Friday, April 18, 2025

ຕາດນ້ຳແຈ, ເມືອງແບງ, ແຂວງ ອຸດົມໄຊ,

ນ້ຳຕົກຕາດນ້ຳແຈ ເຊິ່ງຕັ້ງຢູ່ ບ້ານ ທ່າມື່ນ, ເມືອງແບງ, ແຂວງ ອຸດົມໄຊ ຕັ້ງຢູ່ທາງທິດຕາເວັນອອກຂອງ ບ້ານ ທ່າມື່ນ ເປັນນ້ຳຕົກຕາດ ທີ່ມີຄວາມສວຍງາມ ບໍ່ແພ້ນ້ຳຕົກແຫ່ງອື່ນໆ ພາຍໃນແຂວງ, ແຕ່ສະພາບເສັ້ນທາງການເຂົ້າເຖິງແມ່ນຍັງມີຄວາມຫຍຸ້ງຍາກຢູ່.

ເສັ້ນທາງເຂົ້າໄປຫາຕາດຍາວປະມານ 4 ກິໂລແມັດ, ເປັນເສັ້ນທາງທີ່ຍັງບໍ່ໄດ້ຍົກລະດັບ ຢາມຝົນແມ່ນລຳບາກໃນການເດີນທາງ. ສຳລັບທ່າແຮງດ້ານການທ່ອງທ່ຽວ ເຖິງວ່າ ນ້ຳຕົກຕາດ ແຫ່ງນີ້ ຈະເປັນຕາດຂະໜາດນ້ອຍ ແຕ່ກໍມີຄວາມສວຍງາມ ແລະ ມີປ່າໄມ້ໃຫຍ່ປົກຫຸ້ມຢູ່ບໍລິເວນຕາດ, ລັກສະນະຂອງຕາດ ປະກອບດ້ວຍສອງພັກ, ພັກທີໜຶ່ງສູງປະມານ 7 ແມັດ, ພັກທີສອງສູງປະມານ 8 ແມັດ, ໃນປີ 2007 ໄດ້ຮັບການຊ່ວຍເຫຼືອທະລຸເສັ້ນທາງ ຈາກ ບ້ານທ່າມື່ນ ເຂົ້າໄປຫານ້ຳຕົກຕາດແລ້ວປະມານ 3 ກິ ໂລແມັດ.

ສຳລັບປະຫວັດຂອງຕາດແຫ່ງນີ້ ຕາມການບອກເລົ່າຂອງເຖົ້າແກ່ວ່າ ຕາດນ້ຳແຈ ເປັນຕາດທ່ອນກາງຂອງເງືອກໃນປາງກ່ອນ, ສ່ວນທ່ອນຫົວ ຕົກຢູ່ຫົວນ້ຳຫາວໃກ້ຊາຍແດນ ເມືອງງາ ແລະ ທ່ອນຫາງຕົກຢູ່ ຫົວນ້ຳແມດ (ບ້ານນາແມດ) ຍ້ອນການຂ້າຟັນລັນແທງລະຫວ່າງມະນຸດ ກັບ ເງືອກ ສາເຫດແມ່ນຍາດຜູ້ສາວມາເປັນເມຍ ແລະ ສາເຫດທີ່ສອງ ທີ່ເອີ້ນກັນ ຕາດນ້ຳແຈ ຍ້ອນເປັນທ່ອນໂຮມຊຸມນຸມກິນແຈ (ໝ້ຽງ) ຂອງຄົນສະໄໝກ່ອນ

ແຫຼ່ງຂໍ້ມູນຈາກ: ຂະແໜງທ່ອງທ່ຽວ ແຂວງ ອຸດົມໄຊ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.