Friday, March 21, 2025

Samsung OLED 4K ລຸ້ນຫຼ້າສຸດ ມາຮອດແລ້ວ ສຳຜັດປະສົບການໃໝ່ຂອງພາບ ແລະ ສຽງ ໄດ້ທີ່ຮ້ານ Samsung Multi Experience Store

ລາວຊຳຊຸງເອເລັກໂຕນິກ ເປີດໂຕ OLED 4K Smart TV ລຸ້ນຫຼ້າສຸດ ໃນງານ Samsung OLED Launch Event ໂດຍໃຫ້ຜູ້ເຂົ້າຮ່ວມງານໄດ້ສຳຜັດປະສົບການເຕັກໂນໂລຊີພາບ ແລະ ສຽງລະດັບສູງຈາກໂທລະພາບ Samsung OLED 4K Smart TV ລຸ້ນ S95B ທີ່ໄດ້ຮັບການອອກແບບໃໝ່ລ່າສຸດ ທັງດ້ານສີສັນ, ຄວາມຄົມຊັດ ແລະ ປະສິດທິພາບ ໃນການສະແດງຜົນຄວາມລະອຽດສູງລະດັບ 4K (3,840 x 2,160) 120Hz ຮອງຮັບ content ໄດ້ເຖິງລະດັບ HDR10+ ເທິງຈໍທີ່ມີຈໍານວນພິກເຊວຫຼາຍເຖິງ 8,3 ລ້ານພິກເຊວ ໃຫ້ພາບມືດທີ່ດໍາສະໜິດ ແລະ ພາບສະຫວ່າງທີ່ສົດໃສດ້ວຍເຕັກໂນໂລຊີ Quantum HDR OLED ທີ່ທຸກພິກເຊວສາມາດເປັ່ງແສງຄວາມຄົມຊັດສູງໄດ້ດ້ວຍຕົວເອງ ໂດຍເຮັດວຽກຮ່ວມກັບຊິບປະມວນຜົນ Neural Quantum Processor 4K ເຊິ່ງໃຊ້ເຕັກໂນໂລຊີ AI ຂັ້ນສູງຈາກຊຳຊຸງມາຊ່ວຍເພີ່ມຄວາມບາງພຽງ 3,89 ມິນລີແມັດ ແບບ Laser Slim Design ແລະ ຂອບຈໍບາງພິເສດ ເຊິ່ງສະທ້ອນເຖິງຄວາມມີລະດັບແບບຄົນຍຸກໃໝ່

ນອກຈາກນີ້ Samsung OLED 4K Smart TV ຍັງໃຊ້ເຕັກໂນໂລຊີສຽງແບບ Dolby Atmos ທີ່ໃຫ້ສຽງອ້ອມຮອບຜູ້ຟັງທັງຊ້າຍ ແລະ ຂວາ ພ້ອມ Object Tracking Sound (OTS) ທີ່ໃຫ້ສຽງຈາກລຳໂພງ Top-firing Speaker ດ້ານເທິງ ເພື່ອໃຫ້ເກີດມິຕິສຽງຈາກເທິງລົງລຸ່ມ ປະກອບກັບພະລັງສຽງ 60 ວັດ ແບບ 2.2.2 Chanel ເຊິ່ງຊ່ວຍໃຫ້ຜູ້ຮັບຊົມໄດ້ສຳຜັດປະສົບການສຽງໄດ້ຈາກທຸກທິດທາງຄ້າຍກັບວ່າ ໄດ້ເຂົ້າໄປຢູ່ໃນສະຖານະການຈິງ ຫຼື ຖ້າຫາກຕ້ອງການປະສົບການສຽງຂັ້ນສຸດ ກໍສາມາດຕິດຕັ້ງ Soundbar ແລະ ເຮັດວຽກຮ່ວມກັບລະບົບ Q-Symphony ຂອງໂທລະພາບໄດ້

ສຳລັບຜູ້ໃຊ້ງານໂທລະພາບ ແລະ ແທັບເລດຂອງຊຳຊຸງຢູ່ແລ້ວ ຍັງສາມາດໃຊ້ Samsung OLED 4K Smart TV ເຊື່ອມຕໍ່ເຂົ້າກັບແອັບ SmartThings ເພື່ອສ້າງລະບົບບ້ານທີ່ອັດສະລິຍະ (Smart Home) ຜ່ານເຄືອຂ່າຍ Wi-Fi 5 ແລະ ບູທູດ 5,2 ໂດຍເຮັດວຽກຮ່ວມກັບລະບົບສັ່ງງານດ້ວຍສຽງ (Google Assistant ຫຼື Bixby) ຜ່ານຣີໂໝດອັດສະລິຍະຂອງຊໍາຊຸງ

