Sunday, January 19, 2025

ຊຳຊຸງເປີດໃຫ້ບຸກຄົນທົ່ວໄປ ໄດ້ສຳຜັດ ແລະ ທົດລອງໃຊ້ Galaxy S23 Series ທີ່ Samsung Multi Experience Store ແຫ່ງທຳອິດໃນລາວ

ລາວ ຊຳຊຸງ ເອເລັກໂທນິກ ເປີດໃຫ້ບຸກຄົນທົ່ວໄປ ໄດ້ເຂົ້າມາຮັບຊົມ ແລະ  ສໍາຜັດປະສົບການໃນການໃຊ້ງານ Galaxy S23 Series ຕະຫຼອດຈົນເຖິງອຸປະກອນຕ່າງໆຂອງຊໍາຊຸງ ຢ່າງເຕັມຮູບແບບທີ່ Samsung Multi Experience Store ແຫ່ງທຳອິດໃນລາວ ທີ່ດົງປ່າລານ, ນະຄອນຫຼວງວຽງຈັນ ໂດຍສະເພາະການທົດລອງໃຊ້ Galaxy S23 Ultra ທີ່ມາພ້ອມພະລັງຈາກໜ່ວຍປະມວນຜົນ Snapdragon® 8 Gen 2,  ໜ່ວຍປະມວນຜົນ AI ລໍ້າສະໄໝຈາກຊໍາຊຸງ ແລະ ເຊັນເຊີກ້ອງຂະໜາດ 200 ລ້ານພິກເຊວ ທີ່ເຮັດໃຫ້ການຖ່າຍຮູບເຊວຟີ້ແບບວິດິໂອໃນທີ່ທີ່ມີແສງນ້ອຍເປັນເລື່ອງທີ່ງ່າຍຂຶ້ນກວ່າເກົ່າ

ທ່ານ Hyung Geun Lee, Managing Director of Laos and Cambodia Branch

 “ຂ້າພະເຈົ້າຮູ້ສຶກຍິນດີເປັນຢ່າງຍິ່ງ ທີ່ເຮົາມີ Samsung Multi Experience Store ເກີດຂຶ້ນທີ່ໃຈກາງນະຄອນຫຼວງວຽງຈັນ ເຊິ່ງສະດວກສຳລັບຜູ້ທີ່ສົນໃຈເຕັກໂນໂລຊີຍຸກໃໝ່ ໃນການເດີນທາງເຂົ້າມາເພື່ອສໍາຜັດ ແລະ ທົດລອງໃຊ້ຜະລິດຕະພັນຂອງເຮົາໄດ້ແບບຄົບວົງຈອນ ທັງ Galaxy S23 Series ແລະ ໂທລະສັບລຸ້ນຕ່າງໆ ລວມເຖິງການໃຊ້ອຸປະກອນໄຟຟ້າອື່ນໆພາຍໃນບ້ານຮ່ວມກັນ ໃນຮູບແບບບ້ານອັດສະລິຍະ ເຊິ່ງຈະເພີ່ມປະສົບການໃໝ່ໆ ທີ່ສອດຄ້ອງກັບ Lifestyle ຂອງເຮົາເອງ” ທ່ານ Hyung Geun Lee, Managing Director of Laos and Cambodia Branch ກ່າວ.

ສືບເນື່ອງຈາກທີ່ ຊໍາຊຸງ ເປັນພັນທະມິດຢ່າງເປັນທາງການຂອງງານ World Expo 2030 ທີ່ ປູຊານ ສ. ເກົາຫຼີ ຄຽງຄູ່ກັບເຈດຕະນາໃນການໃຊ້ຊັບພະຍາກອນໝູນວຽນ ເພື່ອໂລກທີ່ໝັ້ນຄົງ ເຮັດໃຫ້ຊໍາຊຸງໃສ່ໃຈໃນການນໍາວັດສະດຸ recycle ມາໃຊ້ໃນທຸກອົງປະກອບຂອງອຸປະກອນເອເລັກໂຕນິກຫຼາຍຂຶ້ນທຸກປີ ໂດຍໃນ Galaxy S23 Series ກໍໄດ້ເພີ່ມຊິ້ນສ່ວນທີ່ມາຈາກວັດສະດຸ recycle ໃຫ້ຫຼາຍກວ່າ Galaxy S22 Series ຂຶ້ນໄປອີກ ເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ

