Sunday, November 9, 2025
Kbank Laos โอน รับ จ่าย

“ການກອດ” ໄດ້ທັງຄວາມຮັກ ແລະ ສຸຂະພາບ

ນັກຈິດບຳບັດ ເວີຈີເນຍ ຊາເທຍ ຊາວອາເມຣິກາ ໄດ້ກ່າວໄວ້ວ່າ: “ການກອດກັນ ມື້ລະ 4 ຄັ້ງ ເພື່ອການດຳລົງຊີວິດ, ກອດກັນ ມື້ລະ 8 ຄັ້ງ ເພື່ອການດຳເນີນຊີວິດ ແລະ ກອດກັນ ມື້ລະ 12 ຄັ້ງ ເພື່ອການຈະເລີນເຕີບໃຫຍ່”.

ປະໂຫຍດດັ່ງກ່າວນີ້ ສະແດງໃຫ້ເຫັນວ່າ “ການກອດ” ບໍ່ພຽງແຕ່ສະແດງຄວາມຮັກເທົ່ານັ້ນ ແຕ່ຍັງມີຜົນດີຕໍ່ສຸຂະພາບ ປ້ອງກັນການເກີດໂຣກຮ້າຍ ເຊັ່ນ ໂຣກຫົວໃຈ ແລະ ພາວະຊຶມເສົ້າ ເພາະການກອດຈະຊ່ວຍເພີ່ມປະລິມານ ຮີໂມໂກນບິນ ເຊິ່ງເປັນສ່ວນປະກອບໃນເມັດເລືອດແດງໃນເລືອດ ເຮັດໃຫ້ການລຳລຽງຂອງ ອອກຊີເຈນ ໄປຍັງຈຸລັງຕ່າງໆ ທົ່ວຮ່າງກາຍດີຂຶ້ນ,​ ຊ່ວຍຫຼຸດຄວາມສ່ຽງຂອງ ໂຣກຫົວໃຈ ເພາະຊ່ວຍເພີ່ມລະດັບ ຮໍໂມນ ອ໊ອກຊີທອກຊິນ (Oxytocin) ເຊິ່ງເປັນຮໍໂມນແຫ່ງຄວາມຮັກ ສົ່ງຜົນໃຫ້ຄວາມດັນເລືອດຫຼຸດລົງ, ຊ່ວຍຫຼຸດການຫຼັ່ງຮໍໂມນ ຄໍຕິຊອນ ເຊິ່ງເປັນຮໍໂມນ ທີ່ກໍ່ໃຫ້ເກີດຄວາມຄຽດ ແລະ ການກອດຄົນຮັກ ສະໝອງຈະຫຼັ່ງສານ ໂດປາມີນ (Dopamine) ທີ່ກໍ່ໃຫ້ເກີດຄວາມສຸກ, ຄວາມເພິ່ງພໍໃຈ, ຄວາມສົດໃສ ລວມທັງສານແຫ່ງຄວາມສຸກໂຕອື່ນໆ ເຊັ່ນ ສານເອນໂດຟິນ  (Endorphin) ແລະ ເຊໂຣໂທນິນ (Serotonin).

ການກອດມີຜົນດີຕໍ່ເດັກທີ່ສຸດ ເພາະສາມາດເພີ່ມ EQ ໄດ້ ໂດຍສະເພາະໃນເດັກທີ່ຫາກໍເກີດ ທີ່ໄດ້ຮັບການລ້ຽງລູກດ້ວຍນົມແມ່, ການອູ້ມກອດ ຂະນະທີ່ໃຫ້ນົມລູກ ຈະຊ່ວຍເພີ່ມຄວາມອົບອຸ່ນ ແລະສານສຳພັນຄວາມຮັກຫຼາຍຂຶ້ນ.

ການກອດສາມາດເຮັດໄດ້ທັງຄອບຄົວ ເພາະຊ່ວຍຫຼຸດຊ່ອງວ່າງລະຫວ່າງຄອບຄົວ, ຕື່ມເຕັມຄວາມຮັກ,​ ສ້າງຄວາມໄວ້ວາງໃຈ,​ ໃຫ້ຄວາມຮູ້ສຶກໝັ້ນຄົງ, ການຄຸ້ມຄອງ, ສ້າງຄວາມປອດໄພໃຫ້ແກ່ກັນ ແລະ ມີຄຸນຄ່າຫຼາຍສຳລັບການໃຊ້ຊີວິດ ໂດຍສະເພາະໃນເດັກ ແລະ ຜູ້ສູງອາຍຸ ເຊິ່ງຕ້ອງອາໄສຄວາມຮັກຈາກຄົນທີ່ຢູ່ອ້ອມຂ້າງ.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.