Saturday, March 22, 2025

“ອຶດນອນ” ສ່ຽງຕໍ່ເບົາຫວານ

ໜັງສືພິມ The Seattle Times ຂອງສະຫະລັດ ອາເມຣິກາ ລາຍງານວ່າ ຄົນທີ່ບໍ່ໄດ້ຮັບການພັກຜ່ອນດ້ວຍການນອນຢ່າງເຕັມອີ່ມນັ້ນ ມີໂອກາດເປັນເບົາຫວານສູງທີ່ສຸດ ເພາະວ່າການອຶດນອນນັ້ນ ເຮັດໃຫ້ຮ່າງກາຍໃຊ້ອິນຊູລິນໄດ້ໜ້ອຍ. ນອກນັ້ນ ການອຶດນອນ ຍັງເຮັດໃຫ້ເຖົ້າກ່ອນໄວ, ຄວາມຈໍາເສື່ອມ  ແລະ ສ່ຽງຕໍ່ການອິດເມື່ອຍອ່ອນເພຍ.

ພາບປະກອບ

ນັກວິທະຍາສາດ ໄດ້ເຮັດການທົດລອງອາສາສະຫມັກຫນຸ່ມສາວ ດ້ວຍການໃຫ້ນອນ ມື້ລະ 4 ຊົ່ວໂມງ  ເປັນເວລາ 6 ຄືນ.​ເມື່ອເຈາະເລືອດອາສາສະຫມັກເຫລົ່ານັ້ນ ພົບວ່າ ລະດັບນໍ້າຕານໃນເລືອດເພີ່ມຂຶ້ນສູງ  ຊຶ່ງເກືອບຈະເປັນຄືຄົນເປັນເບົາຫວານ.

ນັກວິໄຈ ຍັງພົບວ່າການອຶດນອນ ພາໃຫ້ເປັນໂຣກອ້ວນ ໂດຍກ່ຽວຂ້ອງກັບຮໍໂມນເລັ່ງການເຕີບໃຫຍ່ ຊຶ່ງເຮັດໃຫ້ຮໍໂມນນີ້ໄຫລອອກມາຫນ້ອຍ ເຮັດໃຫ້ຢາກອາຫານຫລາຍຂຶ້ນ. ນອກນັ້ນ ຍັງສົ່ງຜົນຕໍ່ຮໍໂມນເລັບຕິນ ຊຶ່ງເປັນຮໍໂມນທີ່ສື່ສານກັບລະບົບປະສາດ ວ່າຄວນຈະອີ່ມໄວ ຫລື ຊ້າສໍ່າໃດ.

ການນອນບໍ່ອີ່ມ ຍັງສົ່ງຜົນເສຍຕໍ່ເມັດເລືອດຂາວ ແລະ ກົນໄກການຕອບສະຫນອງພູມຄຸ້ມກັນຂອງຮ່າງກາຍເຮັດໃຫ້ເຈັບປ່ວຍງ່າຍ.​ໃນເວລາດຽວກັນ ກໍ່ເພີ່ມຄວາມສ່ຽງຕໍ່ໂຣກມະເຮັງ ໂດຍສະເພາະແມ່ນມະເຮັງເຕົ້ານົມ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່