ທ່ານນາງ ຈັນສຸກ ກອງມະນີ ຫຼື ດີເຈນໍ້ານໍ້າ ໜຶ່ງໃນຜູ້ທີ່ໄດ້ເຂົ້າມາຮັບຊົມ Samsung Multi Experience Store ກ່າວວ່າ ການໄດ້ທົດລອງໃຊ້ Galaxy Ultra ທີ່ນີ້ ເຮັດໃຫ້ໄດ້ຮັບປະສົບການໃຊ້ງານທີ່ປະທັບໃຈຫຼາຍ ໂດຍສະເພາະການທົດລອງຖ່າຍເຊວຟີ້ຕອນກາງຄືນແທ້ໆ ເຊິ່ງເປັນສິ່ງທີ່ຕ້ອງເຮັດເປັນປະຈຳຢູ່ແລ້ວ ເນື່ອງຈາກອາຊີບການງານທີ່ເປັນດີເຈໃນຫຼາຍໆຄັ້ງ ຕ້ອງ Live ສົດໄປນຳ ເພື່ອໃຫ້ໝູ່ໆ ແລະ ແຟນຄັບໄດ້ຮ່ວມມ່ວນຊື່ນກັບສີສັນຍາມຄຳ່ຄືນໄປພ້ອມກັນ

“ບໍ່ວ່າໃຜກໍຈະຮູ້ສຶກປະທັບໃຈສຸດໆຄືກັນ ຖ້າໄດ້ເຫັນຮູບຕົວເອງທີ່ຖ່າຍອອກມາແລ້ວງາມທັງຮູບນິ່ງ ແລະ ວິດີໂອ ຍິ່ງໄດ້ເຫັນຮູບຕອນກາງຄືນທີ່ໄດ້ທັງລາຍລະອຽດ ແລະ ສີສັນທີ່ສົດສະຫວ່າງແບບບໍ່ຄາດຄິດວ່າຈະມີໂທລະສັບເຄື່ອງໃດເຮັດໄດ້ ຄືທັງໃບໜ້າທີ່ຊັດເຈນ ແລະ ພື້ນຫຼັງທີ່ເບີຼໄດ້ຢ່າງລົງຕົວ ລວມເຖິງເລື່ອງສີສັນທັງໃນສ່ວນເງົາມືດ ແລະ ແສງສະຫວ່າງ ທີ່ຍິ່ງເຮັດໃຫ້ມີຄວາມສຸກ ແລະ ນໍ້ານໍ້າກໍເຊື່ອວ່າຄົນທີ່ໄດ້ເຫັນ ກໍຈະມີຄວາມສຸກໄປກັບເຮົານຳ ເອີ້ນວ່າ ພົບກັນຮອບໜ້ານີ້ຕ້ອງມີ Galaxy S23 ມານຳແລ້ວ” ດີເຈນໍ້ານໍ້າກ່າວ