ດ້ວຍຄວາມສາມາດໃນການເຊື່ອມຕໍ່ອຸປະກອນພາຍນອກໄດ້ຫຼາກຫຼາຍ ໂດຍມີພອດ HDMI ເຖິງ 4 ຊ່ອງ ແລະ USB 2 ຊ່ອງ ເຮັດໃຫ້ Samsung OLED 4K Smart TV ຕອບໂຈດການໃຊ້ງານໄດ້ຫຼາກຫຼາຍ ນັບຕັ້ງແຕ່ເພື່ອຄວາມບັນເທິງພາຍໃນບ້ານເຊັ່ນ ການເບິ່ງໜັງ, ຟັງເພງ ໄປຈົນເຖິງດ້ານເຮັດວຽກຜ່ານບາວເຊີດ້ວຍເມົ້າ ແລະ ຄີບອດ ຫຼື ເຂົ້າປະຊຸມອອນລາຍທາງ Google Meet ດ້ວຍການຕໍ່ກ້ອງ Webcam ຫຼື ເຊື່ອມຕໍ່ກັບໂທລະສັບ ເພື່ອສະແດງຄອນເທັນໃນໂທລະພາບ ແລະ ໜ້າຈໍໂທລະສັບໄດ້ໃນເວລາດຽວກັນ

ສືບເນື່ອງຈາກທີ່ ຊໍາຊຸງ ເປັນພັນທະມິດຢ່າງເປັນທາງການຂອງງານ World Expo 2030 ທີ່ ປູຊານ ສ. ເກົາຫຼີ ຄຽງຄູ່ກັບເຈດຕະນາໃນການໃຊ້ຊັບພະຍາກອນໝູນວຽນ ເພື່ອໂລກທີ່ໝັ້ນຄົງ ເຮັດໃຫ້ຊໍາຊຸງໃສ່ໃຈໃນການນໍາວັດສະດຸຣີໄຊໂຄ (Recycle) ມາໃຊ້ໃນອຸປະກອນອີເລັກໂທຣນິກຂອງຕົນຫຼາຍຂຶ້ນທຸກປີ ເຊິ່ງໃນໂທລະພາບ Samsung OLED ນີ້ໄດ້ນໍາໃຊ້ຣີໂຫມດທີ່ສາມາດສາກພະລັງງານໃຫ້ໂຕມັນເອງໄດ້ຈາກແສງອາທິດ ຫຼື ລວມເຖິງແສງໄຟໃນບ້ານແລະ ກ່ອງຂອງ Samsung OLED ຍັງເປັນກ່ອງເຈ້ຍທີ່ສາມາດນໍາມາປະດິດເປັນອຸປະກອນອື່ນອີກດ້ວຍ

ສຳລັບຜູ້ທີ່ສົນໃຈສາມາດເຂົ້າໄປສຳຜັດປະສົບການໃຊ້ງານ Samsung OLED 4K Smart TV ລຸ້ນ S95B ຮ່ວມກັບອຸປະກອນອັດສະລິຍະຕ່າງໆຂອງຊຳຊຸງ ສາມາດຮັບຊົມໄດ້ທີ່ຮ້ານ Samsung Multi Experience Store. ຫຼື ສອບຖາມລາຍລະອຽດກ່ຽວກັບລຸ້ນ, ຂະໜາດຈໍ, ລາຄາ ແລະ ໂປໂມຊັ່ນໄດ້ທີ່ຕົວແທນຈຳໜ່າຍ Samsung ທົ່ວປະເທດ

ໂປຣໂມຊັນສັ່ງຈອງ!

ສະເພາະວັນທີ 03-19 ກຸມພາ 2023

ພິເສດທີ່ສຸດ!!!!!

ຊື້ລຸ້ນ 65 ນິ້ວ ລາຄາ 38,880,000 ກີບ ຟຣີ ລໍາໂພງ SAMSUNG ລຸ້ນ MX-ST50B/XT

ຊື້ລຸ້ນ 55 ນິ້ວ ລາຄາ 28,880,000 ກີບ ຟຣີ ລໍາໂພງ SAMSUNG ລຸ້ນ MX-ST40B/XT

ຂໍ້ມູນເພີ່ມເຕີມ ສອບຖາມໄດ້ທີ່:

Samsung Call Center: 021 417 333

Facebook Page: SamsungLaos

Instagram: samsunglaos

Tiktok: @Samsungmobilelaos

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່