Friday, November 7, 2025
Kbank Laos โอน รับ จ่าย

ບໍລິສັດ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ ໄດ້ປັບປ່ຽນວິໄສທັດໃໝ່ເປັນ“iSMART Culture ຄິດ ກ້າ ລົງມືເຮັດ” ເພື່ອສ້າງວັດທະນະທຳໃໝ່ ໃນການພັດທະນາບຸກຄະລາກອນຢ່າງມີປະສິດທະພາບ.

ບໍລິສັດ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ ໄດ້ປັບປ່ຽນວິໄສທັດໃໝ່ເປັນ “iSMART Culture ຄິດ ກ້າ ລົງມືເຮັດ” ເພື່ອສ້າງວັດທະນະທຳອົງກອນທີ່ໜ້າຢູ່ ແລະ ສາມາດດຶງດູດຄົນທີ່ມີປະສິດທິພາບເຂົ້າມາເປັນສ່ວນໜຶ່ງຂອງພວກເຮົາ ໂດຍມີເປົ້າໝາຍເປັນ Employer of choice ທີ່ເນັ້ນໃສ່ 3 ຫຼັກການໃນການຂັບເຄື່ອນຄື:

  1. People ຫຼື Employee: ຄືການພັດທະນາບຸກຄະລາກອນໃນດ້ານ ທັກສະ, ເສີມສ້າງຄວາມຮູ້, ຄວາມສາມາດ ແລະ ທັດສະນະຄະຕິໃນການເຮັດວຽກ ລວມທັງສ້າງໃຫ້ເປັນອົງກອນແຫ່ງການແບ່ງປັນຄວາມຮູ້, ຄວາມຄິດສ້າງສັນພ້ອມພັດທະນາຕົວເອງຢ່າງຕໍ່ເນື່ອງ.
  2. Process Improvement: ການພັດທະນາລະບົບການບໍລິຫານຈັດການສູນລວມຄວາມຮູ້ ເພື່ອສ້າງຂະບວນການແລກປ່ຽນ ຈັດເກັບ ປະຍຸກໃຊ້ ແລະ ຕໍ່ຍອດຄວາມຮູ້ຢ່າງເປັນລະບົບ ເຮົາຈຶ່ງສົ່ງເສີມໃຫ້ນຳໃຊ້ ດິຈິຕໍ ຫຼາຍຮູບແບບ ແລະ ຫຼາຍຊ່ອງທາງ ເພື່ອຮອງຮັບການປ່ຽນແປງໃນອານາຄົດ ແລະ ຕອບສະໜອງຕໍ່ຄວາມຫວັງຂອງລູກຄ້າເລື່ອງການໃຫ້ບໍລິການທີ່ດີ (Customer Experiences).
  3. New Technology: ສະໜັບສະໜຸນໃຫ້ມີການໃຊ້ເທັກໂນໂລຍີ ທີ່ທັນສະໄໝ ເພື່ອເພີ່ມປະສິດທິພາບໃນວຽກງານ ໃຫ້ສະດວກ ວ່ອງໄວ ແລະ ທັນຕໍ່ຄວາມຕ້ອງການຂອງລູກຄ້າຂອງເຮົາ.

ເພື່ອໃຫ້ພະນັກງານສາມາດຕອບສະໜອງກັບລູກຄ້າໄດ້ຢ່າງມີປະສິດທິພາບ ແລະ ສອດຄ່ອງກັບສະພາບການປ່ຽນແປງຂອງເສດຖະກິດໃນປັດຈຸບັນ iSMART ຈຶ່ງເປັນສ່ວນສຳຄັນ ທີ່ສາມາດພັດທະນາບຸກຄະລາກອນພາຍໃນອົງກອນ ແລະ ເປັນອົງກອນແຫ່ງນະວັດຕະກຳ ແລະ ເສີມສ້າງວັດທະນະທຳການເຮັດວຽກເປັນທີມ ໂດຍມີເປົ້າໝາຍດຽວກັນ.

