ປະຈຳວັນທີ 23 ເມສາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:
ກຽມສ້າງຕັ້ງສູນບົ່ງມະຕິພະຍາດ-ປິ່ນປົວສາກົນ ຢູ່ແຂວງຫຼວງພະບາງ
ບໍລິສັດ ໄຊມັງກອນ ການຢາ ຈໍາກັດຜູ້ດຽວ ລົງທຶນ 8 ລ້ານໂດລາສະຫະລັດ ສ້າງຕັ້ງສູນບົ່ງມະຕິພະຍາດ-ປິ່ນປົວສາກົນ 30 ຕຽງ ແລະຕຶກພັກຟຶ້ນ 50 ຕຽງ ໂດຍໄດ້ສໍາປະທານທີ່ດິນຂອງລັດ ໃນເນື້ຶອທີ່ 8.055 ຕາແມັດ ຢູ່ບ້ານພູໝອກ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ເປັນເວລາ 35 ປີ
ອົງປະກອບຫຼັກການປິ່ນປົວມີ ການກວດ MRI ຫຼື ການຊ່ອງລະບົບໄຟຟ້າ,ປິ່ນປົວສະໝອງ-ເສັ້ນປະສາດ,ຜ່າຕັດຜ່ານທໍ່,ຍິງໜິ້ວ ແລະ ປິ່ນປົວມະເຮັງ,ມີຂະແໜງພາຍນອກ,ພາຍໃນ,ສຸກເສີນ,ປະສູດ-ພະຍາດຍິງ,ຂະແໜງເດັກ,ຫູ,ຕາ,ດັງ,ຄໍ ແລະ ແຂ້ວ,ຂະແໜງພາບລັງສີ ແລະ ຂະແໜງຜິວໜັງ ເຊິ່ງການກໍ່ສ້າງແມ່ນຈະເລີ່ມໃນທ້າຍເດືອນ ຕຸລາ 2022 ນີ້…ອ່ານຕໍ່
ປະຊາຊົນເມືອງປາກແຊງ ໄດ້ຮັບໄກ່ຄົນລະ 10 ໂຕໄປລ້ຽງ
ທ່ານ ສີສະໝຸດ ພົງສະຫວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍໄດ້ລາຍງານການມອບສັດປີກ(ໄກ່)ໃນຄັ້ງນີ້ ໂດຍມີບ້ານເປົ້າໝາຍຂອງໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກໂຄງການຫຼຸດຜ່ອນຄວາມສ່ຽງ ແລະຜົນກະທົບຈາກໂຄວິດ-19 ສຳລັບຊາວກະສິກອນຂະໜາດໜ້ອຍຢູ່ແຂວງພາກເໜືອ ( OSRO/LAO/100/JPN) ມີ 9 ບ້ານ
ສໍາລັບໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຈາກໂຄວິດ-19 ສໍາລັບຊາວກະສິກອນຂະໜາດໜ້ອຍຢູ່ແຂວງພາກເໜືອ (OSRO/LAO/100/JPN) ,ແມ່ນທືນຊ່ວຍເຫຼືອລ້າ ຈາກປະເທດຍີ່ປຸ່ນ ນຳເຂົ້າມາຊ່ວຍເຫຼືອໃຫ້ແກ່ປະຊາຊົນຈຳນວນໜຶ່ງ ເພື່ອນຳໄປຜັນຂະຫຍາຍ ແລະປັບປຸງດຳລົງຊີວິດການເປັນຢູ່ໃນຄອບຄົວໃຫ້ດີຂື້ນ…ອ່ານຕໍ່
ຈຳປາສັກ-ແຄງຮວາ ລົງນາມບົດທັນທຶກຊ່ວຍຈຳການຮ່ວມມືໃນສົກປີ 2022-2026
ການພົບປະສອງຝ່າຍ ໄດ້ພ້ອມກັນເປັນເອກະພາບສູງ ເພື່ອສືບຕໍ່ກໍ່ສ້າງ, ພັດທະນາສາຍພົວພັນທີ່ຍີ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງ ແຂວງຈຳປາສັກ ແລະ ແຂວງແຄງຮວາ ໃຫ້ໄດ້ຮັບຜົນດີ, ປະກອບສ່ວນເພີ້ມທະວີ ແລະ ຊຸກຍູ້ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫ່ວາງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ
ໃນໄລຍະສົກ ປີ 2022-2026 ຈະສືບຕໍ່ ແລະ ຮັກສາການຜັດປ່ຽນແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ບັນດາພະແນກການ, ຂະແໜງການ, ບັນດາສະມາຄົມ, ອົງການຈັດຕັ້ງມະຫາຊົນຂອງສອງຝ່າຍ ແນ່ໃສ່ການພົບປະ, ແລກປ່ຽນບົດຮຽນ ແລະ ເພີ້ມທະວີຄວາມເຂົ້າໃຈ, ຄວາມສາມັກຄີຮັດແໜ້ນ ແລະຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ສອງຝ່າຍສ້າງເງື່ອນໄຂຂໍ້ສະດວກ ດ້ານການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ…ອ່ານຕໍ່
ເຈົ້າເມືອງໄຊບູລີ ລົງຕິດຕາມຊຸກຍູ້ການກໍ່ສ້າງຂົວເບເລຫ້ວຍຕະບອງຮາບບ້ານນາເຮືອງ
ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ພ້ອມດ້ວຍ ຫົວໜ້າຄະນະຈັດຕັ້ງເມືອງ, ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຫົວໜ້າຫ້ອງການແຜນການ-ການລົງທຶນເມືອງ. ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ ໂຄງການກໍ່ສ້າງ ຂົວຂ້າມຫ້ວຍຕະບອງຮາບ ບ້ານນາເຮືອງ ເມືອງໄຊບູລີ ແຂວງສະຫວັນນະເຂດ.
ຂົວດັ່ງກ່າວແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 9 ເມສາ 2022 ມີຄວາມຍາວ ທັງໝົດ 35 ແມັດ. ກວ້າງ 3 ແມັດເຄິ່ງ. ສາມາດຮອງຮັບນໍ້າໜັກໄດ້ 3ໂຕນ.ປະຈຸບັນກໍ່ສ້າງສໍາເລັດແລ້ວປະມານ 40%. ລວມມູນຄ່າການກໍ່ສ້າງ 163 ລ້ານກີບ…ອ່ານຕໍ່