ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ – ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນໃນພື້ນທີ່.

ໂດຍອຸປະກອນທີ່ມອບປະກອບດ້ວຍ 3 ລາຍການ ໄດ້ແກ່: ເຄື່ອງວັດອັດຕາການເຕັ້ນຫົວໃຈຂອງເດັກນ້ອຍໃນທ້ອງ, ຊຸດເຄື່ອງມືສຳລັບການຜ່າຕັດຕ່ອມທອນຊິລ ແລະ ເຄື່ອງກວດວິເຄາະທາງພູມຄຸ້ມກັນວິທະຍາ.

ໃນໂອກາດນີ້ ທ່ານ ກິດພົດ ສະຣະສົມຊັບ, ຮອງກໍາມະການຜູ້ຈັດການ ຝ່າຍກໍ່ສ້າງ ບໍລິສັດ ຫຼວງພະບາງ ພາວເວີ ຈຳກັດ ເປັນຜູ້ຕາງໜ້າ ບໍລິສັດໃນການສົ່ງມອບໃຫ້ແກ່ ທ່ານ ພູວະນາ ອະນຸລັກຄຳ, ຜູ້ອໍານວຍການ ໂຮງໝໍແຂວງຫຼວງພະບາງ.

ການສະໜັບສະໜູນຄັ້ງນີ້, ເປັນສ່ວນໜຶ່ງຂອງການດຳເນີນງານຂອງ LPCL ໃນການສົ່ງເສີມຄຸນນະພາບຊີວິດຂອງຊຸມຊົນໃນພື້ນທີ່ ໂດຍມຸ່ງເສີມຄວາມພ້ອມຂອງໂຮງໝໍໃນການໃຫ້ບໍລິການ, ກວດວິນິດໄສ ແລະ ປິ່ນປົວຜູ້ປ່ວຍໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ, ຕະຫຼອດຈົນຮອດການຊ່ວຍຂະຫຍາຍໂອກາດໃຫ້ປະຊາຊົນສາມາດເຂົ້າເຖິງບໍລິການທາງການແພດທີ່ມີຄຸນນະພາບໄດ້ຢ່າງທົ່ວເຖິງຫຼາຍຂຶ້ນ ສອດຄ່ອງກັບເປົ້າໝາຍການພັດທະນາທີ່ຍືນຍົງທີ 3 (SDG 3) ດ້ານການມີສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...