ດີເຈນ້ຳນ້ຳ

ດີເຈນ້ຳນ້ຳ ກ່າວຕື່ມວ່າ: “ການຖ່າຍພາບກາງຄືນ ຖືວ່າມີຄວາມສຳຄັນຫຼາຍສຳລັບການເປັນອາຊີບ ດີເຈຂອງນ້ຳ ບໍ່ວ່າຈະເປັນການພາບ-ຖ່າຍວີດີໂອ ເພາະວ່າເວລາເຮົາເປີດເພງມັນຈະບໍ່ຄ່ອຍມີເວລາປານໃດ ຈະໂຟກັດໃສ່ການເປີດເພງເປັນຫຼັກ ເຊິ່ງໂທລະສັບ Samsung S23 ລຸ້ນໃໝ່ນີ້ ແມ່ນຕອບໂຈດຫຼາຍສາມາດເຮັດໃຫ້ນ້ຳບໍ່ຕ້ອງກັງວົນກ່ຽວກັບການຖ່າຍພາບ-ຖ່າຍວີດີໂອ ໃນຕອນກາງຄືນ ເຊິ່ງຈະໄດ້ພາບ ແລະ ວີດີໂອງາມໆ ມາລົງໃນເພຈ ເພື່ອໃຫ້ແຟນຄລັບໄດ້ຕິດຕາມກັນ. ສຳລັບການເຮັດອາຊີບເປັນດີເຈຂອງນ້ຳແລ້ວ ແມ່ນຕ້ອງມີໃຈມັກຮັກໃນສຽງເພງແທ້ໆ ຈຶ່ງຈະເຮັດໄດ້ ສະນັ້ນ, ການທີ່ເຮົາກຽມຄວາມພ້ອມ ຫຼື ເຮັດວຽກບ້ານ ກ່ອນທີ່ຈະໄປເຮັດວຽກໂຕຈິງແມ່ນສຳຄັນຫຼາຍ ເພາະຈະເຮັດໃຫ້ເຮົາເຮັດວຽກງ່າຍຂຶ້ນ ສຳລັບນ້ຳແລ້ວ ຈະກຽມໂຕປະມານ 11 ຊົ່ວໂມງ ເພື່ອຈະໄປເຮັດວຽກຕົວຈິງ ພຽງແຕ່ 1 ຊົ່ວໂມງ ແລະ ຢາກຝາກເຖິງນ້ອງໆທີ່ຢາກຈະເຮັດວຽກອາຊີບດີເຈ ຄືນ້ຳ ກໍຕ້ອງໝັ່ນຝຶກ, ໝັ່ນຮຽນ ໂດຍສະເພາະແມ່ນການເວົ້າການວ່າ, ບຸກຄະລິກທ່າທາງ, ການຍິ້ມ ເພື່ອສາມາດເອັນເຕີເທນແຂກໃຫ້ໄດ້”

ພ້ອມກັນນັ້ນຊຳຊຸງລາວ ຍັງເປີດໃຫ້ຈອງ Galaxy S23 Series ແລ້ວ ທີ່ຕົວແທນຈໍາໜ່າຍທົ່ວປະເທດຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈົນເຖິງວັນທີ 23 ກຸມພາ ແລະ ຕິດຕໍ່ຂໍຮັບເຄື່ອງຕັ້ງແຕ່ວັນທີ 17 ກຸມພາ ເປັນຕົ້ນໄປ ໂດຍທຸກເຄື່ອງທີ່ສັ່ງຈອງຈະໄດ້ຮັບການເພີ່ມໜ່ວຍຄວາມຈຳເພີ່ມເປັນ 2 ເທົ່າ ພ້ອມຫູຟັງ Galaxy Buds2 ເຄສໃສ ແລະ ຟີມກັນແຕກ ເຊິ່ງສີທີ່ສາມາດສັ່ງຈອງໄດ້ແມ່ນມີ 4 ສີສຳລັບ Galaxy S23 Ultra ແລະ S23+ ຄື: ດໍາ, ຄຣີມ, ມ້ວງລາເວນເດີ ແລະ ຂຽວ ແລະ Galaxy S23 ມີ 3 ສີຄື: ດຳ, ຄຣີມ, ມ້ວງລາເວນເດີ ເຊິ່ງສີມ່ວງລາເວນເດີແມ່ນເປັນສີພິເສດທີ່ສາມາດສັ່ງໄດ້ທີ່ຮ້ານ Samsung Multi Experience Store ເທົ່ານັ້ນ. ດັ່ງນີ້

  • Galaxy S23 Ultra ລາຄາສັ່ງຈອງ 24,999,000 ກີບ ໄດ້ຮັບການເພີ່ມໜ່ວຍຄວາມຈໍາຈາກ 512GB ເປັນ 1TB
  • Galaxy S23+ ລາຄາສັ່ງຈອງ 18,599,000 ກີບ ໄດ້ຮັບການເພີ່ມໜ່ວຍຄວາມຈໍາຈາກ 256GB ເປັນ 512GB
  • Galaxy S23 ລາຄາສັ່ງຈອງ 14,999,000 ກີບ ໄດ້ຮັບການເພີ່ມໜ່ວຍຄວາມຈໍາຈາກ 128GB ເປັນ 256GB

ຂໍ້ມູນເພີ່ມຕື່ມ ສອບຖາມໄດ້ທີ່

Samsung Call Center: 021 417 333

Facebook Page: SamsungLaos

Instagram: samsunglaos

Tiktok: @Samsungmobilelaos

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: