ສິ່ງຂອງທີ່ບໍ່ຄວນມີ ໃນຫ້ອງເຊົ່າລາຍເດືອນ.

ການທີ່ຄົນຕ່າງແຂວງເຂົ້າມາອາໄສຢູ່ໃນເມືອງໃຫຍ່ ກໍມັກຕາມມາດ້ວຍພາລໃນະການໃຊ້ຈ່າຍ ອີກທັງຂະໜາດຫ້ອງເຊົ່າກໍໍ່ອາດຈະບໍ່ໃຫຍ່ປານໃດ, ເຊິ່ງການຈະເລືອກເອົາຂອງແບບໃດເຂົ້າມາຢູ່ໃນຫ້ອງກັບເຮົາ ກໍໍ່ຕ້ອງໄດ້ຄິດໃຫ້ດີໆກ່ອນ ແລະ ຄິດແລ້ວຄິດອີກ. ເຊື່ອວ່າຫຼາຍໆ ຄົນຄົງເປັນເຊັ່ນດຽວກັນ ຍິ່ງຢູ່ດົນໄປເຄື່ອງຂອງຍິ່ງຫຼາຍຂຶ້ນກວ່າເກົ່າ ກວ່າຈະຮູ້ອີກເທື່ອໜຶ່ງກໍຕອນຍ້າຍຫ້ອງ. ດັ່ງນັ້ນ, ຄົງຈະດີກວ່າ ຖ້າເຮົາຕັ້ງກົດງ່າຍໆ ສ່ວນຕົວໄວ້ວ່າ ເຄື່ອງຂອງສິ່ງໃດທີ່ບໍ່ຄວນຈະຢູ່ໃນຫ້ອງດຽວກັບເຮົາ ຈົນກວ່າເຮົາຈະມີເຮືອນເປັນຂອງຕົນເອງ ຫຼື ຈົນກວ່າເກັບເງິນໄດ້ ແລະຍ້າຍໄປຢູ່ບ້ານເກີດຂອງຕົນ. 

  1. ໂຖດອກໄມ້ປະດັບຫ້ອງ:  

ສຳລັບຄົນທີ່ມັກໄຫ້ວພະເປັນປະຈຳ ອາດຈະງົດເວັັ້ນ ເຮັດພຽງການຈູດທູບເທົ່ານັ້ນ, ສ່ວນທີ່ເຫຼືອລວມເຖິງໂຖດອກໄມ້ນ້ອຍໆກໍໍ່ ຍັງຢູ່ໃນຫ້ອງໄດ້ພໍໄຫວ, ແຕ່ສຳລັບໂຖດອກໄມ້ຂະໜາດໃຫຍ່ທີ່ໃຜກໍຢາກຈະມີໄວ້ໃສ່ດອກກຸຫຼາບກ້ານຍາວໆ ຫຼື ໃສ່ດອກໄມ້ຊະນິດອື່ນ ເຖິງວ່າຈະຊ່ວຍໃຫ້ທ່ານໄດ້ຊື່ນຊົມຄວາມງາມຂອງດອກໄມ້ໃນໂຖ ແຕ່ກໍເປັນໄລຍະເວລາສັ້ນໆ ເທົ່ານັ້ນ! ຫຼັງຈາກນັ້ນ ຄືພາລະລ້ວນໆ ບໍ່ວ່າຈະເປັນບັນຫາຝຸ່ນຈາກຊໍດອກໄມ້ໃຫຍ່ທີ່ແຫ້ງຫ່ຽວ, ອຸບັດຕິເຫດ ທີ່ອາດເກີດຈາກໂຖດອກໄມ້ລົ້ມ ຫຼື ຖ້າເລືອກໃຊ້ກໍໍຍັງເປືອງເນື້ອທີ່ຈັດເກັບອີກ. 

