ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫຼາຍຄົນອາດຈະເຄີຍປະສົບບັນຫາ ມືໜຶ່ງຈັບປີກໄກ່ ມືໜຶ່ງຈັບເຂົ້າໜຽວ ຈົນເຮັດໃຫ້ຢິບຈັບຫຍັງກໍເປື້ອນມື ຊິບໍ່ດີກວ່າບໍທີ່ຈະຈັບປີກໄກ່ກິນກັບເຂົ້າໜຽວໃນຄຳດຽວ.ດັ່ງນັ້ນ, ເຮົາຈຶ່ງຢາກແນະນຳເມນູ “ຈືນປີກໄກ່ຍັດໄສ້ເຂົ້າໜຽວ” ແຊບແບບງ່າຍໆໃນຄຳດຽວ. ເຮົາມາເບິ່ງວິທີເຮັດກັນເລີຍ:

ສ່ວນຜະສົມ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  1. ປີກໄກ່                                8             ປີກ
  2. ເຂົ້າໜຽວ
  3. ນ້ຳປາ                                2             ບ່ວງແກງ
  4. ພີກໄທ                               1             ບ່ວງແກງ
  5. ແປ້ງທອດກອບ             1             ຖ້ວຍນ້ອຍ
  6. ນໍ້າແຈ່ວໄກ່
  7. ກະທຽມຈຽວສຳລັບໂຮຍໜ້າ

ວິທີເຮັດ:

 1: ໜຶ້ງເຂົ້າ.

  • ນຳເຂົ້າສານໜຽວຂາວ ລ້າງນ້ຳໃຫ້ສະອາດ ໂດຍໃຊ້ມືຖູເຂົ້າຄ່ອຍໆ ລ້າງຈົນນ້ຳຊາວເຂົ້າໃສຂຶ້ນແລ້ວມ່ານ້ຳປະໄວ້ປະມານ 3 ຊົ່ວໂມງ.
  • ເມື່ອຄົບເວລາແລ້ວ ນຳເຂົ້າທີ່ມ່ານ້ຳໄວ້ ໄປໜຶ້ງປະມານ 30 ນາທີຈົນສຸກດີ (ຄົບ 15 ນາທີແລ້ວພິກເຂົ້າຈາກຫວດ 1 ເທື່ອເພື່ອໃຫ້ເຂົ້າສຸກຢ່າງທົ່ວເຖິງ)
  • ສາມາດເພີ່ມສີ ແລະ ກິ່ນທີ່ເຮັດໃຫ້ໜ້າກິນໄດ້ດ້ວຍການປ່ຽນຈາກການແຊ່ນໍ້າປົກກະຕິເປັນການແຊ່ນ້ຳຂີ້ໝີ້ນ (ສີເຫຼືອງ) ຫຼື ນ້ຳໃບເຕີຍ (ສີຂຽວ)

2: ກຽມໄກ່.

  • ນຳປີກໄກ່ມາແກະເອົາກະດູກອອກແລ້ວ ແຊ່ໄວ້ດ້ວຍນ້ຳປາ ແລະ ພິກໄທ ຄັ້ນໃຫ້ເຂົ້າກັນແຊ່ໄວ້ປະມານ 30 ນາທີ.
  • ເມື່ອແຊ່ໄວ້ແລ້ວໆ ເອົາເຂົ້າໜຽວທີ່ໜຶ້ງໄວ້ມາຍັດເຂົ້າໄປໃນປີກໄກ່ທີ່ແກະກະດູກອອກແລ້ວ.

3: ຂັ້ນຕອນຈືນ.

  • ນຳປີກໄກ່ທີ່ຍັດໄສ້ເຂົ້າໜຽວແລ້ວ ລົງຈືນຈົນເຫຼືອງທອງແລ້ວນຳຂຶ້ນຈັດເສີບພ້ອມກັບນ້ຳແຈ່ວໄກ່.

ເມນູນີ້ຈັບສະດວກສະບາຍພ້ອມທັງຍັງໜ້າກິນແບບນີ້ພາດບໍ່ໄດ້ແລ້ວກັບເມນູ “ປີກໄກ່ຈືນຍັດໄສ້ເຂົ້າໜຽວ” ຢ່າລືມເອົາໄປລອງເຮັດກິນກັນໃນຊ່ວງມື້ພັກກັນເດີ ຖືວ່າເປັນເມນູທີ່ປະຍຸກແບບງ່າຍໆ ທີ່ນໍາເອົາເຂົ້າໜຽວ ອາຫານຫຼັກທີ່ມີຢູ່ໃນທຸກມື້ຂອງຄົນລາວທຸກພາກມາແປຮູບເປັນເມນູສຸດສ້າງສັນ.

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້