Sunday, March 23, 2025

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 5 ມີນາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ສາທາລະນະສຸກເມືອງໃໝ່ ສັກວັກຊິນໃຫ້ເດັກບັນລຸຢ່າງໜ້ອຍ 90%

อาจเป็นรูปภาพของ 6 คน, เด็ก และ ผู้คนกำลังยืน

ຫ້ອງການສາທາລະນະສຸກເມືອງໃໝ່ໄດ້ເປີດພິທີວັນສັກວັກຊິນແຫ່ງຊາດໃຫ້ວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່່ກຸ່ມເປົ້າໝາຍເດັກອາຍຸແຕ່ 6 ປີ ຫາ 11 ປີ ຢູ່ທີ່ໂຮງຮຽນປະຖົມສົມບູນນໍ້າງາເມືອງໃໝ່ ແຂວງ ຜົ້ງສາລີ ໂດຍພາຍໃຕ້ການເຂົ້າຮວ່ມຂອງທ່ານ ດຣ ສົມພອນ ກົມມາລາ ຫົວໜ້າຫ້ອງການສາທາລະນະສຸກເມືອງໃໝ່

ທ່ານ ດຣ ສົມພອນ ກົມມາລາ ໄດ້ກ່າວຈຸດປະສົງ ແລະ ກ່າວເປີດພິທີຢ່າງເປັນທາງການຫຼັງຈາກນັ້ນພະນັກງານວິຊາການແພດໝໍກໍ່ໄດ້ລົງມືສັກຢາຕາມແຜນການຢ່າງເປັນຂະບວນຟົດຟື້ນໃນນີ້ໄດ້ສັກຢາວັກຊິນກັນພະຍາດໂຄວິດ-19 ( ຊີໂນຟາມເຂັມທີ່1) ໃຫ້ນັກຮຽນປະຖົມແຕ່ຫ້ອງປໍ5 ຫາ ປໍ1 ແລະ ເດັກນ້ອຍອານຸບານຜູ້ທີ່ມີອາຍຸ 6 ປີ ຂຶ້ນໄປຕາມລຳດັບ.ຈຸປະສົງການລົງສັກຢາວັກຊິນໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ກຸ່ມເປົ້າໝາຍໄດ້ຮັບການບໍລິການວັກຊິນປ້ອງກັນພະຍາດໂຄວິດ-19 ເພື່ອສຸຂະພາບແມ່ ແລະ ເດັກ ໃຫ້ບັນລຸຢ່າງໜ້ອຍ 90% ຂຶ້ນໄປຕາມຄາດໝາຍທີ່ວາງໄດ້…ອ່ານຕໍ່

ຮອງເຈົ້າແຂວງ ລົງຕິດຕາມໂຄງການກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອ

อาจเป็นรูปภาพของ 7 คน, ถนน และ ข้อความ

ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອ ແລະ ໂຄງການກໍ່ສ້າງຄອງລະບາຍນ້ຳຝົນ ອອກຈາກຕົວເມືອງປາກຊັນ ໂດຍມີທ່ານ ທອງລິດ ຟອງສີນວນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຮ່ວມພາທາງ.

ໂດຍລວມແລ້ວວຽກກໍ່ສ້າງພາຍໃນເດືອນ ກຸມພາ ແມ່ນມີຄວາມຄືບໜ້າປະມານ 8,74% ເມື່ອອີງໃສ່ ແຜນລວມແລ້ວ ແມ່ນມີຄວາມຄືບໜ້າປະມານ 41,59% ໃນເວລາກໍ່ສ້າງ 13 ເດືອນຈາກ 24 ເດືອນ ແລະ ແຜນວຽກໃນເດືອນ ມີນາ ຈະໃຫ້ໄດ້ 71,19% ແລະ ສຳລັບຄອງລະບາຍນໍ້າຝົນຢູ່ເຂດດັ່ງກ່າວ ແມ່ນມີຄວາມຄືບໜ້າ ປະມານ 2,17% ອີງໃສ່ແຜນລວມແລ້ວ ແມ່ນມີຄວາມຄືບໜ້າປະມານ 3,41% ລື່ນແຜນ 0,16% ໃນເວລາກໍ່ສ້າງ 03 ເດືອນ ຈາກ 24 ເດືອນ ແລະ ສາເຫດທີ່ບາງໜ້າວຽກບໍ່ເປັນໄປຕາມແຜນທີ່ວາງໄວ້ ຍ້ອນສະພາບການກໍ່ສ້າງໃນຕົ້ນເດືອນກຸມພາ ແມ່ນມີຝົນຕົກຕິດຕໍ່ກັນ…ອ່ານຕໍ່

ທາງຊອຍບ້ານສີບຸນເຮືອງ ເມືອງພີນ ມອບ-ຮັບຢ່າງເປັນທາງການແລ້ວ

อาจเป็นรูปภาพของ 10 คน, ผู้คนกำลังยืน, ต้นไม้, ถนน และ พื้นหญ้า

ທ່ານບຸນກອງ ວົງນາດີ ນາຍບ້ານ ບ້ານສີບຸນເຮືອງໄດ້ລາຍງານໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວເລີ່ມສ້າງແຕ່ວັນທີ 18 ມັງກອນ 2022 ແລະ ສໍາເລັດໃນວັນທີ 27 ມັງກອນ 2022 ມີຄວາມຍາວ 900 ແມັດ, ກວ້າງ 5 ແມັດ, ແຕ່ແຍກທາງເລກ9 ກິໂລແມັດທີ 148+650 ຫາ ແຍກທາງ 1F, ລວມມູນຄ່າກໍ່ສ້າງ 169.084.500ກີບ,