  1. ຊັ້ນວາງປຶ້ມ:  

ສຳລັບຄົນທີ່ມັກອ່ານືປຶ້ມ ຫຼື ມີປຶ້ມຫຼາຍ ແລະ ອ່ານເປັນປະຈຳ ການມີຊັ້ນວາງປຶ້ມນ້ອຍໆ ສຳລັບປຶ້ມບໍ່ເກີນ 10 ເຫຼັ້ມກໍໍ່ໜ້າຈະພຽງພໍ ຖ້າຫາກມີຫຼາຍກວ່ານັ້ນ ໃຫ້ເອົາໃສ່ກ່ອງຢາງທີ່ປິດແໜ້ນກັນນໍ້າກັນປວກໄດ້ຈະດີກວ່າ, ເືນື່ອງຈາກປຶ້ມທຸກເຫຼັ້ມຈະເປັນຕົວເກັບຝຸ່ນໃນຫ້ອງໄດ້ດີແລ້ວ ແຕ່ຍັງເປັນບ່ອນຫຼົບລີ້ຊັ້ນດີ ສຳລັບແມງໄມ້ໂຕນ້ອຍໆ ທຸກຊະນິດອີກດ້ວຍ. 

  1. ອຸປະກອນຄົວ:  

ບັນດາອຸປະກອນເຄື່ອງໃຊ້ໜ້າຕາແປກໆ ໃນທ້ອງຕະຫຼາດໂດຍສະເພາະຈາກຮ້ານຄ້າ 5.000-10.000 ນັ້ນ ແມ່ນດຶງດູດຄົນທີ່ບໍ່ຄ່ອຍມີເວລາຫຼາຍ ເພາະອັນນັ້ນກໍໃຊ້ງ່າຍ ອັນນີ້ກໍໄດ້ຜົນໄວ ເຊັ່ນ: ເຄື່ອງບີບນ້ຳໝາກນາວ, ເຄື່ອງຊອຍຜັກສາລະພັດປະໂຫຍດ, ເຄື່ອງບົດຊີ້ນ ໄປຈົນຮອດເຄື່ອງໃຊ້ໄຟຟ້າຂະໜາດນ້ອຍ ເຊັ່ນ: ຈອກຊົງກາເຟແບບມີປຸ່ມກົດຄົນໃຫ້ອັດຕະໂນມັດ ຫຼື ເຄື່ອງອຸ່ນຈອກເຊຣາມິກ ທີ່ເຮັດໃຫ້ເຄື່ອງດື່ມຂອງທ່ານອຸ່ນໆຕະຫຼອດເວລາ. ທັງໝົດທີ່ເວົ້າມານີ້ສາມາດເຮັດໄດ້ ຖ້າບໍ່ເກີນຄວາມຄ້ານຂອງເຮົາແທ້ໆ ຫຼື ຖ້າເຮັດປະຈຳຕະຫຼອດ, ຖ້າຊື້ມາເກັບໄວ້ຫຼາຍກໍເປືອງພື້ນທີ່ຈັດເກັບຂອງເຮົາໄປຢ່າງບໍ່ຈຳເປັນເລີຍ. 

  1. ເຄື່ອງແຈກຂອງແຖມ:  

ອັນນີ້ຄືເປັນຂອງດີທີ່ຂາດບໍ່ໄດ້ ມີສິ່ງໃດທີ່ໄດ້ມາຟຣີເປັນຕ້ອງເກັບໄວ້ໝົດ ແຕ່ອັນທີ່ແທ້ຈິງແລ້ວຖ້າເຮົາລອງມາຄິດເບິ່ງອີກເທື່ອ ຫາກບໍ່ແມ່ນຂອງທີ່ລະນຶກ ຫຼື ຂອງຝາກຈາກຄົນທີ່ເຮົາຮັກ ແລະ ເຄົາລົບແລ້ວ ກໍບໍ່ຄວນສະສົມໄວ້ໃຫ້ເຕັມຫ້ອງ ອາດໃຊ້ໂອກາດໃນຊ່ວງປີໃໝ່ເອົາຂອງທີ່ລະນຶກນີ້ໄປແຈກໃຫ້ຄົນພາຍໃນເຮືອນ ຫຼື ຫາກຢາກເກັບໄວ້ແທ້ໆ ກໍລວມໃສ່ຖົງຢາງຈັດໃສ່ກ່ອງແລ້ວສົ່ງໄປເກັບມ້ຽນທີ່ເຮືອນເຮົາເລີຍຈະດີກວ່າ ເພາະບໍ່ພຽງໄດ້ເພີ່ມພື້ນທີ່ໃນຫ້ອງຂອງເຮົາເທົ່ານັ້ນແຕ່ຍັງຫຼຸດບັນຫາຝຸ່ນໃນຫ້ອງ ແລະ ຍັງຊ່ວຍໃຫ້ການເຮັດຄວາມສະອາດຫ້ອງໄດ້ງ່າຍ. 

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...