Saturday, November 1, 2025
Kbank Laos โอน รับ จ่าย

“ວັດປ່າຮວກ” ມໍລະດົກ ຫຼວງພຣະບາງ.

ວັດປ່າຮວກ ຕັ້ງຢູ່ ຕີນພູສີ ບໍລິເວນປ່າໄມ້ຮວກ ຕໍ່ໜ້າຫໍພິພິທະພັນ (ພະລາດຊະວັງເກົ່າ) ເຊິ່ງອາຣາມວັດປ່າຮສກ ໄດ້ສ້າງຂຶ້ນໃນປີ ຄສ 1861 ໃນສະໄໝເຈົ້າແຜ່ນດິນ ຈັນທະເທບ ປະພາຄຸນ, ຢູ່ຝາດ້ານໃນຂອງວັດນີ້ ຍັງມີຮູບແຕ້ມຝາຜະໜັງເລື່ອງ “ທ້າວຊົມພູປັຕິ” ເຊິ່ງເປັນເລື່ອງນິຍາຍຄຳສອນ ຂອງພຣະພຸດທະເຈົ້າ ເພື່ອບໍ່ໃຫ້ຄົນເຮົາປະພຶດຕົນດ້ວຍຄວາມອວດອົ່ງທະນົງໂຕ ໃຫ້ຫຼຸດຄວາມຄວາມ ໂກຖະມານະ ລົງ.

ໃນເລື່ອງຍັງມີບາງຕອນທີ່ໄດ້ສະແດງເຖິງຄວາມເກັ່ນກ້າຂອງ ທ້າວ ຊົມພູປັຕິ ທີ່ໄດ້ຍິງທະນູ ເພື່ອເລັ່ງຊອກຫາຜູ້ມີລິດເດດ, ເກັ່ງກ້າກວ່າໂຕເອງ, ແຕ່ພໍໄປພົບພຣະພຸດທະເຈົ້າໄດ້ຈຳແລງລິດ ພ້ອມທັງສະແດງທຳໃຫ້ ທ້າວ ຊົມພູປັຕິ ຮັບຮູ້ເຖິງ ບາບ, ບຸນ, ຄຸນ, ໂທດ ສຸດທ້ານຍ ລາວກໍໄດ້ຂໍເຂົ້າບວດ ເປັນລູກສິດຂອງ ພຣະພຸດທະເຈົ້າ.

ໃນປິ ຄສ 1928 ສົມເດັດພະເຈົ້າ ສີສະຫວ່າງວົງ ໄດ້ໃຫ້ທຶນປະຕິສັງຂອນ ອາຣາມ, ສ່ວນພະມະເຫສີຂວາ ຄຳຝັ້ນ ໄດ້ໃຫ້ທຶນສ້ອມແປງທາດກອຍວັດ (ທາດຫຼັງວັດ).

ໃນປີ ຄສ 1942 ກະຊວງທຳມະການ ຫໍສະໜາມຫຼວງ ໄດ້ນິມົນພະສົງ ແລະ ສຳມະເນນຢູ່ວັດນີ້ ໃຫ້ຍ້າຍໜີໄປຢູ່ວັດອື່ນ ແລ້ວມ້າງກຸດຕິພື້ນປູໄມ້ແປ້ນ, ຝາແປ້ນ, ມຸງດິນຂໍ, ເສົາຕັ້ງແຄ່ງ (ເສົາຢອງຫິນ) ປິ່ນໜ້າໄປທາງ ພະລາດຊະວັງ ເກົ່າ ແລະ ຫໍສັນ ພື້ນປູໄມຟາກ, ຝາໄມ້ເຮ້ຍ, ມຸງຝ້າໄມ້ປ່ອງອອກ ຍ້ອນວ່າ ອາຄານທັງ 2 ຫຼັງນີ້ ຕັ້ງຢູ່ໜ້າວັດ ເພາະເຫັນວ່າເປັນອຸລາມົກ (ບໍ່ຈົບບໍ່ງາມ) ຕໍ່ໜ້າ ພະລາດຊະວັງເກົ່າ. ຫຼັງຈາກນັ້ນ, ໄດ້ນຳໃຊ້ວັດປ່າຮສກເປັນຫໍສະໝຸດ ພຸດທະສາສະໜາ ແລະ ຫ້ອງການຂອງນັກປາດບັນດິດ.

ໃນປີ ຄສ 1995 ເມືອງ ຫຼວງພະບາງ ໄດ້ບັນທຶກເຂົ້າເປັນເມືອງມໍລະດົກໂລກ ຂອງອົງການອຸຍແນັດໂກ, ອາຣາມວັດປ່າຮວກ ກໍໄດ້ຈົດເຂົ້າບັນຊີ ອາຫານສາສະໜາ ທີ່ໂດດເດັ່ນ ໝາຍເລກ 511 ແລະ ໃນປີດຽວກັນ ກໍໄດ້ຮັບທຶນຊ່ວຍເຫຼືອຈາກ ຣາດຊະອານາຈັກໄທ ເພື່ອບູລະນະ ວັດປ່າຮວກ ເປັນຕົ້ນແມ່ນ ປູດິນເດີ່ນໜ້າວັດດ້ວຍດິນຈີ່ ແລະ ອານຸລັກຮູບແຕ້ມ ຝາຜະໜັງດ້ານໃນຂອງວັດ.

ໃນປີ ຄສ 2016 ໄດ້ຮັບການສະໜັບສະໜຸນທຶນຈາກອົງການ ຝຣັ່ງເສດ ເພື່ອການພັດທະນາ (AFD) ເພື່ອປະຕິສັງຂອນ ວັດປ່າຮວກ ອີກຄັ້ງໜຶ່ງເຊັ່ນ ໄດ້ສ້ອມແປງຫຼັງຄາ, ດອກດວງ, ລວດລາຍສີໜ້າທັງສອງດ້ານ ພ້ອມດ້ວຍກໍ່ສ້າງຮ່ອງລະບາຍນ້ຳ ແລະ ຕ້ານເຈື່ອນທາງດ້ານຫຼັງວັດ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.