ໝາກເຟືອງ ເຖິງວ່າຈະເປັນໝາກໄມ້ມີທີ່ມີປະໂຫຍດຫຼາຍຢ່າງ ບໍ່ວ່າຈະຊ່ວຍຄວບຄຸມນ້ຳໜັກໄດ້, ແຕ່ສຳລັບຜູ້ທີ່ເປັນໂຣກກ່ຽວກັບໝາກໄຂ່ຫຼັງ ຫຼື ໂຣກໄຕ ແລ້ວແມ່ນຫ້າມກິນ ໝາກເຟືອງ, ເນື່ອງຈາກວ່າ ໃນໝາກເຟືອງມີ ໂພແທສຊຽມ ສູງ (Potassium) ເຊິ່ງຈະສົ່ງຜົນຕໍ່ການເຮັດວຽກຂອງໝາກໄຂ່ຫຼັງ ແລະ ມີສານ ອອກຊາເລຕ (Oxalate) ປະລິມານສູງ ເຊິ່ງຈະໄປຈັບກັບ ແຄລຊຽມ ແລ້ວຕົກຕະກອນເປັນກ້ອນນ້ອຍໆທີ່ ໝາກໄຂ່ຫຼັງ ອາດສົ່ງຜົນເຮັດໃຫ້ ໝາກໄຂ່ຫຼັ ງເຮັດວຽກໜັກຂຶ້ນ. 

ດັ່ງນັ້ນ ໃນຄົນທີ່ປ່ວຍເປັນ ໂຣກໝາກໄຂ່ຫຼັງ, ຜູ້ທີ່ດື່ມນ້ຳໜ້ອຍ, ຜູ້ທີ່ກິນໝາກເຝືອງຫຼາຍ ແລະ ຜູ້ສູງອາຍຸ ຄວນລະວັງ ແລະ ຫຼີກຫຼ່ຽງການກິນໝາກເຟືອງຈະດີກວ່າ ເພາະອາດເກີດເປັນ ໂຣກໝາກໄຂ່ຫຼັງ ຫຼື ມີຄວາມເສື່ອມຂອງໝາກໄຂ່ຫຼັງ ຫຼາຍກວ່າຄົນປົກກະຕິ.  

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່ມາ: https://bit.ly/3Hr8dH9  

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້