ທ່ານ ວິບູນ ຈິຣະພັດທະນາກຸນ, ຜູ້ອໍານວຍການໃຫຍ່ ບໍລິສັດ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ

ທ່ານ ວິບູນ ຍັງໄດ້ກ່າວຕື່ມອີກວ່າ “ຈຸດແຂງທີ່ເຮັດໃຫ້ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ ເປັນທີ່ຍອມຮັບຈາກປະຊາຊົນລາວໄດ້ ກໍແມ່ນຍ້ອນພະນັກງານ ແລະ ລະບົບການເຮັດວຽກຂອງອົງກອນ ທີ່ມີການພັດທະນາຢ່າງຕໍ່ເນື່ອງ, ແລະ ອົງກອນຈະມີການພັດທະນາຂຶ້ນໄດ້ກໍລ້ວນແລ້ວແມ່ນເລີ່ມຈາກ ພະນັກງານ. ຖ້າທຸກຄົນໃນອົງກອນມີຄວາມສຸກໃນການເຮັດວຽກ, ມີຄວາມຜູກພັນຕໍ່ອົງກອນ ມີເປົ້າໝາຍດຽວກັນ ແລະ ມີສ່ວນຮ່ວມໃນການແຊຣ໌ຄວາມຄິດໃໝ່ໆ ກໍຈະສາມາດສົ່ງມອບປະສົບການດີໆໃຫ້ກັບລູກຄ້າໄດ້ ເຊິ່ງເປັນເປົ້າໝາຍສຳຄັນຂອງ ບໍລິສັດ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ”.

ສຳລັບຄຳວ່າ “iSMART” ທີ່ໃຊ້ເພື່ອຂັບເຄື່ອນອົງກອນນັ້ນ ແມ່ນມາຈາກ i = innovation ການສ້າງ ແລະ ພັດທະນານະວັດຕະກຳສິ່ງໃໝ່ໆ, S= Service Excellence ມຸ່ງໝັ້ນໃນການບໍລິການ ແລະ ການເຮັດວຽກຢ່າງສ້າງສັນ, M= Make things possible ທຸກຢ່າງເປັນໄປໄດ້ ຖ້າລົງມືປະຕິບັດ, A= Agility ການເຮັດວຽກມີຄວາມຄ່ອງຕົວ ມີປະສິດທິພາບ ກ້າວທັນການປ່ຽນແປງ, R = Respect ເຄົາລົບຄວາມຄິດເຫັນຂອງແຕ່ລະຄົນທີ່ແຕກຕ່າງຢ່າງເປີດໃຈ, ແລະ T = Team Collaboration ຮ່ວມກັນເປັນຟັນເຟືອງ ທີ່ພ້ອມຂັບເຄື່ອນອົງກອນໃຫ້ເຕີບໃຫຍ່ ແລະ ຍືນຍົງ.

ບໍລິສັດ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ ມີຄວາມຄາດຫວັງວ່າ ວັດທະນະທຳໃໝ່ຂອງເຮົາ “iSMART ຄິດ ກ້າ ລົງມືເຮັດ” ນີ້ ຈະເປັນຕົວຂັບເຄື່ອນ ໃນການພັດທະນາລວມເຖິງການສ້າງວັດທະນະທຳອົງກອນທີ່ດີ ເພາະເປັນເຂັມທິດໃນການບໍລິຫານທີ່ເຮັດໃຫ້ພວກເຮົາປະສົບຜົນສຳເລັດຕາມເປົ້າໝາຍທີ່ໄດ້ວາງໄວ້.

ເພື່ອຕອກຍ້ຳຄວາມສຳເລັດ ກິດຈະກຳ “iSMART Open House” ທີ່ໄດ້ຈັດຂຶ້ນ ໃນວັນທີ 5 ກໍລະກົດ 2023 ແມ່ນເປັນການປະຊາສໍາພັນ ແລະ ສ້າງການມີສ່ວນຮ່ວມກັບວັດທະນະທໍາອົງກອນໃໝ່ລະຫວ່າງອົງກອນ ແລະ ພະນັກງານຂອງພວກເຮົາ.

ໃນຕອນທ້າຍ ທ່ານ ວິບູນ ໄດ້ກ່າວຕື່ມອີກວ່າ: ຂໍສະແດງຄວາມຂອບໃຈມາຍັງ ລູກຄ້າ ແລະ ຄູ່ຄ້າ ຂອງບໍລິສັດ ກຸງສີ ບໍລິການ ເຊົ່າສິນເຊື່ອ ຈຳກັດ ທີ່ມີຄວາມເຊື່ອໝັ້ນໃນການບໍລິການຂອງພວກເຮົາຢ່າງສະເໝີມາ ແລະ ພວກເຮົາພ້ອມທີ່ຈະພັດທະນາເພື່ອຕອບສະໜອງການບໍລິການທີ່ດີໃຫ້ກັບລູກຄ້າທຸກທ່ານ.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.