ້ນ ເຊິ່ງກັນກໍດີກວ່າແກ້!!!

  1. ສຶກສາເສັ້ນທາງໜີ ແລະທາງອອກສຸກເສີນທີ່ງ່າຍທີ່ສຸດ ເມື່ອເວລາເກີດເຫດ.

2. ກຽມສິ່ງຂອງສຳຄັນເອົາໄວ້ໃກ້ຕົວ ເຊັ່ນ: ໄຟສາຍ, ນ້ຳດື່ມ, ອາຫານ ແລະຢາປະຈຳຕົວ ເພາະວ່າ ເວລາເກີດແຜ່ນດິນໄຫວ ໄຟຟ້າອາດຈະດັບ; ເຮົາອາດຕິດຢູ່ໃນອາຄານ ແລະເວລາບໍ່ສະບາຍ ເຄື່ອງຂອງເຫຼົ່ານີ້ສາມາດຊ່ວຍໄດ້.

3. ມີສະຕິ ຢ່າຕົກໃຈເກີນເຫດ ຕ້ອງຄຳນຶງເລື່ອງຄວາມປອດໄພຂອງຕົນເອງ ລະວັງສິ່ງຕ່າງໆພ້ອມ.

4. ຫາບ່ອນລົບລີ້ທີ່ປອດໄພ ເຊັ່ນໃຕ້ໂຕະ ເພາະເວລາເກີດເຫດ ອາດມີສິ່ງຂອງຫລົ່ນມາໃສ່

5. ປິດສະວິດເຄື່ອງໄຟຟ້າ ແລະເຕົາແກ໋ດຢູ່ໃນເຮືອນ ຫຼືບ່ອນພັກ. ເພາະຢ້ານເກີດການລະເບີດ.

6. ຫາທາງອອກຈາກບໍລິເວນອາຄານ ນຳສິ່ງຂອງຈຳເປັນຕິດໂຕໄປພ້ອມ.

7. ຮີບຟ້າວໄປບ່ອນທີ່ປອດໄພ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້