Friday, March 21, 2025

ແອັບເຢສພລີດຮູບໂສມໃໝ່ເປີດໂຕຢ່າງເປັນທາງການແລ້ວ

ງານເປີດໂຕ ແອັບເຢສພລີດ ແລະ ງານສະເຫຼີມສະຫຼອງ ຄົບຮອບ 1 ປີ ໃນວັນທີ 3 ມີນາ  2022 ໃຫ້ກຽດຂື້ນເປີດງານຄັ້ງນີ້ໂດຍ ທ່ານ ທັດນະຄອນ ທຳມະວົງ ປະທານ ແລະ ຜູ້ກໍ່ຕັ້ງ ບໍລິສັດ ທີເຄ ກຣຸບຈຳກັດ, ພ້ອມດ້ວຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອູດສາຫະກຳແຫ່ງຊາດລາວ ແລະ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າ ກົມຄຸ້ມຄອງ ຊຳລະສະສາງ ທະນາຄານແຫ່ງ ສ ປ ປ ລາວ, ຄະນະບໍລິຫານໃນສະພາອຸດສາຫະກຳການຄ້າ, ຄະນະສາຂາ ແລະ ບັນດາສະມາຄົມນັກທຸລະກິດຮ້ານຄ້າ ໃນລາວ ພ້ອມດ້ວຍ ບັນດາສື່ມວນຊົນທຸກຂະແໜງການ.

ພິທີອັນມີຄວາມຫມາຍ ຄວາມສຳຄັນໃນຄັ້ງນີ້ ປຽບເໝືອນບາດກ້າວແຫ່ງການເປີດໂຕໃນຮູບໂສມໃໝ່ຂອງແອັປພິເຄຊັນເຢສພລີດ  ເພື່ອກ້າວສູ່ສິ່ງໃໝ່ໆແລະ ການຊື້-ຂາຍທີ່ງ່າຍ ແລະ ໄດ້ສະດວກສະບາຍຍີ່ງຂື້ນ ,ພ້ອມກັບ ເປັນການສ້າງຄວາມທັນສະໄໝ ດ້ານເຕັກໂນໂລຊີຍຸກໃໝ່ ເຂົ້າໃນການຊື້ເຄື່ອງໃນຍຸກປັດຈຸບັນທີ່ພົບຄວາມຫຍຸ້ງຍາກ ບໍ່ວ່າຈະເປັນ ໄລຍະທາງໃນການຊອກສິນຄ້າ, ຄ່າໃຊ້ຈ່າຍໃນການຊື້-ຂາຍ ແລະ ການສົມທຽບລາຄາສຳລັບລູກຄ້າ ເຫັນວ່າ , ແອັປເຢສພລີດຮູບໂສມໃໝ່ ປຽບສະເໝືອນຂົວເຊື່ອມຕໍ່ທີ່ທັນສະໄຫມ ເຮັດໃຫ້ຜູ້ຊື້ແລະຜູ້ຂາຍມາພົບກັນ, ຈະຊ່ວຍເຮັດໃຫ້ການດໍາລົງຊີວິດປະຈໍາວັນ ຂອງລູກຄ້າ ສາມາດດໍາເນີນ ການຊື້-ຂາຍໄດ້ສະດວກແລະງ່າຍຂື້ນ ເຊັ່ນ: ການຊື້ສີນຄ້າທີ່ມີຄຸນນະພາບ, ມີສິນຄ້າທຸກປະເພດຫຼາກຫຼາຍລາຍການ, ການຊຳລະສະສາງທີ່ປອດໄພ ແລະ ການຈັດສົ່ງສີນຄ້າທີ່ວ່ອງໄວ ແລະ ສ່ວນຫຼຸດສີນຄ້າທີ່ຫຼາກຫຼາຍ ພ້ອມໂປຮໂມຊັ່ນແລະ ລຸ້ນຮັບລາງວັນໃນທຸກໆມື້ , ບໍ່ວ່າທ່ານຈະຢູ່ສະຖານທີ່ໃດ ພຽງແຕ່ມີແອັປເຢສພລິດ ທ່ານກໍສາມາດເຂົ້າເຖິງການບໍລິການການຊື້-ຂາຍຕ່າງໆ ຜ່ານ ແອປ ເຢສພລີດໄດ້.

ສິ່່່ງທີ່ສຳຄັນທີ່ສຸດແອັບເຢສພລີດ  ເປັນແອັບທີ່ສາມາດສ້າງລາຍໄດ້ ໃຫ້ແກ່ຄົນລາວທົ່ວປະເທດ ພ້ອມທັງພວກເຮົາ ມຸ້ງໝັ້ນທີ່ຈະເປັນສູນກາງການຊື້ – ຂາຍອອນລາຍທີ່ດີທີ່ສຸດສຳລັບຄົນລາວ ແລະ ມຸ້ງໝັ້ນທີ່ຈະນຳເອົາຜູ້ປະກອບການລາວ ແລະ ສິນຄ້າລາວອອກສູ່ທົ່ວໂລກ.

#Yespls #ມີທຸກສີ່ງທີ່ທ່ານຕ້ອງການ #Everything​YouNeed

ຂໍ້ມູນຈາກ: YesPls-ເຢສພລີດ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່