Monday, April 21, 2025

ຊໍາຊຸງ ເປີດໂຕ Galaxy Z Flip4 ແລະ Galaxy Fold4 ພ້ອມເຕັກໂນໂລຊີຂັ້ນສຸດ ຂອງມືຖືຈໍພັບລະດັບໂລກ.

ຊໍາຊຸງ ຍົກລະດັບມືຖືຈໍພັບໄປອີກຂັ້ນ ດ້ວຍການເປີດໂຕ Galaxy Z Flip4 ແລະ Galaxy Fold4 ທີເບົາລົງ, ບາງລົງ ແລະ ຂະໜາດນ້ອຍລົງກວ່າເກົ່າ ແຕ່ຍັງໄດ້ໜ້າຈໍທີ່ຄົມຊັດ ພ້ອມຊິບເຊັດ ແລະ ໜ່ວຍປະມວນຜົນອັນຊົງພະລັງດ້ວຍ Snapdragon 8+ Gen 1 ລຸ້ນຫຼ້າສຸດ ແລະ ເຊັນເຊີກ້ອງຈາກ S22+ ທີ່ໃຫ້ພາບຄົມຊັດ ບໍ່ວ່າຈະຖ່າຍພາບນິ້ງ ແລະ ພາບເຄື່ອນໄຫວໃນເວລາກາງຄືນ ດ້ວຍເຕັກນິກ Nightography ທີ່ເປັນເອກະລັກສະເພາະຂອງ ຊໍາຊຸງ ພ້ອມຄຸນສົມບັດອື່ນໆ ອີກຫຼາກຫຼາຍ ທີ່ຈະປ່ຽນຮູບແບບການໃຊ້ໂທລະສັບມືຖືຂອງຄົນຮຸ່ນໃໝ່ໃຫ້ແຕກຕ່າງໄປຈາກເກົ່າ.

ການເປີດໂຕໂທລະສັບມືຖືໃນຕະກຸນ Galaxy Z series ຂອງຊຳຊຸງຄັ້ງນີ້ ເກີດຂຶ້ນໃນງານ Samsung Global Unpacked ເມື່ອວັນທີ 10 ສິງຫາ ທີ່ຜ່ານມາ ໂດຍຊຳຊຸງໄດ້ເປີດໂຕໂທລະສັບ Galaxy Z Flip4 ແລະ Galaxy Fold4 ຢ່າງເປັນທາງການ ພ້ອມອຸປະກອນເສີມລຸ້ນໃໝ່ຄື: Galaxy Watch5 ແລະ Galaxy Buds2 Pro ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຜູ້ນຳລະດັບໂລກໃນເຕັກໂນໂລຊີມືຖືຈໍພັບໄດ້ ທັງໃນດ້ານການອອກແບບ, ປະສິດທິພາບການໃຊ້ງານ ແລະ ການສ້າງປະສົບການການໃຊ້ງານທີ່ລໍ້າສະໄໝໃຫ້ກັບລູກຄ້າຂອງຊໍາຊຸງໄດ້ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເພື່ອເປັນການພິສູດໃຫ້ເຫັນເຖິງຄວາມທຸ້ມເທຂອງ Samsung ໃນການສ້າງຜົນງານດ້ານຄວາມຊຳນານທີ່ເໜືອກວ່າ, ທຸກໆການອອກແບບຂອງທັງສອງຮູບແບບໄດ້ຜ່ານການວິເຄາະຢ່າງລະອຽດເພື່ອມອບປະສົບການທີ່ດີທີ່ສຸດຢ່າງແທ້ຈິງ ແລະ ຮັບປະກັນວ່າຜູ້ບໍລິໂພກທຸກທ່ານມີອຸປະກອນທີ່ເໝາະສົມກັບຄວາມຕ້ອງການຂອງໂຕເອງ. Samsung Galaxy Z Flip4 ຕໍ່ຍອດຈາກຄວາມສຳເລັດໃນຮູບແບບທີ່ເປັນເອກະລັກຂອງ Samsung ໂດຍມີການເພີ່ມຄຸນສົມບັດທີ່ສໍາຄັນເຊັ່ນ: ປະສົບການໃນການໃຊ້ກ້ອງຖ່າຍຮູບທີ່ມີການຍົກລະດັບໃຫ້ດີຂຶ່ນ, ແບັດເຕີຣີຂະໜາດໃຫຍ່ຂຶ້ນກວ່າເກົ່າ ແລະ ການປັບແຕ່ງທີ່ເພີ່ມຂຶ້ນ ແຕ່ຍັງຄົງຮັກສາການອອກແບບທີ່ແໜ້ນໜາກະທັດຮັດເປັນພິເສດໄວ້. Samsung Galaxy Z Fold4 ເປີດໂອກາດໃໝ່ໆໃຫ້ກັບຜູ້ໃຊ້ໂດຍການມອບປະສົບການນຳໃຊ້ໂທລະສັບມືຖືທີ່ສົມບູນແບບທີ່ສຸດຂອງ Samsung ໃນປະຈຸບັນ. ນອກຈາກເຕັກໂນໂລຊີກ້ອງຖ່າຍຮູບທີ່ທັນສະໄໝ ແລະ ໜ່ວຍປະມວນຜົນທີ່ມີປະສິດທິພາບສູງແລ້ວ ມືຖືລຸ້ນນີ້ຍັງນຳສະເໜີການອອກແບບທີ່ປ່ຽນຮູບຮ່າງ, ຈໍສະແດງຜົນທີ່ສົມຈິງ ແລະ ຄຸນສົມບັດການເຮັດໜ້າທີ່ໄດ້ຫຼາຍຢ່າງພ້ອມກັນຄືກັບຄອມພິວເຕີສ່ວນຕົວ.

