ປະຈຳວັນທີ 23 ເມສາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:
ລາວ ຖືກສະເໜີໃຫ້ເປັນເຈົ້າພາບ ຈັດງານກິລາຊີເກມ ຄັ້ງທີ 35

ກອງປະຊຸມລະດັບຫົວໜ້າຄະນະກິລາຊີເກມ ຄັ້ງທີ 32 ໄດ້ສະເໜີ ໃຫ້ສປປ ລາວ ເປັນເຈົ້າພາບຈັດງານມະຫະກຳກິລາຊີເກມ ຄັ້ງທີ 35 ປີ 2029 ຖັດຈາກ ຣາຊະອານາຈັກໄທ ຈັດງານກິລາຊີເກມຄັ້ງທີ 33 ປີ 2025 ແລະ ປະເທດອິນໂດເນເຊຍ ເປັນເຈົ້າພາບ ຈັດງານກິລາຊີເກມ ຄັ້ງທີ 34 ໃນປີ 2027
ສປປ ລາວ ຍັງໄດ້ສະເໜີໃຫ້ບັນຈຸກິລາວູຊູ ແລະ ສປປ ລາວ ກໍຂໍຮັບເອົາຄຳສະເໜີ ໃຫ້ເປັນເຈົ້າພາບ ຈັດງານມະຫະກຳກິລາຊີເກມ ຄັ້ງທີ 35 ປີ 2029 ກັບໄປສະເໜີຕໍ່ລັດຖະບານ ແລະ ຈະໄດ້ຕອບໃນກອງປະຊຸມຄະນະມົນຕີຊີເກມໃນຄັ້ງຕໍ່ໄປ ຊຶ່ງຈະຈັດຂຶ້ນໃນກາງເດືອນມິຖຸນານີ້…ອ່ານຕໍ່
ກຽມສ້າງແຫຼ່ງທ່ອງທ່ຽວຄົບວົງຈອນ ບ້ານຈ່ານໃຕ້ ເມືອງຈອມເພັດ

ບໍລິສັດ ລາວກຣີນພາວເວີຄອບໂປເຣຊັນ ຈໍາກັດ ຈະລົງທຶນປະມານ 15 ລ້ານໂດລາສະຫະລັດ ແລະ ທຶນຈົດທະບຽນ 5 ລ້ານໂດລາສະຫະລັດ ເພື່ອພັດທະນາເນື້ອທີ່ດິນລັດຫຼາຍກ່ວາ 33 ເຮັກຕາ ຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫຼວງພະບາງ ເປັນສະຖານທີ່ບໍລິການດ້ານການທ່ອງທ່ຽວແບບທໍາມະຊາດ
ເຊິ່ງຈະມີໂຮງແຮມ-ຣີສອດ, ບ້ານຈັດສັນ, ເຮືອນພັກ, ສວນສັດຂະໜາດນ້ອຍ, ສວນຟື້ນຟູສຸຂະພາບ ຫຼື ສວນສາທາລະນະອອກກໍາລັງກາຍ, ສວນພຶກສາສາດ ແລະ ແຫຼ່ງທ່ອງທ່ຽວແບບທໍາມະຊາດ…ອ່ານຕໍ່
ປະຊາຊົນບ້ານນໍ້າໂມ້ ໄດ້ຊົມໃຊ້ເສັ້ນທາງເບຕົງ ຍາວເກືອບ 3 ກິໂລແມັດ

ໂຄງການດັ່ງກ່າວຖືເປັນໂຄງການພິເສດ ທີ່ອະດີດຄະນະນໍາທີ່ນໍາໂດຍ ອະດີດເຈົ້າ ແຂວງ ໄຊສົມບູນ ແລະ ຜູ້ບໍລິຫານຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ປຶກສາຫາລື ແລະ ເຫັນດີຮ່ວມກັນ ໃນການປະ ກອບສ່ວນກໍ່ສ້າງເສັ້ນທາງດັ່ງກ່າວທີ່ມີຄວາມຍາວ 2.700 ກວ່າແມັດ, ກວ້າງ 6 ແມັດ
ປັດຈຸບັນ, ໄດ້ຊົມໃຊ້ເສັ້ນທາງເບຕົງທີ່ຖາວອນ ໂດຍການປະກອບສ່ວນຊ່ວຍເຫລືອທຶນໃນການກໍ່ສ້າງຂອງບໍລິສັດ ພູເບ້ຍ ມາຍນິງ ມູນຄ່າຫຼາຍ 1,4 ລ້ານ ໂດລາສະຫະລັດ…ອ່ານຕໍ່