ເຊິ່ງໃນນັ້ນເປັນທຶນສົມທົບລະຫວ່າງທຶນຂອງປະຊາຊົນບ້ານສີບຸນເຮືອງ ປະກອບສ່ວນ 55.553.000 ກີບ ແລະ ທຶນຂອງບໍລິສັດໄອອາກໍ່ສ້າງຊົນລະປະທານຫ້ວຍສະຄວງ ປະກອບສ່ວນ 113.531.500 ກີບ…ອ່ານຕໍ່

ເມືອງຊານໄຊ ປະກາດ 12 ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍ

ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີປະກາດ 12 ບ້ານເປັນບ້ານຢຸດຕິການຖ່າຍຊະຊາຍ ຂື້ນທີ່ຫໍປະຊຸມໃຫຍ່ຂອງເມືອງ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລາ ພັນມີໄຊ ຮອງເຈົ້າເມືອງຊານໄຊ,ມີຕ່າງຄະນະພະແນກສາທາລະນະສຸກແຂວງ,ສາທາລະນະສຸກ 4 ຕົວເມືອງ,ເລຂາພັກ-ນາຍບ້ານ 12 ບ້ານ ພ້ອມດ້ວຍແຂກຖືກະເຊີນເຂົ້າຮ່ວມ.

ໃນພິທີບັນດາຜູ້ແທນທີ່ເຂົ້າຮ່ວມ ໄດ້ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດ ຊຸມຊົນເປັນເຈົ້າການດ້ານສຸຂະນາໄມ. ເຊິ່ງ 12 ບ້ານ ທີ່ໄດ້ຮັບນາມມະຍົດເປັນບ້ານຢຸດຕິການຖ່າຍຊະຊາຍຂອງ ເມືອງຊານໄຊ ຄັ້ງນີ້ ມີ: ບ້ານ ວັງໄຊ, ບ້ານ ສົມບູນ, ບ້ານ ດາກຮຽດ, ບ້ານ ພູໄຊ, ບ້ານ ມີໄຊ, ບ້ານ ດາກກຽດ, ບ້ານ ຕາດແສງ, ບ້ານ ມູນບ້ານ, ບ້ານ ດາກປອກເກົ່າ, ບ້ານ ດາກລຽມ, ບ້ານ ກອງນາ ແລະ ບ້ານ ນ້ຳງອນໄຕ້…ອ່ານຕໍ່

ໂຄງການ ກາວາ (CAWA) ມອບແນວພັນພືດ-ຜັກໃຫ້ 14 ບ້ານເປົ້າໝາຍຂອງເມືອງຈຳພອນ

ທາງຄະນະຫ້ອງການກະສິກຳ-ປ່າໄມ້ເມືອງ ຈໍາພອນ ພ້ອມດ້ວຍທິມງານໂຄງການ ກາວາ (CAWA) ໄດ້ລົງຢ້ຽມຢາມຕິດຕາມກວດກາ ຄອບຄົວເປົ້າໝາຍ ກຸ່ມການປູກພືດ-ຜັກ ຢູ່ໃນບ້ານໂນນວິໄລວັນ ເມືອງຈຳພອນ ແຂວງສະຫວັນນະເຂດ ທີ່ໂຄງການໃຫ້ການສະໜັບສະໜູນ ແນວພັນພືດຜັກ

ໂອກາດດຽວກັນ ທາງທິມງານປະສານງານໂຄງການຂັ້ນເມືອງໄດ້ມອບແນວພັນພືດ-ຜັກໃຫ້ 14 ບ້ານເປົ້າໝາຍ ຕື່ມອີກຄື: ບ້ານເຫຼົ່າໜາດ,ບ້ານ ຕານສຸມ,ບ້ານ ກະດານ,ບ້ານ ແກ້ງກອກດົງ,ບ້ານ ຫົວເມືອງ,ບ້ານ ໂນນວິໄວວັນ,ບ້ານ ຕາແຫຼວ,ບ້ານ ດອນແດງ, ບ້ານ ວັງເມົາ, ບ້ານ ລຳເທນ,ບ້ານລຳບອງ,ບ້ານ ເພຍກ່າ,ບ້ານ ແກ້ງປູນ, ບ້ານ ໂນນສີທັນ ເຊິ່ງມີແນວພັນ ຜັກຫອມປ້ອມ,ຜັກບົ່ວ,ຜັກບົ້ງ,ຜັກກາດ,ຜັກສະຫຼັດ,ໝາກແຕງ,ໝາກຖົ່ວ,ຖົ່ວດິນ,ໝາກໂມ,ສາລີຫວານ,ໝາກເຜັດ,ໝາກເຂືອ,ໝາກເລັ່ນແລະຜັກອື່ນໆ…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່