Galaxy Z Flip4

Galaxy Z Flip4, ສຸດຍອດເຄື່ອງມືໃນການຖ່າຍທອດຄວາມຮູ້ສຶກຂອງໂຕເອງທັງພາຍໃນ ແລະ ພາຍນອກ

Galaxy Z Flip4 ຍົກລະດັບຄຸນສົມບັດຂອງສິ່ງທີ່ຜູ້ໃຊ້ງານໃຫ້ຄວາມສົນໃຈ ແລະ ເປັນເຄື່ອງມືທີ່ດີທີ່ສຸດສຳລັບການສະແດງຄວາມຮູ້ສຶກຂອງຜູ້ໃຊ້ງານ ແລະ ມອບປະສົບການທີ່ເປັນເອກະລັກທີ່ບໍ່ມີຢູ່ໃນຖືມືລຸ້ນອື່ນໆອີກດ້ວຍ.

ການຖ່າຍວິດີໂອໂດຍບໍ່ໃຊ້ມືຈັບ ຫຼື ຖ່າຍຮູບເຊວຟີເປັນກຸ່ມໃນມຸມຕ່າງໆກໍສາມາດເຮັດໄດ້ໂດຍການພັບໜ້າຈໍເພື່ອເປີດໃຊ້ງານຟີເຈີ FlexCam ແລະ ດ້ວຍເຊັນເຊີຂອງກ້ອງທີ່ມີການປັບປຸງໃຫ້ດີຂຶ້ນ ທີ່ຂັບເຄື່ອນດ້ວຍ Snapdragon 8+ Gen 1 ຈະເຮັດໃຫ້ຮູບພາບ ແລະ ວິດີໂອທີ່ຖ່າຍຄົມຊັດຂຶ້ນ  ບໍ່ວ່າຈະຖ່າຍກາງເວັນ ຫຼື ກາງຄືນ.

ນອກຈາກນີ້ ແບັດເຕີຣີຂະໜາດ 3,700mAh ຂອງ Galaxy Z Flip4 ຍັງຮອງຮັບການສາກໄວ (Super-Fast Charging) ທີ່ສາມາດສາກໄຟໄດ້ເຖິງ 50% ພາຍໃນເວລາປະມານ 30 ນາທີເທົ່ານັ້ນ.

