ແຂວງ ຄຳມ່ວນ ເປັນແຂວງໜຶ່ງໃນປະເທດລາວ ທີ່ມີຖ້ຳຫຼາຍແຫ່ງ ແລະ ສ່ວນຫຼາຍກໍຈະເປັນຖ້ຳໃຫຍ່ ທີ່ມີນັກທ່ອງທ່ຽວສົນໃຈ ແລະ ຫຼັ່ງໄຫຼກັນໄປທ່ຽວຊົມຄວາມງາມຂອງຖ້ຳເປັນຕົ້ນແມ່ນຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳກອງລໍ, ຖ້ຳພະ, ຖ້ຳນາງແອ່ນ ແລະ ຖ້ຳອື່ນໆ ອີກ. ແຕ່ນອກຈາກຖ້ຳທີ່ກ່າວມານັ້ນ ກໍຍັງມີອີກ ໜຶ່ງຖ້ຳ ທີ່ມີຄວາມມະຫັດສະຈັນ ບໍ່ແພ້ຖ້ຳຕ່າງໆ ນັ້ນກໍຄື “ຖໍ້ານໍ້ານອນ”.

ອີງຕາມຂໍ້ມູນຈາກທ່ານ ບຸນເກີດ ສີສຸກຂະລາດ ໄດ້ໂພສເຟສບຸກສ່ວນໂຕ ວ່າ “ຖ້ຳນ້ຳນອນ” ຕັ້ງຢູ່ເມືອງ ຄູນຄຳ, ແຂວງ ຄຳມ່ວນ ເຊິ່ງໃນເມື່ອກ່ອນຊາວບ້ານເຂດນີ້ ພາກັນເອີ້ນວ່າ “ຖໍ້ານາງນອນ” ສາຍເຫດທີ່ເອີ້ນແບບນັ້ນ ກໍຍ້ອນວ່າ ຢູ່ພາຍໃນຖໍ້າ ມີກ້ອນຫີນທີ່ມີຮູບຮ່າງຄ້າຍຄືນາງສາວກຳລັງນອນຢູ່ ແລະ ອີກຢ່າງໜຶ່ງຍ້ອນວ່າຖໍ້າດັ່ງກ່າວ ມີສາຍນໍ້າໄຫຼອອກມາໃນຍາມລະດູຝົນ, ແຕ່ພໍຕົກມາລະດູແລ້ງ ນ້ຳພັດບົກແຫ້ງ ຫຼື ໝາຍຄວາມວ່າ ຍາມແລ້ງນໍ້າສາຍນັ້ນໄດ້ນອນຫຼັບ ດັ່ງນັ້ນ, ຈຶ່ງເປັນທີ່ມາຂອງການປ່ຽນຊື່ມາເປັນ “ຖໍ້ານໍ້ານອນ” ຈົນເຖິງປັດຈຸບັນ.

Hits: 5