ເຊື່ອວ່າ ຫຼາຍຄົນກໍອາດຈະເຄີຍຫຼົງເຮັດໃຫ້ແມ່ເສຍໃຈບໍ່ວ່າຈະເປັນຄຳເວົ້າ ຫຼື ການກະທຳ ລອງກັບໄປຕັ້ງແຕ່ຕອນທີ່ເຮົາຍັງນ້ອຍ ໄຮ້ດຽງສາ ຈົນຕອນທີ່ເຮົາໃຫຍ່ກ້າໜ້າບານ ວ່າເຮົາເຮັດໂຕດີກັບແມ່ຜູ້ໃຫ້ກຳເນີດເຮົາແລ້ວຫຼືບໍ? ມືນ້ອຍໆ ທີ່ແມ່ຄ່ອຍເບິ່ງແຍງຖະນຸຖະນອມ ບາງຄົນໃຫຍ່ມາກັບໃຊ້ມືນັ້ນເຮັດສິ່ງບໍ່ໍດີເຮັດໃຫ້ແມ່ເສຍໃຈ.

ຢາກໃຫ້ທຸກຄົນຖືໂອກາດວັນແມ່ນີ້ມາທົບທວນຕົນເອງເບິ່ງດຸວ່າ ເຮົາໄດ້ຂໍໂທດແມ່ໃນບາງສິ່ງທີ່ເຮົາເຮັດຜິດໄປແລ້ວຫຼືບໍ? ແລະ ຖ້າຢາກຂໍໂທດ ເຈົ້າຄິດຫາເລື່ອງໃດຫຼາຍທີ່ສຸດ…
ຍຸພິນ ນັກສຶກສາ ປີ 2 ທີ່ວິທະຍາໄລແຫ່ງໜຶ່ງ ບອກວ່າ: ຕົນເອງຢາກຂໍໂທດທີ່ບາງຄັ້ງຫງຸດຫງິດ ໃຈຮ້າຍໃສ່ແມ່ ເວລາທີ່ເພິ່ນເຮັດຫຍັງບໍ່ໄດ້ ດັ່ງໃຈ ຈົນບາງຄັ້ງເຮົາລືມໄປວ່າ ແມ່ກໍອາຍຸຫຼາຍແລ້ວ ຈະໃຫ້ເຮັດຫຍັງໄດ້ໄວຄືເຮົາຍັງໜຸ່ມນ້ອຍກະບໍ່ໄດ້ແລ້ວ.
ນີໂນ້ ພະນັກງານການຕະຫລາດຢູ່ບໍລິສັດແຫ່ງໜຶ່ງ ບອກວ່າ: ຫຼັງຮຽນຈົບກໍລຸຍໃສ່ວຽກຫາເງິນລູກດຽວ ຈົນບໍ່ຄ່ອຍໄດ້ໂທຫາ ບໍ່ຄ່ອຍໄດ້ ເຫັນໜ້າ ບໍ່ຄ່ອຍໄດ້ກິນເຂົ້າຄົບໜ້າຄົບຕາກັນຄືຜ່ານມາ ກໍຢາກຂໍໂທດແມ່ໃນຈຸດນີ້ ທີ່ບໍ່ມີເວລາໃຫ້ແມ່ເລີຍ.

ເຫດການເຫຼົ່ານີ້ປາກົດໃຫ້ເຫັນຢ່າງຫຼວງຫຼາຍ ແຕ່ມັນກໍບໍ່ແມ່ນສິ່ງທີ່ຜິດ ເພາະດ້ວຍຄວາມຄິດ ໄວ ແລະ ປະສົບການໃຊ້ຊີວິດທຸກຄົນບໍ່ຄືກັນ ຕອນເຮົາຍັງນ້ອຍຍັງຢູ່ໃນໄວມ່ວນຊື່ນ ຕິດໝູ່ເພື່ອນ ຢາກເຮັດສິ່ງໃໝ່ໆທີ່ທ້າທ້າຍ ແຕ່ມັນດີສໍ່າໃດແລ້ວທີ່ເຮົາຍັງມີແມ່ທີ່ຄອຍບອກສອນ ເຕືອນສະຕິ ມອບຄວາມຮັກ ຄວາມຫ່ວງໄຍໃຫ້ຕະຫຼອດເວລາ ຮັກແບບບໍ່ມີເງືອນໄຂ ພຽງແຕ່ແມ່ບາງຄົນ ກໍມີການສະແດງຄວາມຮັກຕໍ່ລູກ ແຕກຕ່າງກັນໄປ ລູກບາງຄົນບໍ່ເຂົ້າໃຈກໍຕີຄວາມໝາຍຄວາມຮັກນັ້ນໄປທາງລົບຈົນເຮັດໃຫ້ບໍ່ມັກ ບໍ່ພໍໃຈ ຈົນບາງຄັ້ງກໍເຮັດໃຫ້ແມ່ເສຍໃຈ ເຊັ່ນກັນ.