Galaxy Z Fold4

Galaxy Z Fold4, ພະລັງຂອງການເຮັດວຽກຫຼາຍຢ່າງພ້ອມກັບປະສິດທິພາບການໃຊ້ງານສູງສຸດ

Galaxy Z Fold4 ເປັນນະວັດຕະກຳມືຖືທີ່ທົນທານ ແລະ ຊົງພະລັງ ທີ່ສ້າງຂຶ້ນສໍາລັບປະສົບການການໃຊ້ງານມືຖືໜ້າຈໍຂະໜາດໃຫຍ່ທີ່ສາມາດພັບໄດ້ ແລະ ສາມາດເຮັດໜ້າທີ່ໄດ້ຫຼາຍຢ່າງພ້ອມກັນເຊັ່ນ: ການແບ່ງໜ້າຈໍມືຖືອອກເປັນສອງສ່ວນເພື່ອເຮັດວຽກຫຼາຍຢ່າງໃນເວລາດຽວກັນ.

ພ້ອມກັນນັ້ນ ປະສົບການໃນການໃຊ້ງານຂອງ Galaxy Z Fold4 ແມ່ນສົມບູບແບບໄປອີກຂັ້ນດ້ວຍການຮອງຮັບການນຳໃຊ້ S Pen ທີ່ຊ່ວຍໃຫ້ຜູ້ໃຊ້ງານສາມາດແຕ້ມ ແລະ ຈົດບັນທຶກຂໍ້ມູນໄດ້ຢ່າງສະດວກສະບາຍ.

ນອກຈາກນີ້ Galaxy Z Fold4 ຍັງສາມາດຖ່າຍຮູບພາບ ແລະ ວິດີໂອ ທີ່ໜ້າປະທັບໃຈໄດ້ດ້ວຍກ້ອງເລນກວ້າງ (Wide) ທີ່ລະອຽດ 50MP ແລະ ເລນຊູມ (Telephoto) ທີ່ສາມາດຊູມໄດ້ເຖິງ 30 ເທົ່າ ແລະ ດ້ວຍເຊັນເຊີຂອງກ້ອງທີ່ມີການພັດທະນາໃຫ້ດີຂຶ້ນຈຶ່ງເຮັດໃຫ້ຜູ້ໃຊ້ງານສາມາດຖ່າຍພາບ ແລະ ວິດີໂອໄດ້ແຈ້ງ ແລະ ຊັດເຈນໄດ້ເຖິງວ່າຈະເປັນເວລາກາງຄືນກໍຕາມ.

Galaxy Z Flip4 ແລະ Galaxy Z Fold4 ເປັນມືຖືຈໍພັບໄດ້ທີ່ທົນທານທີ່ສຸດເທົ່າທີ່ເຄີຍມີມາ ເຊິ່ງທົນທານກັບຄວາມເສຍຫາຍຈາກການກະທົບພາຍນອກ. ນອກຈາກນີ້, ທັງ Galaxy Z Flip4 ແລະ Galaxy Z Fold4 ຍັງສາມາດກັນນໍ້າໄດ້ໃນລະດັບ IPX8 ອີກດ້ວຍ.

ຂໍ້ສະເໜີສຸດພິເສດສຳລັບຜູ້ທີ່ຈອງສິນຄ້າລ່ວງໜ້າ

ສະເພາະຊາວລາວທີ່ຈອງເຄື່ອງ Galaxy Z Flip4 ລ່ວງໜ້າ ຈະໄດ້ລຸ້ນພິເສດທີ່ມີໜ່ວຍຄວາມຈຳ 256 GB ແລະ ຜູ້ທີ່ຈອງເຄື່ອງ Galaxy Z Fold4 ລ່ວງໜ້າຈະໄດ້ລຸ້ນມີໜ່ວຍຄວາມຈຳ 512 GB.

