ຂໍຂອບໃຈນຳຜູ້ສະໜັບສະໜູນ

ປະຈຳວັນທິ 5 ມີນາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ເມືອງລະຄອນເພັງ ເພີ່ມທະວີຄວາມເຂັ້ມງວດປ່າສະຫງວນແຫ່ງຊາດ ຫ້າມລ່າສັດ.

ອໍານາດການປົກຄອງ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ອອກຄໍາສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ການຄຸ້ມຄອງ, ປົກປັກຮັກສາປ່າສະຫງວນແຫ່ງຊາດ ໃນຂອບເຂດເມືອງລະຄອນເພັງ ເຖິງພໍ່ແມ່ປະຊາຊົນທົ່ວເມືອງລະຄອນເພັງ ໂດຍສະເພາະບ້ານທີ່ຕິດແປະປ່າສະຫງວນແຫ່ງຊາດ ພູຊຽງທອງ ແລະ ປ່າສະຫງວນແຫ່ງຊາດ ເຊບັ້ງນວນ

ຫ້າມອົງການຈັດຕັ້ງຂັ້ນຕ່າງໆ, ພໍ່ແມ່ປະຊາຊົນ ແລະ ນິຕິບຸກຄົນເຂົ້າໄປລ່າສັດນໍ້າ-ສັດປ່າ, ຈູດປ່າຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງ ແລະ ນໍາເອົາສິ່ງຂອງທີ່ມີຄຸນຄ່າທາງຮ່ອງຮອຍດ້ານປະຫັວດສາດ ອອກຈາກປ່າ ສະຫງວນແຫ່ງຊາດ ຢ່າງເດັດຂາດ ແລະ ຫ້າມອົງການຈັດຕັ້ງຂັ້ນຕ່າງໆພະນັກງານ-ລັດຖະກອນ, ເຈົ້າໜ້າທີ່, ພໍ່ແມ່ປະຊາຊົນ ແລະ ນິຕິບຸກຄົນ ເຂົ້າໄປ ຈັບຈອງ, ບຸກລຸກຖາກຖາງປ່າໄມ້ ເພື່ອທຳການຜະລິດ ຫຼື ເຂົ້າໄປຕັ້ງຖີ່ນຖານທີ່ຖາວອນ…ອ່ານຕໍ່

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຫຼົ້າລາວດີ ຈະຈັດສົ່ງໄປຈຳໜ່າຍຢູ່ຈີນ.

ເຫຼົ້າຂາວ ທີ່ມີຊື່ວ່າເຫຼົ້າລາວດີ ຊຶ່ງແມ່ນບໍລິສັດອຸດສາຫະກຳ ກະເສດອິນຊີ ຈຳກັດຜູ້ດຽວເປັນຜູ້ຜະລິດໄດ້ມີການສົ່ງໄປຈໍາໜ່າຍຢູ່ ສປ ຈີນແລ້ວໂດຍແມ່ນບໍລິສັດປັກກິ່ງສີຊຽງ ຢູ້ຍຫຼົງ ການຄ້າຈຳກັດໄດ້ມີການເຊັນສັນຍາກັບບໍລິສັດອຸດສາຫະກຳ ກະເສດອິນຊີ ຈຳກັດຜູ້ດຽວ

ໂດຍໃນຕົ້ນປີ 2022 ຈະສົ່ງອອກໃຫ້ໄດ້ປະມານ 10.000 ກວ່າແກ້ວ ເຊິ່ງກຳລັງການຜະລິດຢູ່ໂຮງງານຂອງພວກເຮົາໃນປັດຈຸບັນແມ່ນ ຜະລິດໄດ້ປະມານ 30.000-40.000 ລິດຕໍ່ປີ…ອ່ານຕໍ່

ລັດຖະບານອະນຸຍາດອອກວີຊາ ໃຫ້ກຸ່ມເປົ້າໝາຍທີ່ໄດ້ລົງທະບຽນ QR-Code ໂດຍບໍ່ຜ່ານຄະນະສະເພາະກິດ

ລັດຖະບານລາວ ໄດ້ອະນຸຍາດໃຫ້ກະຊວງການຕ່າງປະເທດ ອອກວີຊາເຂົ້າ-ອອກປະເທດລາວໃຫ້ບັນດາກຸ່ມເປົ້າໝາຍທີ່ໄດ້ລົງທະບຽນ QR-Code (Vaccine ID) ໃນເວັບໄຊ laogreenpass.gov.la ໂດຍບໍ່ຜ່ານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19

ໂດຍກຸ່ມເປົ້າໝາຍດັ່ງກ່າວນັ້ນປະກອບມີນັກການທູດ ແລະ ພະນັກງານສະຖານທູດຕ່າງປະເທດ, ພະນັກງານຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ນອນໃນເຄືອຂ່າຍ ຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ ໄດ້ຮັບເອກະສິດ…ອ່ານຕໍ່

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້