Saturday, April 19, 2025

ກະກຽມ ຈັດພິທີສົມໂພດ ແລະ ມອບ-ຮັບ ຫໍຫຼັກເມືອງ ແຂວງໄຊສົມບູນ


ຫຼັງຈາກທີ່ໃຊ້ເວລາ 6 ປີກວ່າ ໃນການກໍ່ສ້າງ ຫໍຫຼັກເມືອງ ແຂວງ ໄຊສົມບູນ ທາງຄະນະຮັບຜິດຊອບ ຈຶ່ງໄດ້ມີການຈັດກອງປະຊຸມ ເພື່ອກະກຽມຄວາມພ້ອມໃນການ ຈັດພິທີສົມໂພດ ແລະ ພິທີ ມອບ-ຮັບ ຫໍຫຼັກເມືອງ ໃນວັນທີ 20 ເມສາ 2022 ຢູ່ທີ່ຫ້ອງປະຊຸມ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ, ໂດຍການເປັນປະທານ ຂອງທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ.


ທ່ານ ກິ່ງເພັດ ເພັດມະຈັນ, ຮອງຫົວໜ້າ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ກ່າວວ່າ ໂຄງການກໍ່ສ້າງຫໍຫຼັກເມືອງ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 1 ມັງກອນ 2016 ເປັນຕົ້ນມາ ໂດຍແມ່ນ ບໍລິສັດ ພັດທະນາພູເບ້ຍ ກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າຕາມສັນຍາເບື້ອງຕົ້ນ ຈຳນວນ 25,598,000,000 ກີບ ແລະ ໄດ້ວ່າຈ້າງບໍລິສັດ ພິເອັມ ສຳຫຼວດ-ອອກແບບ ແລະ ທີ່ປຶກສາ ເປັນທີ່ປຶກສາ.

ມາຮອດ ປັດຈຸບັນ ໂຄງການດັ່ງກ່າວ ໄດ້ສຳເລັດໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 6 ປີ ກັບ 3 ເດືອນ ຊຶ່ງຜ່ານການກວດກາຄວາມຄືບໜ້າ ຂອງຄະນະກຳມະການ ຄັ້ງສຸດທ້າຍ ໃນວັນທີ 3 ກຸມພາ 2022 ຄະນະກຳມະການໄດ້ຢັ້ງຢືນວ່າ ໂຄງການດັ່ງກ່າວ ໄດ້ສຳເລັດ 99% ບັນດາວຽກທີ່ຍັງບໍ່ທັນສຳເລັດ ແມ່ນເຮັດບົດບັນທຶກກັບ ບໍລິສັດຮັບເໝົາ ເພື່ອປັບປຸງບາງໜ້າວຽກ ທີ່ຍັງບໍ່ທັນສຳເລັດ ຫຼັງຈາກນັ້ນມາ ບໍລິສັດ ຜູ້ຮັບເໝົາ ກໍໄດ້ຈັດຕັ້ງປະຕິບັດ ຈົນມາຮອດ ປັດຈຸບັນ ເຫັນວ່າໜ້າວຽກທີ່ຕ້ອງໄດ້ສືບຕໍ່ປັບປຸງນັ້ນ ໄດ້ຖືກຈັດຕັ້ງປະຕິບັດ ຈົນເກືອບ ສຳເລັດ 100%.

ຊຶ່ງກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ສຸມທຸກສະຕິປັນຍາ ເຂົ້າໃນການປະກອບຄຳຄິດ-ຄຳເຫັນ ດ້ວຍຄວາມຮັບຜິດສູງ ທັງນີ້ ກໍເພື່ອຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຈັດພິທີສົມໂພດ ກໍຄືການມອບ-ຮັບ ໃຫ້ມີຄວາມເປັນເອກະພາບ ທັງສາມາດນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດ ໃຫ້ທັນຕາມກຳນົດເວລາ ແລະ ປະກົດຜົນເປັນຈິງ ເພື່ອເຮັດໃຫ້ຫໍຫຼັກເມືອງ ແຫ່ງນີ້ ກາຍເປັນສະຖານທີ່ສັກກາລະບູຊາ ຂອງຊາວແຂວງ ໄຊສົມບູນ ແລະ ຕ່າງແຂວງ ໃນອະນາຄົດ ຊຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຈັດພິທີສົມໂພດ ຕາມຮີດຄອງປະເພນີ ຂອງຄົນລາວຊາວພຸດ ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວ ກາຍເປັນສູນລວມຈິດໃຈ, ເປັນສະຖານທີ່ສັກສິດ ແລະ ເປັນເອກະລັກອັນຊົງຄຸນຄ່າ ຂອງປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນ ຕາບນານຊົ່ວນານ.

ສ່ວນວັນ ແລະ ເວລາ ໃນການຈັດພິທີສົມໂພດ ແລະ ພິທີ ມອບ-ຮັບ ນັ້ນ ແມ່ນຈະໄດ້ແຈ້ງຕື່ມໃນພາຍຫຼັງ.

ຂ່າວ: ນາງ ແກ່ນຈັນ ທຳມະນີ

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.