ນອກຈາກນີ້ ຊຳຊຸງຍັງຈັດຂອງແຖມສຸດພິເສດໃຫ້ແຕ່ລະລຸ້ນໃນຊ່ວງສັ່ງຈອງລ່ວງໜ້າ ລວມມີ Galaxy Tab A7 Lite Wifi, ເຄສໃສ ແລະ ຫົວສາກ 25W ສຳລັບຜູ້ຈອງ Galaxy Z Flip4 ແລະ Galaxy Watch4 ພ້ອມ Note Package (ເຄສພ້ອມ S Pen ແລະ ຫົວສາກ 25W) ສຳລັບຜູ້ທີ່ຈອງ Galaxy Z Fold4. 

ທັງນີ້ ຂໍ້ສະເໜີດັ່ງກ່າວມີຈຳນວນຈຳກັດສະເພາະຊ່ວງສັ່ງຈອງລ່ວງໜ້າເທົ່ານັ້ນ ຜູ້ທີ່ສົນໃຈສາມາດສັ່ງຈອງ ແລະ ຮັບເຄື່ອງທັງສອງລຸ້ນໄດ້ທີ່ຕົວແທນຈຳໜ່າຍຊຳຊຸງທົ່ວປະເທດຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈົນເຖິງວັນທີ 1 ກັນຍາ 2022 ນີ້. ໂດຍລາຄາໃນຊ່ວງເປີດໂຕຂອງ Galaxy Z Flip4 ແມ່ນຢູ່ທີ່ 18,999,000 ກີບ ແລະ Galaxy Z Fold4 ຢູ່ທີ່ 32,599,000 ກີບ. 

ຂໍ້ມູນເພີ່ມເຕີມສາມາດສອບຖາມໄດ້ທີ່:

Samsung Call Center: 021 417 333

Facebook page: SamsungLaos

Instagram: Samsunglaos

Tiktok: @Samsungmobilelaos

ຂໍ້ມູນທາງເຕັກນິກຂອງແຕ່ລະລຸ້ນ

 ລຸ້ນGalaxy Z Flip4Galaxy Z Fold4
Network5G
ໜ້າຈໍໃນ6.7” Dynamic AMOLED 2X, Adaptive 1-120Hz
FHD+ Infinity-O Display
7.6” Dynamic AMOLED 2X,
Adaptive 1-120Hz
QXGA+ Infinity-Flex Display, ຮອງຮັບ S Pen
ໜ້າຈໍນອກ1.9” Super AMOLED 60Hz6.2” Dynamic AMOLED 2X, Adaptive 48-120Hz Infinity O-Display
ກ້ອງຫຼັງ(Ultra Wide) 12MP F2.2 123° (Wide) 12MP F1.8 OIS (Nightography) Super Clear Glass (Gorilla DX)(Ultra Wide) 12MP F2.2 123° (Wide) 50MP F1.8 OIS, Dual Pixel (Telephoto) 10MP F2.4 OIS, 3x Optical Zoom
ກ້ອງໜ້າ10 MP F2.44 MP Under Display Camera F1.8
ກ້ອງໜ້າຈໍນອກ10 MP F2.2
Feature ຂອງກ້ອງSingle Take, Dual recording, Director’s view
CPUSnapdragon 8+ Gen1
ກັນນໍ້າIPx8, 1.5 m, 30 minutes
DurabilityGorilla Glass Victus+ (Fornt/Back)
ລໍາໂພງStereo speakers with Dolby Atmos technology
Ram8 GB12 GB
Rom256 GB512 GB
ແບັດເຕີຣີ3,700 mAh (Dual battery)4,400 mAh (Dual Battery)
ນ້ຳໜັກ183g263g
ສີGraphite (ດຳ), Pink Gold,
Bora Purple (ມ່ວງ)
Phantom black (ດຳ), Gray green (ຂຽວເທົາ), Beige (ຄຣີມ)
ລາຄາຊ່ວງສັ່ງຈອງ18.999.000 ກີບ32.599.000 ກີບ
ຂອງແຖມຊ່ວງສັ່ງຈອງTab A7 Lite Wifi, ເຄສໃສ,
ຫົວສາກ 25W
Galaxy Watch4, Note Package (ເຄສພ້ອມ S Pen + ຫົວສາກ 25W)

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.